ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ເຂົ້າຮ່ວມ ” ພິທີສະເຫຼີມສະຫຼອງ ສັບປະດາສາກົນ ການລ້ຽງລູກດ້ວຍນ້ຳນົມແມ່ ປະຈຳປີ 2023, ທີ່ເຮືອນຮຽນຮູ້ຮ່ວມ ສຳລັບເດັກ”

by | ສ.ຫ. 31, 2023

ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ເຂົ້າຮ່ວມ ” ພິທີສະເຫຼີມສະຫຼອງ ສັບປະດາສາກົນ ການລ້ຽງລູກດ້ວຍນ້ຳນົມແມ່ ປະຈຳປີ 2023, ທີ່ເຮືອນຮຽນຮູ້ຮ່ວມ ສຳລັບເດັກ”
ໃນວັນອາທິດ, ວັນທີ 27 ສິງຫາ 2023 ທີ່ເຮືອນຮຽນຮູ້ຮ່ວມ ສຳລັບເດັກ ທີ່ບ້ານດອນໜູນ (ຮ່ອມ 13) ເມືອງໄຊທານີ ນະຄອນຫລວງວຽງຈັນ; ສສສຄ ໄດ້ຮັບກຽດຖືກເຊີນເຂົ້າຮ່ວມ ໃນພິທີສະເຫລີມສະຫລອງ ແລະ ໄດ້ນໍາສະເໜີ (ບັນລະຍາຍ) ໃນຫົວຂໍ້: ” ຄວາມຮູ້ພື້ນຖານ ກ່ຽວກັບໂພສະນາການ ສຳລັບ ເດັກ ແລະ ແມ່ ທີ່ຢູ່ໃນໄລຍະຖືພາ ແລະ ໃຫ້ນົມລູກ ” ຕາງໜ້າເຂົ້າຮ່ວມໂດຍ ທ່ານ ນາງ ດຣ.ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ.
ພາຍໃນງານ ໄດ້ມີແຂກເຂົ້າຮ່ວມ ຈາກຫຼາຍພາກສ່ວນ NGO, INGO, CSO, ພໍ່ແມ່ຜູ້ປົກຄອງ ແລະ ເດັກນ້ອຍ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ປະມານ 183 ຄົນ, ເຊິ່ງພາຍໃນງານ ມີຫລາຍກິດຈະກຳ ທີ່ໜ້າສົນໃຈ ສຳລັບ ເດັກ ແລະ ຜູ້ປົກຄອງເຊັ່ນ: ການສົນທະນາ ແລກປ່ຽນປະສົບການການລ້ຽງລູກດ້ວຍນົມແມ່ ແລະ ກິດຈະກຳສຳລັບເດັກ ເຊັ່ນ: ເຕັ້ນ, ຮ້ອງເພັງ, ເກມພັດທະນາທັກສະເດັກ, ການແຕ້ມຮູບ, ການຂ້າມຜ່ານຄວາມຢ້ານ ສຳລັບເດັກ ແລະ ອື່ນໆ.
ຈຸດປະສົງໃນການຈັດງານ:
1.ເພື່ອສ້າງຄວາມຮູ້ ແລະ ປູກຈິດສຳນຶກ ໃຫ້ຜູ້ປົກຄອງ ໄດ້ເຫັນເຖິງສຳຄັນ ຂອງການລ້ຽງລູກດ້ວຍນ້ຳນົມແມ່ ແລະ ການຮັບຮູ້ບົດບາດຂອງ ຜູ້ເປັນພໍ່, ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າ ແລະ ສະມາຊິກໃນຄອບຄົວ. ໃນການສະໜັບສະໜູນ ແມ່ ແລະ ລູກ ໃຫ້ບັນລຸເປົ້າໝາຍ ໃນການລ້ຽງລູກດ້ວຍນ້ຳນົມແມ່.
2.ເຜີຍແຜ່ດຳລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານ ສຳລັບ ເດັກອ່ອນ ແລະ ເດັກນ້ອຍ. ພ້ອມທັງ ຄວາມຮູ້ພື້ນຖານ ກ່ຽວກັບ ໂພສະນາການ ສຳລັບ ເດັກ ແລະ ແມ່ ທີ່ຢູ່ໃນໄລຍະຖືພາ ແລະ ໃຫ້ນົມລູກ.
3.ການສົນທະນາແລກປ່ຽນ ຂໍ້ມູນຂ່າວສານ ແລະ ປະສົບການກ່ຽວກັບ ການລ້ຽງລູກດ້ວຍນ້ຳນົມແມ່, ການດູແລ, ການລ້ຽງລູກ ແລະ ການເສີມສ້າງພັດທະນາການເດັກ ທາງ IQ, EQ, EF ແລະ ການສ້າງໂອກາດໃຫ້ແກ່ໄວ້ໜຸ່ມ ໄດ້ປະກອບສ່ວນເຂົ້າ ໃນການພັດທະນາຕົວເອງ.
ພາຍຫຼັງສຳເລັດ ການສົນທະນາແລກປ່ຽນແລ້ວ ທ່ານ ນາງ.ສຸກພາພອນ ຜານິດ ຜູ້ກໍ່ຕັ້ງເຮືອນຮຽນຮູ້ຮ່ວມສຳລັບເດັກ ໄດ້ມອບໃບຂອບໃຈ ໃຫ້ແກ່ຜູ້ສະນັບສະໜູນງານ ແລະ ແຂກທີ່ເຂົ້າຮ່ວມບັນລະຍາຍ.
ຂຽນຂ່າວໂດຍ: ທ່ານ ນາງ ວົງນີລັນ ແອງທອງມີ
ຮຽບຮຽງໂດຍ: ທ່ານ ນາງ ດຣ ສຸດທີສຸກ ອິນທະວິໄລ
ພາບໂດຍ: ທ່ານ ນາງ ວົງນີລັນ ແອງທອງມີ