“ ການກວດພະຍາດເຄື່ອນທີ່ແລະການໃຫ້ສຸຂະສຶກສາ ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ, ແຂວງ ຫຼວງນໍ້າທາ “

by | ກ.ຍ. 27, 2023

“ ການກວດພະຍາດເຄື່ອນທີ່ແລະການໃຫ້ສຸຂະສຶກສາ
ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ,
ແຂວງ ຫຼວງນໍ້າທາ “
ໃນວັນທີ 22/09/2023 ທີ່ຜ່ານມາ, ສະມາຄົມສົ່ງເສີມສຸຂະພາບຄອບຄົວຮ່ວມກັບສາທາລະນະສຸກເມືອງວຽງພູຄາ,ໂຮງໝໍຊຸມຊົນເມືອງ, ໂຮງໝໍນ້ອຍນໍ້າຟ້າ, ໂຮງໝໍນ້ອຍນໍ້າເງິນ ໄດ້ຈັດຕັ້ງປະຕິບັດກິດຈະກໍາ ການກວດພະຍາດເຄື່ອນທີ່ ແລະ ການໃຫ້ສຸຂະສຶກສາໃຫ້ແກ່ນັກຮຽນຊັ້ນມໍ1 ຫາ ມໍ7 ຂອງໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ, ແຂວງ ຫຼວງນໍ້າທາ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອາຈານ ສິງ ລໍວັນກູ້ ຫົວໜ້າອໍານວຍການໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ ແລະ ທ່ານ ນາງ ດຣ. ສຸດທິສຸກ ອິນທະວິໄລ ຮອງອໍານວຍການ ສສສຄ.
 
ຈຸດປະສົງຂອງການເຮັດກິດຈະກໍາຄັ້ງນີ້້ແມ່ນເພື່ອເຮັດການກວດພະຍາດ, ການໃຫ້ຄວາມຮູ້ພື້ນຖານໃນການປ້ອງກັນພະຍາດທີ່ກ່ຽວຂ້ອງກັບສຸຂະພາບຈະເລີນພັນເຊັ່ນ: ພະຍາດຕິດຕໍ່ທາງເພດສໍາພັນ, ພະຍາດHIV/AIDS, ການວາງແຜນຄອບຄົວ, ການເບິ່ງແຍງຕົນເອງເວລາເປັນປະຈໍາເດືອນ ແລະ ການປ່ຽນແປງທາງຮ່າງກາຍຂອງໄວໜຸ່ມ.
ຜູ້ເຂົ້າຮ່ວມກິດຈະກໍາສຸຂະສຶກສາທັງໝົດ 579 ທ່ານ, ເປັນຍິງ 295 ທ່ານ, ຊາຍ 284 ທ່ານ ທີ່ປະກອບດ້ວຍ: ທ່ານໝໍຈາກຫ້ອງການສາທາ, ໂຮງໝໍນ້ອຍ 2 ແຫ່ງ, ພະນັກງານ ສສສຄ, ນັກຮຽນ ແລະ ຄູອາຈານຢູ່ພາຍໃນໂຮງຮຽນ ເຊິ່ງໃນນີ້ມີຜູ້ເຂົ້າຮັບການກວດພະຍາດທົ່ວໄປ ແມ່ນຈໍານວນ 35 ທ່ານ, ຍິງ 21 ທ່ານ, ມາຮັບຄໍາປຶກສາກ່ຽວກັບການເປັນປະຈໍາເດືອນ 4 ທ່ານ ແລະ ການວາງແຜນຄອບຄົວ 1 ທ່ານໂດຍເປັນທ່ານຍິງທັງໝົດ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນວາງແຜນຄອບຄົວສາກົນ( IPPF )