“ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ໃຫ້ແກ່ພະນັກງານຂັ້ນເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ ທີ່ແຂວງ ຫຼວງນໍ້າທາ “

by | ກ.ຍ. 27, 2023

“ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ໃຫ້ແກ່ພະນັກງານຂັ້ນເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ ທີ່ແຂວງ ຫຼວງນໍ້າທາ “
ໃນວັນທີ 18-20/09/2023 ທີ່ຜ່ານມາ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ(ສສສຄ), ພາຍໃຕ້ໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ(RESPOND) ໄດ້ຈັດຕັ້ງປະຕິບັດການຝຶກອົບຮົມໃນຫົວຂໍ້ “ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ” ທີ່ພະແນກສາທາລະນະສຸກແຂວງ ຫຼວງນໍ້າທາ.ໃຫ້ກຽດເປັນປະທານໃນການຝຶກອົບຮົມຄັ້ງນີ້ໂດຍ ທ່ານ ດຣ. ຕຽງສະໝອນ ພອນປະເສີດ, ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ແລະ ທ່ານ ນາງ ດຣ. ສຸດທິສຸກ ອິນທະວິໄລ, ຮອງອໍານວຍການ ສສສຄ ເປັນປະທານຮ່ວມ. ມີການເຂົ້າຮ່ວມຈັດຕັ້ງປະຕິບັດກິດຈະກໍາໂດຍ ວິຊາການ ໂຄງການ ຂອງ ສສສຄ 3 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເສີມສ້າງຄວາມອາດສາມາດກ່ຽວກັບການນໍາໃຊ້, ການປ້ອນຂໍ້ມູນເຂົ້າໃນລະບົບ DHIS2 ໃຫ້ກັບພະນັກງານສາທາລະນະສຸກຂັ້ນເມືອງ, ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ ເພື່ອໃຫ້ເຂົາເຈົ້າສາມາດເຮັດການປ້ອນຂໍ້ມູນເຂົ້າໃນລະບົບ DHIS2 ໄດ້ຢ່າງຖືກຕ້ອງ ແລະ ທັນຕາມເວລາທີ່ກໍານົດໄວ້.
ມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ, ເປັນຍິງ 24 ທ່ານ, ຊາຍ 17 ທ່ານ ເຊິ່ງມາຈາກພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນວາງແຜນຄອບຄົວສາກົນ. ພາຍໃຕ້ໂຄງການ ” ເຊື່ອມສານແມ່ປອດໄພແລະໂຄງການຕອບສະໜອງ(RESPOND).
ຂຽນໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ, ວິຊາການແຜນງານ ສສສຄ.
ຖ່າຍພາບໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ, ວິຊາການແຜນງານ ສສສຄ.
ກວດໂດຍ: ທ່ານ ແສງເພັດ ທະບັນດິດ, ອໍານວຍການແຜນງານ ສສສຄ.