“ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ແລະ ຢາສາມັນພື້ນຖານ ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ “

by | ກ.ຍ. 27, 2023

“ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ແລະ ຢາສາມັນພື້ນຖານ ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ “
ໃນວັນທີ 21/9/2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ຈໍານວນ 60 ດາງ (ຂະໜາດ 3×4 ແມັດ), ຢາສາມັນພື້ນຖານ, ເຄື່ອງນຸ່ງຫົ່ມ, ຕຸກກະຕາ ແລະ ເກີບ. ລວມມູນຄ່າ 7,170,000 ກີບ, ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ. ຕາງຫນ້າມອບ ໂດຍ ທ່ານ ນາງ ດຣ ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ ແລະ ທ່ານ ນາງ ດຣ ສົມປອງ ອາດທອງ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງພູຄາ ແລະ ທີມງານເຂົ້າຮ່ວມ.
 ຈຸດປະສົງ:
– ເພື່ອສະໜັບສະໜູນ ແລະ ສົ່ງເສີມ ການຮັກສາສຸຂະພາບ ຂອງນັກຮຽນ ທີ່ຕ້ອງການຄວາມຊ່ວຍເຫລືອ
– ເພື່ອໃຫ້ນັກຮຽນ ຮູ້ຮັກສາສຸຂະພາບ ແລະ ປ້ອງກັນຕົວເອງ ຈາກພະຍາດໄຂ້ເລືອດອອກ, ໄຂ້ຍຸງລາຍ ແລະ ປາດສະຈາກການເຈັບປ່ວຍ ຈາກພະຍາດອື່ນໆ.
ລາຍຊື່ຜູ້ບໍລິຈາກ:
1. ທ່ານ ອາທະນາມ ຫລວງສຸດທິບ (ບໍລິຈາກມຸ້ງ 35 ດາງ+ຢາ)
2. ທ່ານ ນາງ ສິຣິພອນ ວົງສົມບັດ (ບໍລິຈາກມຸ້ງ 10 ດາງ)
3. ທ່ານ ນາງ ຫລ້ານ້ອຍ ກາວັນ (ບໍລິຈາກມຸ້ງ 10 ດາງ)
4. ດຣ.ສຸດທິສຸກ ອິນທະວິໄລ (ບໍລິຈາກມຸ້ງ 5 ດາງ)
5. ທ່ານ ນາງ ແບະ (ບໍລິຈາກຢາສາມັນພື້ນຖານ)
6. ທ່ານ ນາງ ຕິວຄຳ (ບໍລິຈາກຢາສາມັນພື້ນຖານ)
7. ທ່ານ ນາງ ນຶ່ງ (ບໍລິຈາກ ກິບໜີບຜົມ, ກະເປົາ, ຕຸກະຕາ)
ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກມຸ້ງ ແລະ ຢາສາມັນພຶ້ນຖານ ໃນຄັ້ງນີ້ດ້ວຍ.
ໝາຍເຫດ: ສຳລັບພາກສວ່ນໃດ ທີ່ສົນໃຈຢາກຮ່ວມບໍລິຈາກຖົງຊຸດຜ້າອ້ອມ ແລະ ເຄື່ອງອື່ນໆ. ທ່ານສາມາດບໍລິຈາກໄດ້ທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຮືອນເລກທີ່ 449 ຮ່ອມ 8 ຫຼື ໄດ້ທີ່ເລກບັນທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ.
KIP 01012 0000 3351 71001
BATH 09212 0200 3351 71001
DOLLA 01012 0100 3351 71001