ການຈັດປະຖົມມະນິເທດເພື່ອເຂົ້າເປັນສະມາຊິກຂອງ ສະຫະພັນວາງແຜນຄອບຄົວສາກົນ(IPPF)

by | ​ກ.ກ. 9, 2023

ການຈັດປະຖົມມະນິເທດເພື່ອເຂົ້າເປັນສະມາຊິກຂອງ ສະຫະພັນວາງແຜນຄອບຄົວສາກົນ(IPPF)
ໃນລະຫວ່າງວັນທີ 5-6, ເດືອນ ກໍລະກົດ, ປີ 2023, ທາງ ສສສຄ ໄດ້ ຈັດກອງປະຊຸມປະຖົມມະນິເທດ ໃຫ້ກັບ ຄະນະບໍລິຫານງານ ແລະ ພະນັກງານ ລວມເຖິງອາສາສະມັກ ໃນຫົວຂໍ້ ການເຂົ້າເປັນສະມາຊິກ ຂອງ ສະຫະພັນວາງແຜນຄອບຄົວສາກົນ(IPPF) ຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ ໃຫ້ກັບ ຜູ້ເຂົ້າຮ່ວມເຖິງມາດຖານ ແລະ ກົດລະບຽບການສະມາຊິກ ຂອງ IPPF. ກ່າວຕ້ອນຮັບ ແລະ ເປີດກອງປະຊຸມໂດຍ ທ່ານນາງ ດຣ ຈັນສີ ພິມພະຈັນ ປະທານ ສສສຄ ພ້ອມຄະນະປະທານ, ຜູ້ອໍານວຍການ, ພະນັກງານ ແລະ ອາສາ ລວມທັງໝົດ 31 ທ່ານ ແລະ ຍິງ 22 ທ່ານ. ຜູ້ບັນຍາຍ ແມ່ນ ທ່ານ ນາງ Juliana Premala Moses ແລະ ນາງ ທ່ານ NurmajDina BINTI ABDULLAH ຈາກຫ້ອງການພາກພື້ນຂອງສະຫະພັນວາງແຜນຄອບຄົວສາກົນ (IPPF). ລະຫວ່າງ ການນໍາສະເໜີ ຜູ້ເຂົ້າຮ່ວມໄດ້ ຮຽນຮູ້ເຖິງ ເຄືອຂ່າຍ IPPF, ເງື່ອນໄຂ, ມາດຖານ ແລະ ຍຸດທະສາດ ລວມ ເຖິງວິທີການເຮັດວຽກ ຂອງ ການເຂົ້າເປັນສະມາຊິກ.
ນອກຈາກນັ້ນ ຕົວແທນສອງທ່ານ ຍັງໄດ້ ເຂົ້າຢ້ຽມຢາມ ຫ້ອງການ ແລະ ຫ້ອງໃຫ້ຄໍາປຶກສາ ຕອນບ່າຍ. ການປະຊຸມ ແລະ ມາ ຢ້ຽມຢາມ ສສສຄ ຂອງ ຕົວແທນ ສອງທ່ານ ຂອງ IPPF ໃນຄັ້ງນີ້ ໄດ້ມີການແລກປ່ຽນສົນທະນາປຶກສາຫາລື ແລະ ແລກປ່ຽນກັນ ເຮັດໃຫ້ ຄະນະບໍລິຫານ, ພະນັກງານ ແລະ ອາສາສະມັກ ຮູ້ ແລະ ເຂົ້າໃຈແຈ້ງຂຶ້ນ ກ່ຽວກັບຂະບວນການ ແລະ ຂັ້ນຕອນການກະກຽມສະມັກເຂົ້າເປັນສະມາຊິກຂອງ IPPF ລວມເຖິງ ພາລະບົດບາດ ຂອງແຕ່ລະຝ່າຍ.
Orientation to become a association member of the International Family Planning Federation (IPPF)
During July 5-6, 2023, PFHA organized a national planning commission orientation meeting for management board and staff including volunteers on the topic “become a member of the International Family Planning Federation (IPPF)”. The meeting was welcomed and opened by Dr. Chansy Phimphachanh, the president of PFHA, together with the board of directors, directors, staff and volunteers, participant are 31 people and 22 women. The speakers are Mrs. Juliana Premala Moses and Mrs. NurmajDina BINTI ABDULLAH from the regional office of the International Planned Parenthood Federation (IPPF).
During the presentation, participants learned about the IPPF network, criteria, standard and strategies including how membership works.
In addition, two representatives also visited the office and consultation room in the afternoon. The meeting and visit of the two representatives of IPPF this time had an exchange of discussion and exchange so that the management board, staff and volunteers know and understand better about the process and procedure of preparing to become a member of IPPF including the role of each party.