ຢ້ຽມຢາມ 3 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ
by tony_admin | ກ.ພ. 21, 2023
![📅](https://static.xx.fbcdn.net/images/emoji.php/v9/t7e/1/16/1f4c5.png)
ໃນວັນທີ 9-10 ກຸມພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮູ້ສຶກເປັນກຽດຫຼາຍທີ່ໄດ້ໄປຢ້ຽມຢາມ 3 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນຄືື: ໂຮງໝໍ ມະໂຫສົດ, ໂຮງໝໍ ເສດຖາທິຣາດ ແລະ ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ໜອງພະຍາ. ເພື່ອເປັນການສ້າງສາຍສຳພັນທີ່ດີຮ່ວມກັບຄູ່ຮ່ວມງານລະຫວ່າງຄະນະບໍລິຫານຈາກສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ຄະນະບໍລິຫານງານຂອງໂຮງໝໍສູນກາງທັງ 3ແຫ່ງ.
![🎯](https://static.xx.fbcdn.net/images/emoji.php/v9/tb0/1/16/1f3af.png)
ຈຸດປະສົງ:
1. ເພື່ອແນະນຳຕົວອົງກອນ ສສສຄ ໃຫ້ກັບ ອໍານວຍການ ໂຮງໝໍທັງ 3 ແຫ່ງ
2. ເພື່ອປຶກສາຫາລື ກ່ຽວກັບການບໍລິການການສົ່ງຕໍ່ຄົນເຈັບ ແລະ ເປັນຄູ່ຮ່ວມງານໃນການບໍລິການ
3. ເພື່ອສົນທະນາ ແລະ ວາງແຜນຮ່ວມກັນໃນການດໍາເນີນວຽກງານການບໍລິການ ແມ່ ແລະ ເດັກ ແລະ ສະຖານທີ່ການບໍລິການ, ໃຫ້ຄໍາປຶກສາແກ່ໄວໜຸ່ມ ແລະ ຜູ້ທີ່ມີບັນຫາ ທາງດ້ານສຸຂະພາບຈິດ
4. ເພື່ອຢ້ຽມຢາມຫອ້ງໃຫ້ຄໍາປຶກສາ ໃນສະຖານທີ່ການບໍລິການ
———————————————
![📝](https://static.xx.fbcdn.net/images/emoji.php/v9/tcc/1/16/1f4dd.png)
ຂຽນຂ່າວໂດຍ: ທ້າວ ສິນທະວິໄລ ທອງອ້ວນ
![🕵🏻](https://static.xx.fbcdn.net/images/emoji.php/v9/ta6/1/16/1f575_1f3fb.png)
ກວດແກ້ໂດຍ: ນາງ ທິບພະຈັນ ອິນທະວົງ
![📸](https://static.xx.fbcdn.net/images/emoji.php/v9/tde/1/16/1f4f8.png)
ຖ່າຍຮູບໂດຍ: ນາງ ສົມຈິງ ພັນທະສຸກ, ທ້າວ ສິນທະວິໄລ ທອງອ້ວນ