ສສສຄ ໄດ້ສຳເລັດການລົງເຜີຍແຜ່ ເລື່ອງການບໍລິການທີ່ເປັນມິດໃຫ້ແກ່ໄວໜຸ່ມ, ເລື່ອງສຸຂະພາບຈະເລີນພັນ ສຸຂະພາບທາງເພດ ໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ໃນ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ

by | ​ກ.ກ. 3, 2023

ສສສຄ ໄດ້ສຳເລັດການລົງເຜີຍແຜ່ ເລື່ອງການບໍລິການທີ່ເປັນມິດໃຫ້ແກ່ໄວໜຸ່ມ, ເລື່ອງສຸຂະພາບຈະເລີນພັນ ສຸຂະພາບທາງເພດ ໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ໃນ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Promotion of AFHS provided by HCs and helplines among adolescents
ໃນລະຫວ່າງວັນທີ 10-21 ມິຖຸນາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງປາກແບງ ພາຍໃຕ້ໂຄງການ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ (MBMF) ໄດ້ລົງເຜີຍແຜ່ໃຫ້ຄວາມຮູ້ເລື່ອງສຸຂະພາບຈະເລີນພັນ, ສິດທິທາງເພດ ແລະ ສະຖານທີ່ບໍລິການທີ່ເປັນມິດໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ກຸ່ມອາຍຸ 10-24ປີ ຢູ່ໃນ 15 ບ້ານເປົ້າໝາຍໃນເມືອງປາກແບງ”. ທີມງານລົງຈັດຕັ້ງປະຕິບັດກິດຈະກຳຄັ້ງນີ້ປະກອບມີ: ທ່ານ ສຸລິສັກ ສິດທິຜົນ ຫົວໜ້າ ໜ່ວຍງານສົ່ງເສີມສຸຂະພາບ ຫ້ອງການສາທາເມືອງປາກແບງ, ທ່ານ ນຽນ ສີວົງທອງ ວິຊາການປິ່ນປົ່ວ ໂຮງໝໍຊູມຊົນເມືອງປາກແບງ, ທ່ານ ວັນນານ້ອຍ ນິຍົມສິນ ຜູ້ປະສານງານໂຄງການ MBMF ຈາກ ສສສຄ ວຽງຈັນ, ນາງ ຂັນທະລີ ວຽນນະໃສ ການເງິນໂຄງການ MBMF, ທ່ານ ແສງເພັດ ຍອດອິນມະນີ ຜູ້ປະສານງານພາກສະໜາມໂຄງການ MBMF ແລະ ຜູ້ປະສານງານໂຮງໝໍນ້ອຍ 6 ແຫ່ງເມືອງປາກແບງ.
ພາຍໃນກິດຈະກຳແມ່ນທີມງານໄດ້ລົງພື້ນທີ່ໄປແຕ່ລະບ້ານ ໃນການລົງໄປເຜີຍແຜ່ຂໍ້ມູນໃຫ້ໄວໜຸ່ມ, ການເປີດໂອກາດໃຫ້ໄວໜຸ່ມສົນທະນາແລກປ່ຽນຄວາມຄິດເຫັນ, ສອບຖາມຄວາມເຊື່ອທີ່ເຄີຍໄດ້ຍິນຜ່ານມາ ແລະ ຖາມຕອບເພື່ອແຈກຂອງລາງວັນ, ເຊີ່ງຂອງລາງວັນທີ່ນຳໄປແຈກ ສ່ວນໃຫຍ່ເປັນສິ່ງຂອງທີ່ນຳໃຊ້ໃນຊີວິດປະຈຳວັນຂອງໄວໜຸ່ມເອງ ເຊັ່ນ: ສະບູ, ແຟບ, ຜ້າອະນາໄມ, ຖົງຢາງອະນາໄມ, ແປງຖູແຂ້ວ ແລະ ອ່ືນໆ.
ມີຜູ້ເຂົ້າຮ່ວມທັງໝົດຈາກ 15 ບ້ານ 1,066 ຄົນ, ຍິງ 572 ຄົນ, ຊາຍ 494 ຄົນ.
ຈຸດປະສົງ :
1. ເພື່ອເປັນການເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ
2. ເພື່ອເຜີຍແຜ່ ເລື່ອງການຈະເລີນເຕີບໂຕຂອງຮ່າງກາຍໄວໜຸ່ມ ຍິງ-ຊາຍ, ວິທີການຄຸມກຳເນີດ, ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ວິທີດູແລຮັກສາເວລາເປັນປະຈຳເດືອນ, ວິທີໃສ່ຖົງຢາງ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ຂຽນຂ່າວໂດຍ: ທ. ແສງເພັດ ຍອດອິນມະນີ
ຖ່າຍພາບໂດຍ: ທ. ແສງເພັດ ຍອດອິນມະນີ
# PFHALAOS
# MBMF Project