ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ສິດທິທາງເພດ ແລະ ການບໍລິການທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ໃນ 15 ບ້ານເປົ້້າໝາຍ ຢູ່ເມືອງຮຸນ ແຂວງ ອຸດົມໄຊ

by | ​ກ.ກ. 5, 2023

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ສິດທິທາງເພດ ແລະ ການບໍລິການທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ໃນ 15 ບ້ານເປົ້້າໝາຍ ຢູ່ເມືອງຮຸນ ແຂວງ ອຸດົມໄຊ Promotion of AFHS provided by HCs and helplines among adolescents
ໃນລະຫວ່າງວັນທີ 18 – 28 ມິຖຸນາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຮຸນ ພາຍໃຕ້ໂຄງການ : ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ My Body My Future. “ ໄດ້ລົງເຜີຍແຜ່ໃຫ້ຄວາມຮູ້ເລື່ອງສຸຂະພາບຈະເລີນພັນ, ສິດທິທາງເພດ ແລະ ສະຖານທີ່ບໍລິການທີ່ເປັນມິດໃຫ້ແກ່ເຍົາວະຊົນ-ໄວໜຸ່ມ ” ກຸ່ມອາຍຸ 10-24ປີ ຢູ່ໃນ 15 ບ້ານເປົ້າໝາຍໂຄງການໃນເມືອງຮຸນຄຶ: ບ້ານ ຈັນໄຕ, ບ້ານ ແຟນ, ບ້ານ ສົມພອນ, ບ້ານ ໜອງປາ, ບ້ານ ແກ້ວ, ບ້ານ ມົກຫຼັກ, ບ້ານ ນ້ຳຫນື່ງ, ບ້ານ ໂພນໄຊ, ບ້ານມົກພອດດ ບ້ານກອນເທີຍ, ບ້ານ ຜາຄຳ, ບ້ານ ມົກກະຈອກ, ບ້ານ ຕາດຕະແລ, ບ້ານ ນາວາງ, ບ້ານ ນ້ຳໝ້ຽງ. ທີມງານລົງຈັດຕັ້ງປະຕິບັດກິດຈະກຳຄັ້ງນີ້ປະກອບມີ: ທ່ານ ນາງ ຈັນທາ ສຸກັນທາ ວິຊາການ ໜ່ວຍງານແມ່ແລະເດັກ ຫ້ອງການສາທາລະນະສຸກເມືອງຮຸນ, ທ່ານ ນາງ ລັດດາວອນ ພັນທະວົງ ວິຊາການເກີດລູກ – ພະຍາດຍິງ ໂຮງໝໍຊູມຊົນເມືອງຮຸນ, ທ່ານ ວັນນານ້ອຍ ນິຍົມສິນ ຜູ້ປະສານງານໂຄງການ MBMF ຈາກ ສສສຄ ນະຄອນຫຼວງວຽງຈັນ, ນາງ ຂັນທະລີ ວຽນນະໃສ ການເງິນໂຄງການ MBMF ຈາກ ສສສຄ ນະຄອນຫຼວງວຽງຈັນ, ທ່ານ ນາງ ວົງນີລັນ ແອງທອງມີ ຜູ້ປະສານງານພາກສະໜາມໂຄງການ MBMF ສສສຄ ປະຈຳເມືອງຮຸນ ແລະ ຜູ້ປະສານງານໂຮງໝໍນ້ອຍ 10 ແຫ່ງເມືອງ ຮຸນ ແຂວງ ອຸດົມໄຊ.
 
ພາຍໃນກິດຈະກຳແມ່ນທີມງານໄດ້ລົງພື້ນທີ່ໄປແຕ່ລະບ້ານ ໃນການລົງໄປເຜີຍແຜ່ຂໍ້ມູນໃຫ້ໄວໜຸ່ມ, ການເປີດໂອກາດໃຫ້ໄວໜຸ່ມສົນທະນາແລກປ່ຽນຄວາມຄິດເຫັນ, ສອບຖາມຄວາມເຊື່ອທີ່ເຄີຍໄດ້ຍິນຜ່ານມາ ແລະ ຖາມຕອບເພື່ອແຈກຂອງລາງວັນ, ເຊີ່ງຂອງລາງວັນທີ່ນຳໄປແຈກ ສ່ວນໃຫຍ່ເປັນສິ່ງຂອງທີ່ນຳໃຊ້ໃນຊີວິດປະຈຳວັນຂອງໄວໜຸ່ມເອງ ເຊັ່ນ: ສະບູ, ແຟບ, ຜ້າອະນາໄມ, ຖົງຢາງອະນາໄມ, ແປງຖູແຂ້ວ ແລະ ອ່ືນໆ.
ມີຜູ້ເຂົ້າຮ່ວມທັງໝົດຈາກ 15 ບ້ານ 1,383 ຄົນ, ຍິງ 777 ຄົນ, ຊາຍ 604 ຄົນ.
ຈຸດປະສົງ :
1. ເພື່ອເປັນການເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ.
2. ເພື່ອແນະນຳສະຖານທີ່ການບໍລິການຫ້ອງໃຫ້ຄຳປຶກສາທີ່ເປັນມິດແກ່ໄວໜຸ່ມ.
3. ເພື່ອເຜີຍແຜ່ ເລື່ອງການຈະເລີນເຕີບໂຕຂອງຮ່າງກາຍໄວໜຸ່ມ ຍິງ-ຊາຍ, ວິທີການຄຸມກຳເນີດ, ພະຍາດຕິດຕໍ່ທາງເພດສຳພັນ (ພຕພ),ຄວາມຮູ້ພື້ນຖານກ່ຽວກັບ HIV/AIDS, ວິທີດູແລຮັກສາເວລາເປັນປະຈຳເດືອນ, ວິທີໃສ່ຖົງຢາງ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
ຖ່າຍພາບໂດຍ: ນາງ ວົງນີລັນ ແອງທອງມີ
# PFHALAOS
# MBMF Projec