ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Orientation of Village Health Volunteers (VHV) on AFHS and referrals

by | ມ.ຖ. 14, 2023

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Orientation of Village Health Volunteers (VHV) on AFHS and referrals
ໃນລະຫວ່າງວັນທີ 16-23 ພຶດສະພາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງປາກແບງ ພາຍໃຕ້ໂຄງການ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ ໄດ້ລົງໄປສະໜັບສະໜູນທີມງານໂຮງໝໍນ້ອຍໄດ້ຈັດຕັ້ງປະຕິບັດກິດຈະກຳ “ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ແກ່ ອສບ 15 ບ້ານເປົ້າໝາຍເມືອງປາກແບງ ຄື: ອສບ ບ້ານ ດອນແຈ້ງ, ບ້ານ ຄົກກະ, ບ້ານ ປາກແບງ, ບ້ານ ສຸກໄຊ, ບ້ານ ຄຳ, ບ້ານ ງ່ອນ, ບ້ານ ໄຊຊະນະ, ບ້ານ ຈອມແລງໃຫ່ຍ, ບ້ານ ກອນລາງ, ບ້ານ ມົກໂຄກາງ, ບ້ານ ພູຫຼວງ, ບ້ານ ລ້ອງຢອງ, ບ້ານ ຕອງ, ບ້ານ ພູຫຸງ ແລະ ອສບ ບ້ານ ມົກແຫວນ ທີ່ເປັນບ້ານເປົ້າໝາຍຂອງໂຄງການ.
ໃນກິດຈະກຳແມ່ນໄດ້ເຜີຍແຜ່ ໃຫ້ຄວາມຮູ້ເລື່ອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ວິທີດູແລຮັກສາເວລາເປັນປະຈຳເດືອນ, ຄວາມຮູ້ພື້ນຖານກ່ຽວກັບ HIV/AIDS ດັ່ງນີ້: ເສັ້ນທາງການຕິດຕໍ່, ວິທີການປ້ອງກັນ ແລະ ທີ່ບໍ່ສາມາດຕິດຕໍ່ໄດ້, ໃຫ້ຄວາມຮູ້ກ່ຽວກັບວິທີການວາງແຜນຄອບຄົວ, ເພື່ອແນະນຳສະຖານທີ່ການບໍລິການໃຫ້ຄຳປຶກສາທີ່ເປັນມິດແກ່ໄວໜຸ່ນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນດີຂອງແມ່ຍິງຖືພາຜູ້ທີ່ໄດ້ຝາກທ້ອງຢູ່ສະຖານທີ່ບໍລິການກັບແພດໝໍ ແລະ ຄວາມສ່ຽງຕໍ່ຜູ້ບໍ່ໄປຝາກທ້ອງ
ເຊິ່ງທີມງານລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ຈາກ ຫ້ອງການສາທາລະນະສຸກເມືອງ ຫົວໜ້າໜ່ວຍງານສົ່ງເສີມສູຂະພາບ, ປະສູດພະຍາດຍິງ ໂຮງໝໍຊຸມຊົນເມືອງປາກແບງ, ວິຊາການປິ່ນປົ່ວ ໂຮງໝໍຊູມຊົນເມືອງ, ຜູ້ປະສານງານພາກສະໜາມ ສສສຄ ແລະ ທີມງານໂຮງໝໍນ້ອຍ 6 ແຫ່ງເມືອງປາກແບງ.
 ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ເປັນຍິງ 16 ທ່ານ, ຊາຍ 29 ທ່ານ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ Project My Body My future (MBMF)
 ຂຽນຂ່າວໂດຍ: ທ. ແສງເພັດ ຍອດອິນມະນີ
 ຖ່າຍພາບໂດຍ: ທ. ແສງເພັດ ຍອດອິນມະນີ
# PFHALAOS
# MBMF Project