ປະຊຸມປະຈຳໄຕມາດທີ່ I ຂອງຄະນະບໍລິຫານງານ ສສສຄ
by tony_admin | ມ.ຖ. 27, 2023

ໃນວັນທີ 20 ມີນາ 2023 ເວລາ 9:00 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ມີການຈັດປະຊຸມ ປະຈຳໄຕມາດທີ່ໜື່ງຂອງ ຄະນະບໍລິຫານງານ ສສສຄ, ພາຍໃຕ້ການນໍາພາຂອງ ດຣ ຈັນສີ ພິມພະຈັນ ປະທານ ສສສຄ, ພາຍຫລັງປະທານ ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການ, ດຣ. ສຸພົນ ໄຊຍະວົງ ຜູ້ອຳນວຍການ ສສສຄ ໄດ້ຜ່ານວາລະກອງປະຊຸມ ແລະ ນຳສະເໜີ ຜົນໄດ້ຮັບ ໃນການຈັດ ຕັ້ງປະຕິບັດໃນໄຕມາດ1, ພ້ອມດ້ວຍ ທີມງານ ສສສຄ.

ຈຸດປະສົງ:
1. ເພື່ອລາຍງານ ຜົນໄດ້ຮັບ ໃນການຈັດຕັ້ງ ປະຕິບັດວຽກງານ ໃນໄຕມາດທີນຶ່ງ.
2. ເພື່ອສົນທະນາ ແລະ ປຶກສາຫາລື ໃຫ້ເປັນເອກະພາບກັນ ກ່ຽວກັບບັນຫາ ທີ່ກ່ຽວຂ້ອງ ທີ່ຍົກຂຶ້ນມາ ໃນກອງປະຊຸມ

ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ

ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ

ຖ່າຍຮູບໂດຍ: ນາງ ທິບພະຈັນ ອິນທະວົງ
ແຕ່ງພາບໂດຍ: ນາງ ວົງນິລັນ ແອງທອງມີ
# PFHALAOS