ມອບຢາ ແລະ ອຸປະກອນການແພດສຳລັບແມ່ ແລະ ເດັກ ໃຫ້ແກ່ 4 ໂຮງໝໍສູນກາງ ນະຄອນຫຼວງວຽງຈັນ ລວມມູນຄ່າກວ່າ 1,753,210,000 ກີບ

by | ມ.ຖ. 15, 2023

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ສຳເລັດ ການໄປມອບຢາຈໍານວນຫນຶ່ງ ທີ່ນໍາໃຊ້ເຂົ້າ ໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ໃຫ້ 4 ໂຮງໝໍສູນກາງ ນະຄອນຫຼວງວຽງຈັນ.

 

ເຊິ່ງຢາດັ່ງກ່າວ ມີມູນຄ່າລວມ ປະມານ 1,753,210,000 ກີບ, ເຊິ່ງໄດ້ຮັບ ການສະໜັບສະໜູນ ແລະ ຊ່ວຍເຫລືອລ້າຈາກ ສະຫະພັນວາງແຜນຄອບຄົວສາກົນ IPPF ແລະ (KoPHW, KOFIH, Community Chest of Korea)

ຕາງໜ້າ ສສສຄ ດຣ ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ ໄດ້ສຳເລັດການໄປມອບຢາ ໃຫ້ແກ່ 4 ໂຮງໝໍສູນກາງ ຢູ່ນະຄອນຫລວງວຽງຈັນຄື:

📅 ໃນວັນທີ 7 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍເສດຖາ ຕາງໜ້າຮັບໂດຍ ທ່ານ ດຣ ວໍລະຈິດ ທິບພະກຸນ ຮອງອຳນວຍການໂຮງໝໍ

📅 ໃນວັນທີ 9 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍແມ່ ແລະ ເດັກ ໜອງພະຍາ ຕາງໜ້າຮັບໂດຍ ທ່ານ ດຣ ຕຸ້ຍ ຈັນທະລັງສີ ຮອງອຳນວຍການໂຮງໝໍ

📅 ໃນວັນທີ 10 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍມະໂຫສົດ ຕາງໜ້າຮັບໂດຍ ທ່ານ ດຣ ນາງ ໃຈສະຫວັນ ທໍາມະວົງ ຕາງໜ້າພະແນກບໍລິຫານ ແລະ ແຜນການ,  ໂຮງໝໍມິດຕະພາບ ຕາງໜ້າຮັບໂດຍ ທ່ານ ດຣ ເກດມະນີ ເພັດສິລິແສງ ຮອງອຳນວຍການໂຮງໝໍ

ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກຢາ ໃນຄັ້ງນີ້.

🎯ຈຸດປະສົງ:

  1. ເພື່ອມອບຢາ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ໃຫ້ກັບ 4 ໂຮງໝໍສູນກາງ
  2. ເພື່ອໃຫ້ໂຮງໝໍ ແຈກຢາຍຢາຟຣີ ໃຫ້ກັບຜູ້ມາໃຊ້ບໍລິການ ກ່ຽວກັບແມ່ ແລະ ເດັກ.

                                 ———————————————

📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ

🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ

📸ຖ່າຍຮູບໂດຍ: ນາງ ທິບພະຈັນ ອິນທະວົງ

ແຕ່ງຮູບພາບໂດຍ: ນາງ ວົງນິລັນ ແອງທອງມີ

#PFHALAOS

#IPPF

#KoPHW

#KOFIH

#Community Chest of Korea