ຢ້ຽມຢາມ 3 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ

by | ກ.ພ. 21, 2023

📅ໃນວັນທີ 9-10 ກຸມພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮູ້ສຶກເປັນກຽດຫຼາຍທີ່ໄດ້ໄປຢ້ຽມຢາມ 3 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນຄືື: ໂຮງໝໍ ມະໂຫສົດ, ໂຮງໝໍ ເສດຖາທິຣາດ ແລະ ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ໜອງພະຍາ. ເພື່ອເປັນການສ້າງສາຍສຳພັນທີ່ດີຮ່ວມກັບຄູ່ຮ່ວມງານລະຫວ່າງຄະນະບໍລິຫານຈາກສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ຄະນະບໍລິຫານງານຂອງໂຮງໝໍສູນກາງທັງ 3ແຫ່ງ.
 
331266789_1527259604434776_8894999507253804293_n
 
🎯ຈຸດປະສົງ:
1. ເພື່ອແນະນຳຕົວອົງກອນ ສສສຄ ໃຫ້ກັບ ອໍານວຍການ ໂຮງໝໍທັງ 3 ແຫ່ງ
2. ເພື່ອປຶກສາຫາລື ກ່ຽວກັບການບໍລິການການສົ່ງຕໍ່ຄົນເຈັບ ແລະ ເປັນຄູ່ຮ່ວມງານໃນການບໍລິການ
3. ເພື່ອສົນທະນາ ແລະ ວາງແຜນຮ່ວມກັນໃນການດໍາເນີນວຽກງານການບໍລິການ ແມ່ ແລະ ເດັກ ແລະ ສະຖານທີ່ການບໍລິການ, ໃຫ້ຄໍາປຶກສາແກ່ໄວໜຸ່ມ ແລະ ຜູ້ທີ່ມີບັນຫາ ທາງດ້ານສຸຂະພາບຈິດ
4. ເພື່ອຢ້ຽມຢາມຫອ້ງໃຫ້ຄໍາປຶກສາ ໃນສະຖານທີ່ການບໍລິການ
———————————————
📝ຂຽນຂ່າວໂດຍ: ທ້າວ ສິນທະວິໄລ ທອງອ້ວນ
🕵🏻ກວດແກ້ໂດຍ: ນາງ ທິບພະຈັນ ອິນທະວົງ
📸ຖ່າຍຮູບໂດຍ: ນາງ ສົມຈິງ ພັນທະສຸກ, ທ້າວ ສິນທະວິໄລ ທອງອ້ວນ