5ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ

by | ກ.ພ. 15, 2022

  1. 5. ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ

ທ່ານຮູ້ບໍ່ວ່າການໃສ່ຖົງຢາງອະນາໄມແມ່ນມີຜົນດີຫຼາຍຢ່າງ, ດັ່ງລຸ່ມນີ້:

  1. ປ້ອງກັນການຖືພາ

ຈຸດປະສົງອັນດັບທຳອິດຂອງການໃຊ້ຖົງຢາງອະນາໄມ ກໍ່ເພື່ອປ້ອງກັນຄວາມຜິດພາດສໍາລັບຄູ່ນອນທີ່ບໍ່ຕ້ອງການທີ່ຈະມີລູກ ຫຼື ປ້ອງກັນການຖືພາກ່ອນໄວອັນຄວນນັ້ນເອງ. ຈື່ງເລືອກໃຊ້ຖົງຢາງອະນາໄມເພື່ອຄຸມກຳເນີດ. ເນື່ອງຈາກວ່າໃນປັດຈຸບັນ ຕ້ອງຍອມຮັບວ່າ ມີຜູ້ທີ່ໃຊ້ຊີວິດຄູ່ແບບຢູ່ກ່ອນແຕ່ງຈຳນວນຫຼາຍ

  1. ປ້ອງກັນການຕິດເຊື້ອ

ນອກຈາກຈະມີປະໂຫຍດໃນການຄຸມກໍາເນີດແລ້ວ ຖົງຢາງອະນາໄມກໍ່ຍັງເປັນອຸປະກອນທີ່ສາມາດຊ່ວຍປ້ອງກັນການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນຈາກຄູ່ຮ່ວມເພດໄດ້. ເນື່ອງຈາກວ່າມີພະຍາດຕິດຕໍ່ທາງເພດສໍາພັນຫຼາຍຊະນິດເຊັ່ນ: ໂລກເອດສ, ກາມະໂລກ, ໜອງໃນ ແລະ ຊີຟີລິສ.

  • ຫຼຸດອາການເຈັບ

ຖົງຢາງອະນາໄມສ່ວນໃຫຍ່ຈະມີສານຫຼໍ່ລື່ນທີ່ເອີ້ນວ່າ “ຊີລິໂຄນ ອອຍ” ຢູ່ໃນນັ້ນ, ເຊິ່ງຈະຊ່ວຍຫຼຸດຜ່ອນອາການເຈັບປວດໃນລະຫວ່າງການຮ່ວມເພດ. ໂດຍອົງການອາຫານ ແລະ ຢາ ກຳນົດໃຫ້ປະລິມານ ຊິລິໂຄນ ອອຍແມ່ນ 150-500 ມິລິກຼາມຕໍ່ຖົງຢາງອະນາໄມ 1 ຖົງ.

  1. ເພີ່ມຄວາມເພີດເພີນທາງເພດ

ປະຈຸບັນ ຖົງຢາງອະນາໄມຈະມີຫຼາກຫຼາຍຮູບແບບ, ນອກຈາກຈະມີສີ, ມີກິ່ນ ແລະ ລົດຊາດໃຫ້ເລືອກຕາມຄວາມມັກຂອງແຕ່ລະຄົນແລ້ວ. ກໍຍັງມີເນື້ອສຳພັດທີ່ຫຼາກຫຼາຍ ເພື່ອເປັນລູກຫຼີ້ນໃນການເພີດເພີນທາງເພດໃຫ້ກັບຄູ່ຮ່ວມເພດ

  1. ບໍ່ເປິເປື້ອນ

ນອກຈາກປະໂຫຍດຂ້າງເທິງແລ້ວ ເຫດຜົນທີ່ຄູ່ຮັກຫຼາຍຄູ່ ເລືອກໃຊ້ຖົງຢາງອະນາໄມໃນເວລາມີເພດສຳພັນ ກໍ່ຍ້ອນວ່າມັນຈະຊ່ວຍໃຫ້ບໍ່ເປິເປື້ອນໃນເວລາທີ່ຜູ້ຊາຍເກີດການຫຼັ່ງນໍ້າອະສຸຈິນັ້ນເອງ.

ຂໍ້ມູນອ້າງອີງ:

https://www.sanook.com/men/19145/

#PFHALAO

#WomensRights4Health

#CSurge