Orientation of Village Health Volunteers (VHV) on AFHS and referrals

by | ມ.ຖ. 14, 2023

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງຮຸນ ແຂວງ ອຸດົມໄຊ Orientation of Village Health Volunteers (VHV) on AFHS and referrals
ໃນລະຫວ່າງວັນທີ 22-31 ພຶດສະພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຮຸນ ພາຍໃຕ້ໂຄງການ “ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ My Body My Future “ໄດ້ລົງໄປສະໜັບສະໜູນທີມງານໂຮງໝໍນ້ອຍໄດ້ຈັດຕັ້ງປະຕິບັດກິດຈະກຳ “ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ແກ່ ອສບ 15 ບ້ານເປົ້າໝາຍເມືອງຮຸນ ຄື: ອສບ ບ້ານ ຈັນໄຕ, ບ້ານ ແຟນ, ບ້ານ ສົມພອນ, ບ້ານ ໜອງປາ, ບ້ານ ແກ້ວ, ບ້ານ ມົກຫຼັກ, ບ້ານ ນ້ຳຫນື່ງ, ບ້ານ ໂພນໄຊ, ບ້ານມົກພອດດ ບ້ານກອນເທີຍ, ບ້ານ ຜາຄຳ, ບ້ານ ມົກກະຈອກ, ບ້ານ ຕາດຕະແລ, ບ້ານ ນາວາງ, ບ້ານ ນ້ຳໝ້ຽງ. ທີ່ເປັນບ້ານເປົ້າໝາຍຂອງໂຄງການ.
ຈຸດປະສົງໃນການຈັດຕັ້ງກິດຈະກຳຄັ້ງນີ້ແມ່ນໄດ້ເຜີຍແຜ່ໃຫ້ຄວາມຮູ້ເລື່ອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມເຊັ່ນ: ການຈະເລີນເຕີບໂຕຂອງຮ່າງກ່າຍຍິງ-ຊາຍ, ລະບົບສືບພັນຍິງ-ຊາຍ, ວິທີ່ການວາງແຜນຄອບຄົວ, ວິທີດູແລຮັກສາເວລາເປັນປະຈຳເດືອນ, ວິທີໃສ່ຖົງຢ່າງອະນາໄມ, ພະຍາດຕິດຕໍ່ທາງເພດສຳພັນຍິງ-ຊາຍ, ຄວາມຮູ້ພື້ນຖານກ່ຽວກັບ HIV/AIDS ແລະ ແນະນຳສະຖານທີ່ການບໍລິການຫ້ອງໃຫ້ຄຳປຶກສາທີ່ເປັນມິດແກ່ໄວໜຸ່ມ. ເພື່ອໃຫ້ ອສບ 15 ບ້ານເປົ້າໝາຍສາມາດນຳເອົາບົດຮຽນໄປສົ່ງຕໍ່ ແລະ ແນະນຳໃຫ້ໄວໜຸ່ມຢູ່ບ້ານຂອງຕົນມາໃຊ້ບໍລິການຫ້ອງໃຫ້ຄຳປຶກສາຢູ່ໂຮງໝໍນ້ອຍ.
ເຊິ່ງທີມງານລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ມີຄະນະຫ້ອງການສາທາລະນະສຸກ, ວິຊາການໜ່ວຍງານລະບາດ, ວິຊາການໜ່ວຍງານແມ່ ແລະ ເດັກ, ປະສູດພະຍາດຍິງ ໂຮງໝໍຊຸມຊົນເມືອງຮຸນ, ຜູ້ປະສານງານພາກສະໜາມ ສສສຄ ແລະ ທີມງານໂຮງໝໍນ້ອຍ 10 ແຫ່ງເມືງຮຸນ. ມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ ຍິງ 23 ທ່ານ, ຊາຍ 33 ທ່ານ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ Project My Body My future (MBMF)
 ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
 ຖ່າຍພາບໂດຍ: ນາງ ວົງນີລັນ ແອງທອງມີ
# PFHALAOS
# MBMF Project