ການຝຶກອົບຮົມທົບທວນຄືນ ການດູແລເດັກເກີດໃໝ່ ແລະ ລົງຕິດຕາມຊຸກຍູ້ການປັບປຸງສະຖານທີ່ການບໍລີການ ໂຮງໝໍນ້ອຍ

by | ມ.ຖ. 14, 2023

ການຝຶກອົບຮົມທົບທວນຄືນ ການດູແລເດັກເກີດໃໝ່ ແລະ ລົງຕິດຕາມຊຸກຍູ້ການປັບປຸງສະຖານທີ່ການບໍລີການ ໂຮງໝໍນ້ອຍ
ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ທີມງານຄູຝຶກ ຈາກກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດກິດຈະກໍາ ຝຶກອົບຮົມທົບທວນຄືນ ກ່ຽວກັບ ການດູແລເດັກເກີດໃໝ່ໃຫ້ແກ່ພະນັກງານແພດ ໂຮງໝໍນ້ອຍ 9 ແຫ່ງ ທີ່ເມືອງໃໝ່, ເມືອງສໍາພັນ ແລະ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງມີ ໂຮງໝໍນອ້ຍ ມູຈິກາງ, ໂຮງໝໍນອ້ຍ, ໂຮງໝໍນອ້ຍ ລາວເລວ, ໂຮງໝໍນອ້ຍ ປາກແພ, ໂຮງໝໍນອ້ຍ ໂພນໄຊ, ໂຮງໝໍນອ້ຍ ກິ່ວກະຈໍາ, ໂຮງໝໍນອ້ຍ ລະຮາງໃຫຍ່, ໂຮງໝໍນອ້ຍ ກົກງີ້ວ, ໂຮງໝໍນອ້ຍ ລາດຊາງ, ໂຮງໝໍນອ້ຍບວມພັນ, ຫຼັງຈາກຝຶກອົບຮົມແລ້ວ ແມ່ນໄດ້ລົງ ຕິດຕາມຊຸກຍູ້ທີມງານ ໃນສະຖານທີ່ການບໍລິການ ແລະ ໄດ້ລົງໄປຢ້ຽມຢາມບ້ານຂອງຜູ້ມາຮັບການບໍລິການ ທີ່ໂຮງໝໍນອ້ຍ
ຈຸດປະສົງແມ່ນ
– ເພື່ອເປັນການເພີ່ມທັກສະການຊ່ວຍເກີດໃຫ້ພະນັກງານໂຮງໝໍນ້ອຍໄດ້ມີຄວາມຊໍ່ານານ ເພີ່ມຂື້ນກວ່າເກົ່າ ແລະ ເພີ່ມຄຸນນະພາບການບໍລິການ ລະຫວ່າງຜູ້ໃຫ້ບໍລິການ ກັບຜູ້ມາໃຊ້ບໍລິການ
– ເພື່ອເຮັດໃຫ້ສະຖານທີ່ບໍລິການມີຄວາມສະອາດ, ຄວາມປອດໄພ, ຄວາມພ້ອມ, ຄວາມເປັນມິດຕໍ່ແມ່ແລະເດັກ ແລະ ການເຄົາລົບນັບຖືຕໍ່ຜູ້ມາໃຊ້ບໍລິການຢູ່ໂຮງໝໍນ້ອຍ
– ເພື່ອເຮັດໃຫ້ຊຸມຊົນມີຄວາມເຊື່ອໝັ້ນໃນການໃຫ້ບໍລິການຂອງແພດໝໍ ແລະ ເຮັດໃຫ້ຊຸມຊົນເຂົ້າມາໃຊ້ບໍລິການຢູ່ສະຖານທີ່ໃຫ້ບໍລິການ ຫຼື ໂຮງໝໍນ້ອຍຫຼາຍຂຶ້ນ ເຊັ່ນ: ມາຝາກທ້ອງ, ເກີດລູກ, ກວດຫຼັງເກີດ, ສັກຢາ ແລະ ອື່ນໆ, ທີມງານໄດ້ລົງໄປຢ້ຽມຢາມ, ແນະນຳ, ປັບປຸງ ແກ້ໄຂບັນຫາ ແລະ ຍັງນຳພາພະນັກງານໂຮງໝໍນ້ອຍຈັດສັນສະຖານທີ່ ສາທິດການເກິດລູກໂດຍນຳໃຊ້ຫຸ່ນ Mama Natali
ນໍາພາທີມໂດຍ ດຣ ບົວວັນ ສົມສະໜິດ ຈາກ ສະມາຄົມສົ່ງເສີມສຸຂະພາບຄອບຄົວ, ທີມຄູຝຶກ ຈາກກະຊວງສາທາລະນະສຸກ, ພະນັກງານ ອົງການ ແຄສາກົນ ປະຈຳລາວ ແລະ ທີມງານໂຮງໝໍນອ້ຍ 12 ທ່ານ. ໂດຍມີຜູ້ເຂົ້າຮ່ວມທັງໝົດ: 21 ທ່ານ /ຍິງ 16 ທ່ານ, ການລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຊ່ວຍເຫຼືອຈາກ ອົງການແຄ ສາກົນ ປະຈຳລາວ. ພາຍໃຕ້ ໂຄງການ “ໂພຊະນາການ 1000 ວັນທຳອິດຂອງຊິວິດ”.
ຂຽນໂດຍ: ດຣ ບົວວັນ ສົມສະໜິດ
ພາບໂດຍ: ດຣ ບົວວັນ ສົມສະໜິດ ແລະ ທີມງານ ອົງການແຄ ສາກົນປະຈໍາລາວ