ຝຶກອົບຮົມ “ການຈັດຕັ້ງປະຕິບັດກິດຈະກໍາການກວດພະຍາດເຄື່ອນທີ່ໃຫ້ກັບຜູ້ໃຫ້ບໍລິການດ້ານສຸຂະພາບຂັ້ນໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ”.

by | ມ.ຖ. 14, 2023

ວັນທີ 30 ພຶດສະພາ – 02 ມິຖຸນາ 2023. ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮ່ວມກັບ ພະແນກສາທາລະນະສຸກແຂວງບໍ່ແກ້ວ, ຫ້ອງການສາທາລະນະສຸກເມືອງຜາອຸດົມ, ເມືອງ ປາກທາ, ແຂວງ ບໍ່ແກ້ວ ໄດ້ຈັດຝຶກອົບຮົມຄືນກ່ຽວກັບ “ການຈັດຕັ້ງປະຕິບັດກິດຈະກໍາການກວດພະຍາດເຄື່ອນທີ່ໃຫ້ກັບຜູ້ໃຫ້ບໍລິການດ້ານສຸຂະພາບຂັ້ນໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ”. ຜູ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ແມ່ນມາຈາກສາທາລະນະສຸກເມືອງ ແລະ ໂຮງໝໍຊຸມຊົນເມືອງ ຜາອຸດົມ, ສາທາລະນະສຸກເມືອງ ແລະ ໂຮງໝໍຊຸມຊົນເມືອງ ປາກທາ ພ້ອມດ້ວຍ ໂຮງໝໍນ້ອຍເປົ້າໝາຍ 10 ແຫ່ງ ທີ່ເປັນຄູ່ຮ່ວມງານ ຂອງໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ (RESPOND).
ໃຫ້ກຽດເປັນປະທານໃນການເປີດ-ປິດ ກອງປະຊຸມໂດຍ ທ່ານ ດຣ. ບຸນເລື່ອນ ສິດສົມພູ, ຫົວຫນ້າ ຫ້ອງການສາທາລະນະສຸກເມືອງ ຜາອຸດົມ ແລະ ການເປັນປະທານຮ່ວມໂດຍ ທ່ານ ດຣ. ນາງ ສຸດທິສຸກ ອິນທະວິໄລ, ຮອງອໍານວຍການ ສສສຄ.
ກິດຈະກໍາການຝຶກອົບຮົມແມ່ນມີສອງພາກ: ພາກທິດສະດີ ແມ່ນຈັດຢູ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ ຜາອຸດົມ, ແຂວງບໍ່ແກ້ວ ແລະ ພາກປະຕິບັດຕົວຈິງ ໄດ້ຈັດຕັ້ງປະຕິບັດຢູ່ທີ່ ບ້ານຖິ່ນແກ້ວ, ເມືອງ ຜາອຸດົມ, ມີປະຊາຊົນພາຍໃນບ້ານຈໍານວນ 97 ຄົນໄດ້ເຂົ້າຮັບການກວດສຸຂະພາບ.
ຜູ້ເຂົ້າຮ່ວມທັງໝົດ: 27 ທ່ານ, ຍິງ 22 ທ່ານ
ພາຍໃຕ້ໂຄງການ “RESPOND”
ສະຖານທີ່: ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ
🎯ຈຸດປະສົງ:
• ເພື່ອເສີມສ້າງ ຄວາມອາດສາມາດ ໃນການຈັດຕັ້ງ ປະຕິບັດກິດຈະກໍາ ການກວດພະຍາດເຄື່ອນທີ່ (Mobile Clinic) ໃຫ້ກັບໂຮງໝໍນ້ອຍ ທີ່ເປັນເປົ້າໝາຍ ຂອງໂຄງການ
• ເພື່ອເສີມສ້າງຄວາມອາດສາມາດ ທາງດ້ານວິຊາການໂດຍສະເພາະແມ່ນການວາງແຜນຄອບຄົວແບບຊົ່ວຄາວ, ໄລຍະຍາວ (ຢາຝັງ, ຮ່ວງອະນາໄມ)ໃຫ້ກັບຂັ້ນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ.
ຂຽນຂ່າວໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ
ຖ່າຍພາບໂດຍ: ທ. ຄໍາແສນ ຫຼວງລາດ