ສສສຄ ໄດ້ຮັບເງີນບໍລິຈາກເພື່ອປະກອບສ່ວນ ໃນການດຳເນີນກິດຈະກຳ ຂອງໂຄງການ ກ່ຽວກັບວຽກງານ ການບໍລິການແພດເຄື່ອນທີ່ ແບບເຊື່ອມສານ ສຸຂະພາບ ແມ່ ແລະ ເດັກ ຢູ່ 2 ແຂວງເປົ້າໝາຍ

by | ມ.ຖ. 14, 2023

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ຮັບຢາບໍລິຈາກທີ່ຈຳເປັນຂັ້ນພື້ນຖານ ຈຳນວນນຶ່ງ ແລະ ເຄື່ອງນຸ່ງໃໝ່-ເຄື່ອງມື 2 ຈຳນວນນຶ່ງ ເພື່ອປະກອບສ່ວນ ໃນການດຳເນີນກິດຈະກຳ ຂອງໂຄງການ ກ່ຽວກັບວຽກງານ ການບໍລິການແພດເຄື່ອນທີ່ ແບບເຊື່ອມສານ ສຸຂະພາບ ແມ່ ແລະ ເດັກ ຢູ່ 2 ແຂວງເປົ້າໝາຍ
ລວມມູນຄ່າຢາ ປະມານ 7,046,000 ກີບ, ເຊິ່ງລາຍລະອຽດການບໍລິຈາກມີຄື:
+ ການບໍລິຈາກຢາ:
– ທ່ານ ສາຍຝົນ (126,000 ກີບ)
– ທ່ານ ນາງ ເທບອັກສອນ ແສງສະຫວັດ (100,000 ກີບ)
– ທ່ານ ອາທະນາມ ຫລວງສຸດທິບ (2,500,000 ກີບ)
– ຄອບຄົວ ວົງສົມບັດ: ແມ່ຕູ້ຄຳລິດ, ທ່ານ ນາງ ຈັນເພັງ, ທ່ານ ນາງ ສິຣິພອນ ແລະ ທ່ານ ນາງ ຖາວອນ (2,520,000 ກີບ)
– ຄອບຄົວ ອິນທະວິໄລ: ທ່ານ ນາງ ບົວຄຳ, ທ່ານ ນາງ ຫລ້ານ້ອຍ, ທ່ານ ນາງສີທັດ ແລະ ດຣ.ສຸດທິສຸກ (1,800,000 ກີບ)
+ ການບໍລິຈາກເຄື່ອງນຸ່ງ:
– ທ່ານ ນາງ ສຸກວິໄລ ແສນຊາຍ, ທ່ານ ນາງ ພິດສະໄໝ ແກ້ວມະນີ, ທ່ານ ນາງ ສຸມີໄຊ ອິນສີຊຽງໃໝ່, ທ່ານ ອາທະນາມ ຫລວງສຸດທິບ ແລະ ຄອບຄົວ
ດຣ.ສຸພົນ ໄຊຍະວົງ.
ສະມາຄົມສົ່ງເສີມສຸຂະພາບຄອບຄົວ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຜູ້ບໍລິຈາກທຸກທ່ານ ຈົ່ງມີແຕ່ຄວາມສຸກກາຍ, ສຸກໃຈ ແລະ ຈະເລີນຮຸ່ງເຮືອງ ລໍ້າລວຍ
ແລະ ໂຊກລາບ ດ້ວຍເທີ້ນ.
📅 ໃນວັນທີ 11 ພຶດສະພາ 2023 ໄດ້ໄປບໍລິຈາກຢາ ຈໍາເປັນພື້ນຖານ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ
📅 ໃນວັນທີ 02 ມິຖຸນາ 2023 ໄດ້ໄປ ບໍລິຈາກຢາ ຈໍາເປັນພື້ນຖານ ແລະ ເຄື່ອງນຸ່ງ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ
🎯ຈຸດປະສົງ:
– ເພື່ອບໍລິຈາກຢາ ຈຳເປັນພື້ນຖານ ໃຫ້ກັບ ສະມາຄົມສົ່ງເສີມສຸຂະພາບຄອບຄົວ
– ເພື່ອປະກອບສ່ວນ ໃນກິດຈະກຳ ການບໍລິການແພດເຄື່ອນທີ່ ແບບເຊື່ອມສານ ສຸຂະພາບແມ່ ແລະ ເດັກ