ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ໄດ້ຖືກເຊີນ ຈາກ ກຸ່ມຜູ້ອາວຸໂສ ບໍານານ ທີ່ຮຽນຈົບຈາກ ສ ສ ຫວຽດນາມ

by | ​ກ.ກ. 27, 2023

ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2023, ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ໄດ້ຖືກເຊີນ ຈາກ ກຸ່ມຜູ້ອາວຸໂສ ບໍານານ ທີ່ຮຽນຈົບຈາກ ສ ສ ຫວຽດນາມ ໃນອາດີດ ໃຫ້ໄປເຜີຍແຜ່ຄວາມຮູ້ ກ່ຽວກັບ ວິທີການຮັກາສາສຸຂະພາບຜູ້ສູງອາຍຸ ຢູ່ທີ່ ຫໍວັດທະນະທໍາ ຫວຽດນາມ ເສັ້ນທາງ 450 ປີ. ຈຸດປະສົງ ແມ່ນເພື່ອ ສົ່ງເສີມສຸຂະພາບຜູ້ສູງອາຍຸ ເຊິ່ງນໍາພາທີມໂດຍ ທ່ານ ນາງ ດຣ ຈັນສີພີມພະຈັນ, ປະທານສະມາຄົມ ພ້ອມດ້ວຍທີມງານ ທ່ານ ນາງ ດຣ ລັດຕິພອນ ອູລາ, ກອງເລຂາ ແລະ ດຣ ສຸພົນ ໄຊຍະວົງ, ຜູ້ອໍານວຍການ. ລະຫວ່າງນັ້ນ ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບພາບລວມ ສສສຄ, ວິທີການຮັກສາສຸຂະພາບຜູ້ສູງອາຍຸ ແລະ ຍັງໄດ້ມີການສົນທະນາ ແລກ ປ່ຽນ ແລະ ສອບຖາມກ່ຽວກັບຂໍ້ຂ້ອງໃຈຂອງຕົວເອງ. ຜ່ານການເຜີຍແຜ່, ຜູ້ເຂົ້າຮ່ວມຕ່າງກໍ່ສະແດງຄວາມສົນໃຈ ແລະ ດີໃຈ ທີ່ທາງ ສສສຄ ໄດ້ໄປໃຫ້ຄວາມຮູ້ດັ່ງກ່າວ.
 
—————————————————
In the morning, On 15 July 2023, the Promotion of Family Health Association(PFHA) was invited from the elderly group Vietnam Alumni to provide health education on elderly health care at the Vietnam Culture hall on the 450 road. The purpose is to promote elderly health care and led by Dr Chansy Phimphachanh, President, Dr Ratthiphone Oula and Dr Souphon Sayavong, Executive Director. During the session, the participant learned about PFHA overview and taking care of elderly health. In addition, there were discussion such as questions and answers to boost their understanding. Through the learning session, the participant showed their interest and appreciation to the team.