ກອງປະຊຸມປະຈຳປີທີ 2 ໂຄງການເຊື່ອມສານ “ແມ່ປອດໄພ” ແລະ ໂຄງການ “ຕອບສະໜອງ”

by | ສ.ຫ. 15, 2023

 ກອງປະຊຸມປະຈຳປີທີ 2 ໂຄງການເຊື່ອມສານ “ແມ່ປອດໄພ” ແລະ ໂຄງການ “ຕອບສະໜອງ”
ໃນວັນທີ 2-3 /08/2023. ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮ່ວມກັບ ພະແນກສາທາລະນະສຸກແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຂຶ້ນເຊິ່ງກອງປະຊຸມມີຊື່ວ່າ ” ກອງປະຊຸມປະຈຳປີທີ 2 ໂຄງການເຊື່ອມສານ “ແມ່ປອດໄພ” ແລະ ໂຄງການ “ຕອບສະໜອງ” ໂດຍໄດ້ຮັບກຽດເຂົ້າຮ່ວມກອງປະຊຸມຈາກແຂກທີ່ຖືກເຊື້ອເຊີນຈາກສູນກາງເພື່ອເຂົ້າຮ່ວມແລກປ່ຽນ, ຖອດຖອນບົດຮຽນ ໃນການປະຕິບັດກິດຈະກໍາ ແລະ ແນະນໍາກ່ຽວກັບນະໂຍບາຍຕ່າງໆຂອງແຕ່ລະວຽກງານທີ່ກ່ຽວຂ້ອງເຊັ່ນ: ສູນແມ່ແລະເດັກ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸດຕິທໍາ ກະຊວງຍຸດຕິທໍາ, ກຸ່ມພູມໃຈທີ່ເປັນເຮົາ, ສະມາຄົມສົ່ງເສີມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAS), ສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE), ສະມາຄົມ ພັດທະນາບົດບາດຍິງຊາຍ (GDA).
     ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບກຽດເຂົ້າຮ່ວມຈາກ ພະແນກສາທາລະນະສຸກແຂວງບໍ່ແກ້ວ, ແຂວງ ຫຼວງນໍ້າທາ, ຫ້ອງການສາທາລະນະສຸກເມືອງ ວຽງພູຄາ, ເມືອງນາແລ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ, ເມືອງ ເມິງ, ເມືອງ ລອງ, ໂຮງໝໍຊຸມຊົນເມືອງ ແລະ ສະຫະພັນແມ່ຍິງເມືອງ ວຽງພູຄາ, ເມືອງ ນາແລ, ເມືອງ ປາກທາ, ເມືອງ ຜາອຸດົມ, ໂຮງໝໍນ້ອຍ 20 ແຫ່ງທີ່ເປັນຄູ່ຮ່ວມງານຢູ່ໃນພື້ນທີ່ເປົ້າໝາຍ ພ້ອມທັງເປັນສະຖານທີ່ເປົ້າໝາຍ ຂອງໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ (RESPOND).
ໃຫ້ກຽດເປັນປະທານໃນການເປີດ-ປິດ ກອງປະຊຸມໂດຍ ທ່ານ ດຣ. ກອນສະໜຸກ ສິງພວງເພັດ, ຮອງປະທານ ສສສຄ, ເຊິ່ງໃນກອງປະຊຸມຄັ້ງນີ້້ມີການເປັນປະທານຮ່ວມໂດຍ ທ່ານ ດຣ. ນາງ ບົວນິນ ອິນໃຈ, ຄະນະພະແນກສາທາລະນະສຸກ ແຂວງຫຼວງນ້ຳທາ, ທ່ານ ດຣ. ຄໍາສິນ ພົມມະຫານ, ຮອງຫົວໜ້າສາທາລະນະສຸກແຂວງບໍ່ແກ້ວ.
ຜູ້ເຂົ້າຮ່ວມທັງໝົດ: 63 ທ່ານ, ຍິງ 44 ທ່ານ
ພາຍໃຕ້ໂຄງການ “RESPOND”
ສະຖານທີ່: ຫ້ອງປະຊຸມ ໂຮງແຮມ ທະວິີສຸກ, ເມືອງວັງວຽງ, ແຂວງ ວຽງຈັນ
ຈຸດປະສົງ:
• ເພື່ອຂໍການສະໜັບໜູນ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດຄື: ການລຸລູກທີ່ປອດໄພ, ການວາງແຜນຄອບຄົວແບບຊົ່ວຄາວໄລຍະຍາວ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ-ເດັກ ແລະ ການເຂົ້້າເຖິງຂະບວນການຍຸດຕິທຳ ຂອງ ແມ່ຍິງທີ່ຖືກຄວາມຮຸນແຮງ.
• ເພື່ອນຳສະເໜີກ່ຽວກັບ ຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະປີ 2 ແລະ ແຜນການຈັດຕັ້ງປະຕິບັດໂຄງການປີທີ 3
ຂຽນຂ່າວໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ
ຖ່າຍພາບໂດຍ: ທ. ວິລະສິດ ອິນທະຫວາ