ກອງປະຊຸມ ສະຫຼຸບ-ລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະ 02 ປີ ປິທີ1 (2021-2022) ປີທີ2(2022-2023) ແລະ ປິດໂຄງການ.

by | ສ.ຫ. 15, 2023

ກອງປະຊຸມ ສະຫຼຸບ-ລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະ 02 ປີ ປິທີ1 (2021-2022) ປີທີ2(2022-2023) ແລະ ປິດໂຄງການ.
ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໃນນາມໂຄງການ ຮ່ວມແຮງຮ່ວມໃຈ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນເຂດທີມີຄວາມສ່ຽງ. ໄດ້ຈັດກອງປະຊຸມ ສະຫຼູບ-ລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະ 02 ປີ ປິທີ1 (2021-2022) ປີທີ2(2022-2023) ແລະ ປິດໂຄງການ. ເຊີ່ງໄດ້ຮັບກຽດເປັນປະທານ ກອງປະຊຸມໂດຍ ທ່ານ ດຣ ນາງ ບົວນິນ ອິນໃຈ ຄະນະພະແນກສາທາລະນະສຸກແຂວງຫຼວງນ້ຳທາ, ທ່ານ ນາງ ຈັນຄຳ ມີໄຊ ຮອງເລຂາພັກເມືອງ ປະທານອົງການແນວລາວສ້າງຊາດເມືອງວຽງພູຄາ ແຂວງຫຼວງນ້ຳທາ ແລະ ທ່ານ ດຣ ນາງ ເພັດສະໝອນ ຈິນດາວົງສີສຸລາດ ຮອງປະທານສະມາຄົມ ສົ່ງເສິມສຸຂະພາບຄອບຄົວ. ເຊີ່ງມີຜູ້ຕາງໜ້າ ຈາກພະແນກສາທາລະນະສຸກແຂວງ, ພະແນກພາຍໃນແຂວງ, ພະແນກແຮງງານສະຫວັດດີການແລະສັງຄົມແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການກະສິກຳເມືອງ, ຫ້ອງການແຮງງານສະຫວັດດີການ-ສັງຄົມເມືອງ, ຫ້ອງການສຶກສາເມືອງ, ຫ້ອງການພາຍໃນເມືອງ, ອຳນາດການປົກຄອງບ້ານ 8 ບ້ານ, ອຳນວຍການໂຮງຮຽນ 8 ແຫ່ງ ແລະ ໂຮງໝໍນ້ອຍ ຂອງ 02 ເມືອງຄື ເມືອງລອງ ແລະ ເມືອງວຽງພູຄາ, ພ້ອມທັງ ພະນັກງານຈາກສະມາຄົມສົ່ງເສີມສຸຂະພາບຄອບຄົວ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 68 ທ່ານ ເປັນຍິງ 28 ທ່ານ.
 
ໃນກອງປະຊຸມໄດ້ນຳສະເໜີ ຜົນຂອງການຈັດຕັ້ງປະຕິບັດ ການປັບປຸງສວນຜັກຂອງໂຮງຮຽນ ມປາຍຊົນເຜົ່າ, ການລາຍງານຈາກຕາງໜ້າຄອບຄົວທີໄດ້ຮັບການສະໜັບສະໜູນຈາກໂຄງການ ພ້ອມທັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 2 ປີ ໂດຍຫຍໍ້ໂດຍຜູ້ຮັບຜິດຊອບໂຄງການ ແລະ ການສົນທະນາເພື່ອມອບໂຄງການໃຫ້ແກ່ພາກສ່ວນກ່ຽວຂ້ອງໃນການສຶບຕໍ່ການຕິດຕາມ ແລະ ຊຸ້ຍູ້ກີດຈະກຳໃນຕໍ່ໜ້າພາຍຫຼັງ ໂຄງການສີ້ນສຸດ.
#ໄດ້ຮັບທຶນສະໜັບສະໜູນໂດຍສະຫະພາບເອີຣົບໃນ ສປປ ລາວ MOU ກັບກະຊວງສາທາລະນະສຸກ – ກົມຄວບຄຸມພະຍາດຕິດຕໍ່. ຈັດຕັ້ງປະຕິບັດຮ່ວມກັນໂດຍ: ອົງການ Plan ສາກົນ ເຢຍລະມັນ – Plan ລາວ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias), ສະມາຄົມພັດທະນາກະສິກໍາ ແລະສິ່ງແວດລ້ອມແບບຍືນຍົງ (SAEDA), ຮ່ວມມືກັນຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງອື່ນໆ ແລະ ຄະນະສະເພາະກິດ ຂອງລັດຖະບານ, ປະສານງານຜ່ານ LCCO.
#CiSAC-19 Project
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ