ກິດຈະກໍາ ຝຶກອົບຮົມທົບທວນຄືນ ກ່ຽວກັບ ການດູແລເດັກເກີດໃໝ່ໃຫ້ແກ່ພະນັກງານແພດ ໂຮງໝໍນ້ອຍ 17 ແຫ່ງ ຂອງ 2 ເມືອງ

by | ມ.ຖ. 21, 2023

ໃນລະຫວ່າງວັນທີ 12-16 ມີຖຸນາ(6) 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ທີມງານຄູຝຶກ ຈາກກະຊວງສາທາລະນະສຸກ ໄດ້ມີການຈັດຕັ້ງປະຕິບັດກິດຈະກໍາ ຝຶກອົບຮົມທົບທວນຄືນ ກ່ຽວກັບ ການດູແລເດັກເກີດໃໝ່ໃຫ້ແກ່ພະນັກງານແພດ ໂຮງໝໍນ້ອຍ 17 ແຫ່ງ ຂອງ 2 ເມືອງຄື: ເມືອງດາກຈື້ງ: 10 ໂຮງໝໍນອ້ຍ ແລະ ເມືອງກະລຶມ: 7 ໂຮງໝໍນອ້ຍ, ຫຼັງຈາກຝຶກອົບຮົມແລ້ວ ແມ່ນໄດ້ລົງ ຕິດຕາມຊຸກຍູ້ທີມງານ ໃນສະຖານທີ່ການບໍລິການເພື່ອປັບປຸງສະຖານທີ່ການບໍລິການ ໃນການຕອບສະນອງ ແກ່ຜູ້ມາຮັບການບໍລິການ ແລະ ໄດ້ລົງຢ້ຽມຢາມບ້ານຂອງຜູ້ມາຮັບການບໍລິການ ທີ່ໂຮງໝໍນອ້ຍ ຊຽງຫຼວງ ແລະ ໂຮງໝໍນອ້ຍ ຕັ່ງເຢີ່ງ ເມືອງດາກຈື້ງ ແຂວງເຊກອງ
 
ຈຸດປະສົງແມ່ນ ເພື່ອເປັນການເພີ່ມທັກສະ ໃນການຊ່ວຍເກີດໃຫ້ພະນັກງານໂຮງໝໍນ້ອຍ ໃຫ້ມີຄວາມເຂັ້ມແຂງ ແລະ ຊໍ່ານານ ທາງດ້ານວິຊາການ ແລະ ຄຸນນະພາບການບໍລິການ ໃຫ້ດີຂື້ນກວ່າເກົ່າ , ເພື່ອໃຫ້ຜູ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ໄດ້ມີສະຖານທີ່ບໍລິການ ທີ່ມີຄວາມສະອາດ, ປອດໄພ, ຄວາມພ້ອມ, ຄວາມເປັນມິດຕໍ່ແມ່ແລະ ເດັກ ແລະ ນອກຈາກນັ້ນ ກໍມີຄວາມເຄົາລົບນັບຖືຕໍ່ຜູ້ມາໃຊ້ບໍລິການຢູ່ໂຮງໝໍນ້ອຍ, ເພື່ອເຮັດໃຫ້ຊຸມຊົນມີຄວາມເຊື່ອໝັ້ນໃນການໃຫ້ບໍລິການຂອງແພດໝໍ ຈຶ່ງເຮັດໃຫ້ຊຸມຊົນເຂົ້າມາໃຊ້ບໍລິການຢູ່ສະຖານທີ່ບໍລິການ ຫຼື ໂຮງໝໍນ້ອຍຫຼາຍຂຶ້ນ ເຊັ່ນ: ມາຝາກທ້ອງ, ເກີດລູກ, ກວດຫຼັງເກີດ, ສັກຢາ ແລະ ອື່ນໆ. ນອກຈາກນັ້ນທີມງານກໍໄດ້ລົງໄປຢ້ຽມຢາມບ້ານ ຂອງຜູ້ມາຮັບການບໍລິການ ເກີດລູກໃນສະຖານທີ່ໂຮງໝໍນອ້ຍ ຊຽງຫຼວງ ແລະ ໂຮງໝໍນອ້ຍ ຕັ່ງເຢີ້ງ ເພື່ອຢ້ຽມຢາມຖາມຂ່າວຫຼັງຈາກ ມາໃຊ້ບໍລິການ ໃນການເກີດລູກ ແລະ ນອກຈາກນັ້ນແພດໝໍກໍໄດ້ ມີການໃຫ້ຄໍາປຶກສາ ແລະ ໃຫ້ສຸຂະສຶກສາ ແນະນຳ ການດູແລເດັກເກີດໃໝ່ ແລະ ແມ່ຫຼັງເກີດລູກ ທາງດ້ານໂພຊະນາການ ຂອງແມ່ ແລະ ເດັກ
ຫຼັງຈາກນັ້ນ ທີມງານທຸກທ່ານ ທີ່ໄດ້ລົງຢ້ຽມຢາມ ໃນຄັ້ງນີ້ ກໍໄດ້ຊ່ວຍກັນຈັດສັນສະຖານທີ່ການບໍລິການ ໃຫ້ເປັນລະບຽບຂື້ນກວ່າເກົ່າ ທີ່ໂຮງໝໍນ້ອຍ ຊຽງຫຼວງ ແລະ ໂຮງໝໍນອ້ຍ ຕັ່ງເຢີ້ງ ເພື່ອເປັນຕົວຢ່າງ ແລະ ເປັນທິດທາງໃນການປັບປຸງ ໃຫ້ແກ່ໂຮງໝໍນອ້ຍ ອຶ່ນໆ ໃນເມືອງ ດາກຈື້ງ ແລະ ເມືອງກະລຶມ ທີ່ແຂວງເຊກອງ ໃຫ້ໄດ້ມີສະຖານທີ່ການບໍລິການ ທີ່ມີຄຸນນະພາບຂຶ້ນຕຶ່ມນໍາພາທີມໂດຍ ດຣ ບົວວັນ ສົມສະໜິດ ຈາກ ສະມາຄົມສົ່ງເສີມສຸຂະພາບຄອບຄົວ, ທີມຄູຝຶກ ຈາກກະຊວງສາທາລະນະສຸກ, ພະນັກງານ ອົງການ ແຄສາກົນ ປະຈຳລາວ, ແພດປະສູດ ຈາກໂຮງໝໍແຂວງເຊກອງ ໂຮງໝໍເມືອງ ດາກຈື້ງ ແລະ ໂຮງໝໍເມືອງກະລຶມ ແລະ ທິມງານໂຮງໝໍນອ້ຍ 17 ແຫ່ງ, ໂດຍມີຜູ້ເຂົ້າຮ່ວມທັງໝົດ: 33 ທ່ານ /ຍິງ 27 ທ່ານ
ໃນການລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຊ່ວຍເຫຼືອຈາກ ອົງການແຄ ສາກົນ ປະຈຳລາວ, ພາຍໃຕ້ ໂຄງການ “ໂພຊະນາການ 1000 ວັນທຳອິດຂອງຊິວິດ”.
ຂຽນໂດຍ: ດຣ ບົວວັນ ສົມສະໜິດ
ພາບໂດຍ: ດຣ ບົວວັນ ສົມສະໜິດ ແລະ ທີມງານ ອົງການແຄ ສາກົນປະຈໍາລາວ ແຂວງເຊກອງ