ກິດຈະກໍາສະໜັບສະໜູນການປັບປຸງສວນຜັກຂອງໂຮງຮຽນ ມປາຍຊົ່ນເຜົ່າເມືອງວຽງພູຄາ

by | ມ.ຖ. 21, 2023

ໃນລະຫວ່າງ ວັນທີ່ 15 ພຶດສະພາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໃນນາມໂຄງການ ຮ່ວມແຮງຮ່ວມໃຈ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນເຂດທີມີຄວາມສ່ຽງ. ໄດ້ຈັດກິດຈະກໍາສະໜັບສະໜູນການປັບປຸງສວນຜັກຂອງໂຮງຮຽນ ມປາຍຊົ່ນເຜົ່າເມືອງວຽງພູຄາ ໃຫ້ເປັນສູນກາງຮຽນຮູ້ແລະສວນຜັກຕົວແບບຂອງເມືອງວຽງພູຄາ ເຊີ່ງໄດ້ເລິ່ມການປັບປຸງ ຕັ້ງແຕ່ວັນທີ່ 15 ພຶດສະພາ 2023 ເປັນຕົ້ນມາ ເຊີ່ງໃນການປັບປຸງສວນຜັກດັ່ງກ່າວ ແມ່ນມີລາຍການດັ່ງນີ້ : ການປັບປຸງຮົ້ວອ້ອມໜານຜັກ, ເຮືອນຮົ່ມບົ່ມຝຸ່ນ 1 ຫຼັງ, ສວນຜັກຈຳນວນ 170 ໜານ, ອ່າງເກັບນ້ຳເສຍເພື່ອຫົດຜັກ ແລະ ກະດານຂ່າວ ເຊີ່ງມີການຕິິິດຕາມ-ຊຸກຍູ້ຂອງພະນັກງານໂຄງການພາກສະໜາມ ແລະ ອຳນວຍການໂຮງຮຽນມປາຍຊົນເຜົ່າຢ່າງໃກ້ຊິດຕິດແທດໃນຊ່ວງໄລຍະການກໍ່ສ້າງແລະປັບປຸງເປັນໄລຍະ.
 
ໄດ້ຮັບທຶນສະໜັບສະໜູນໂດຍສະຫະພາບເອີຣົບໃນ ສປປ ລາວ MOU ກັບກະຊວງສາທາລະນະສຸກ – ກົມຄວບຄຸມພະຍາດຕິດຕໍ່. ຈັດຕັ້ງປະຕິບັດຮ່ວມກັນໂດຍ: ອົງການ Plan ສາກົນ ເຢຍລະມັນ – Plan ລາວ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias), ສະມາຄົມພັດທະນາກະສິກໍາ ແລະສິ່ງແວດລ້ອມແບບຍືນຍົງ (SAEDA), ຮ່ວມມືກັນຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງອື່ນໆ ແລະ ຄະນະສະເພາະກິດ ຂອງລັດຖະບານ, ປະສານງານຜ່ານ LCCO.
#CiSAC-19 Project
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ