ຝຶກອົບຮົມ “ການໃຫ້ບໍລິການທີ່ເປັນມິດປິດລັບແກ່ເຍົາວະຊົນ ແລະ ໄວໜຸ່ມ” ໃຫ້ກັບພະນັກງານໂຮງຫມໍນ້ອຍ ແລະ ຜູ້ປະສານງານສາທາເມືອງ Training for HC service providers & DHO staff and managers on AFHS & SOGIESC

by | ມ.ຖ. 14, 2023

ຝຶກອົບຮົມ “ການໃຫ້ບໍລິການທີ່ເປັນມິດປິດລັບແກ່ເຍົາວະຊົນ ແລະ ໄວໜຸ່ມ” ໃຫ້ກັບພະນັກງານໂຮງຫມໍນ້ອຍ ແລະ ຜູ້ປະສານງານສາທາເມືອງ Training for HC service providers & DHO staff and managers on AFHS & SOGIESC
ໃນລະຫວ່າງວັນທີ 08-12 ພຶດສະພາ 2023 ທີ່ຜ່ານມາ

 
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມ “ການໃຫ້ບໍລິການທີ່ເປັນມິດປິດລັບແກ່ເຍົາວະຊົນ ແລະ ໄວໜຸ່ມ” ໃຫ້ແກ່ ພະນັກງານໂຮງຫມໍນ້ອຍ 6 ແຫ່ງ ຄື: ໂຮງໝໍນ້ອຍ ມົກແຫວນ, ໂຮງໝໍນ້ອຍ ລ້ອງຢອງ, ໂຮງໝໍນ້ອຍ ມົກໂຄ, ໂຮງໝໍນ້ອຍ ສິງໄຊ, ໂຮງໝໍນ້ອຍ ໄຊຊະນະ ແລະ ໂຮງໝໍນ້ອຍ ຄົກກະ ທີ່ເປັນເປົ້າໝາຍ ຂອງໂຄງການຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ ແລະ ຜູ້ປະສານງານສາທາເມືອງ ຄື: ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ເຍົາວະຊົນໄວໜຸ່ມ ແລະ ຜົນກະທົບ ດ້ານສາທາລະນະສຸກ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ການໃຫ້ບໍລິການດ້ານສຸຂະພາບທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ, ພະຍາດຕິດຕໍ່ ທາງເພດສຳພັນ (ພຕພ-STIs), ການຖືພາ ແລະ ການເກີດລູກ, ການລຸລູກທີ່ບໍ່ປອດໄພ, ການຄຸມກຳເນີດ, HIV ແລະ ທິດສະດີ ຄວາຫຼາກຫຼາຍທາງເພດ
ທີ່ ແຂວງອຸດົມໄຊ ເມືອງປາກແບງ ໃຫ້ກຽດເປັນປະທານໃນຊຸດຝຶກອົບຮົມໂດຍ ທ່ານ ສົມລິດ ອຳພອນດາລາ ຫົວໜ້າຫ້ອງການ ສາທາລະນະສຸກເມືອງປາກແບງ
ຈຸດປະສົງແມ່ນ
1) ເພຶ່ອຝຶກອົບຮົມກ່ຽວກັບການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມໃຫ້ກັບພະນັກງານໂຮງຫມໍນ້ອຍ 6 ແຫ່ງ ແລະ ຜູ້ປະສານງານສາທາເມືອງປາກແບງ
2) ເພຶ່ອໃຫ້ບັນດາພະນັກງານໂຮງຫມໍນ້ອຍ 6 ແຫ່ງໄດ້ທົດລອງການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ
3) ເພຶ່ອໃຫ້ພະນັກງານໂຮງຫມໍນ້ອຍໄດ້ຮູ້ເລື່ອງ SOGIESC
ເຊິ່ງທີມງານຄູຝຶກແມ່ນມາຈາກພາກສ່ວນກະຊວງສາທາລະນະສຸກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ໜ່ວຍງານສົ່ງເສີມສຸຂະພາບ
ມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ເປັນຍິງ 18 ທ່ານ, ຊາຍ 9 ທ່ານ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງຕ່າງປະເທດຟິນແລນ ພາຍໃຕ້ Project My Body My future (MBMF)
ຂຽນຂ່າວໂດຍ: ທ. ແສງເພັດ ຍອດອິດມະນີ
ຖ່າຍພາບໂດຍ: ນ. ທິບພະຈັນ ອິນທະວົງ