ມອບຂອງຂັວນ ແລະ ກ່າວອວຍພອນ ເນື່ອງໃນໂອກາດປີໃຫມ່ລາວ ໃຫ້ແກ່ຄະນະ ບໍລິຫານງານ ສສສຄ

by | ມ.ຖ. 14, 2023

ເນື່ອງໃນໂອກາດປີໃຫມ່ລາວ ພສ 2566 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ໄປມອບຂອງຂັວນ ແລະ ອວຍພອນ ປີໃໝ່ ໃຫ້ແກ່ ຄະນະບໍລິຫານງານ ສສສຄ ໃນລະຫວ່າງ ວັນທີ 10 ຫາ 11 ເມສາ 2023; ເຊິ່ງໄດ້ນໍາພາໂດຍ ທ່ານ. ດຣ ສຸດທິສຸກ ອິນທະວິໄລ ຮອງອໍານວຍການ ພ້ອມດ້ວຍທີມງານ ສສສຄ.
ສສສຄ ຂໍອວຍພອນໄຊ ໃຫ້ທຸກໆທ່ານ ຈົ່ງມີແຕ່ ຄວາມສຸກກາຍ ສະບາຍໃຈ ໂຊກດີປີໃຫມ່ລາວ.
🎯ຈຸດປະສົງ:
1. ເພື່ອມອບ ຂອງຂັວນ ແລະ ກ່າວອວຍພອນ ປີໃຫມ່ ໃຫ້ແກ່ຄະນະ ບໍລິຫານງານ ສສສຄ
2 ເພື່ອເປັນການຮັກສາ ວັດທະນະທຳລາວ ແລະ ສ້າງວັດທະນະທໍາ ທີ່ດີໃນອົງກອນ.
📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ
🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ
📸ຖ່າຍຮູບໂດຍ: ທ ຄຳແສນ ຫລວງຫລາດ
ແຕ່ງພາບໂດຍ: ນາງ ທິບພະຈັນ ອິນທະວົງ