“ລົງຕິດຕາມສະຫນັບສະຫນູນການຊີ້ນໍາຂອງພະນັກງານ ສສສຄ ໃຫ້ກັບສະຖານທີບໍລິການ” ທີ່ເມືອງງາ, ແຂວງອຸດົມໄຊ 08 ສຸກສາລາ/ໂຮງໝໍນ້ອຍ

by | ກ.ຍ. 14, 2023

🗓️ ໃນວັນທີ 28 ສິງຫາ ຫາ 3 ກັນຍາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ “ລົງຕິດຕາມສະຫນັບສະຫນູນການຊີ້ນໍາຂອງພະນັກງານ ສສສຄ ໃຫ້ກັບສະຖານທີບໍລິການ” ທີ່ເມືອງງາ, ແຂວງອຸດົມໄຊ 08 ສຸກສາລາ/ໂຮງໝໍນ້ອຍ (ຫ້ວຍໄລ່, ນາຄົກ, ນາຊານ, ນາເໝຶອງ, ບ້ານແກ່ວ, ແສນຈອດ, ລາດຫານ, ລາດຄະມູນ) ຈຸດປະສົງແມ່ນ ເພື່ອເປັນການລົງຢ້ຽມຢາມໂຮງໝໍນ້ອຍ ແລະ ຕິດຕາມຄວາມຄືບຫນ້າຂອງໂຄງການ “ແມ່ປອດໄພ”.
ທີມງານໄດ້ລົງໄປຢ້ຽມຢາມ ແລະ ສໍາພາດ ພະນັກງານໂຮງໝໍນ້ອຍ ເຊິ່ງ ພາກລັດນໍາພາໂດຍ: ດຣ ແພງດີ ຄຳແກ້ວມະນີ ຊິນຳວຽກສົ່ງເສີມສຸຂະພາບ ແລະ ຍັງທັງເປັນຜູ້ປະສານງານໂຄງການ “ແມ່ປອດໄພ”
ສ່ວນທາງສະມາຄົມ ນໍາພາໂດຍ ດຣ ແສງສະໄໝ ສ່ຽນສິລິບຸດ, ວິຊາການ ສສສຄ ພ້ອມກັບທີມງານ 2 ທ່ານ. ໂດຍມີຜູ້ເຂົ້າຮ່ວມທັງໝົດ 68 ທ່ານ ຈາກ ເປັນຍິງ 41 ທ່ານ, ຊາຍ 27 ທ່ານ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການວາງແຜນຄອບຄົວສາກົນ (IPPF). ພາຍໃຕ້ ໂຄງການ “ແມ່ປອດໄພ” (SAFEMOTHERHOOD PROJECT).
ຂຽນໂດຍ: ທ. ວິລະສິດ ອິນທະຫວາ
ຖ່າບພາບໂດຍ: ທ. ວິລະສິດ ອິນທະຫວາ