ການລົງສະໜັບສະໜູນປັບປຸງຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 6 ແຫ່ງ ເມືອງປາກແບງ ແຂວງອຸດົມໄຊ.

by | ກ.ຍ. 14, 2023

ການລົງສະໜັບສະໜູນປັບປຸງຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 6 ແຫ່ງ ເມືອງປາກແບງ ແຂວງອຸດົມໄຊ.
ໃນລະຫວ່າງວັນທີ 04-07 ກັນຍາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງປາກແບງ ແຂວງອຸດົມໄຊ ໄດ້ລົງຈັດຕັ້ງກິດຈະກຳສະໜັບສະໜູນປັບປຸງຫ້ອງໃຫ້ຄຳທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 6 ແຫ່ງພາຍໃນ ເມືອງປາກແບງ ຄື: ໂຮງໝໍຊຸມຊົນເມືອງປາກແບງ, ໂຮງໝໍນ້ອຍໄຊຊະນະ, ຮໝນ ສິງໄຊ, ຮໝນ ມົກໂຄ, ຮໝນ ມົກແຫວນ, ຮໝນ ລ້ອງຍອງ ແລະ ໂຮງໝໍນ້ອຍ ຄົກກະ
 
ຈຸດປະສົງ:
– ເພື່ອປັບປຸງຫ້ອງໃຫ້ຄຳປຶກສາໃຫ້ກັບໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ.
– ເພື່ອສະໜັບສະໜູນອຸປະກອນ ແລະ ສື່ສິ່ງພີມທີ່ຈຳເປັນໃນຫ້ອງໃຫ້ຄຳປຶກສາ, ເປັນສີ່ງຈຸງໃຈໃຫ້ໄວຫນຸ່ມຮູ້ສຶກສະບາຍໃຈທີ່ຈະມາໃຊ້ບໍລິການ.
– ເພື່ອເຮັດໃຫ້ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍໄດ້ມີຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມ.
ທີມງານທີ່ລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ປະກອບມີ: ທ່ານ ສຸລິສັກ ສິດທິຜົນ ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບ ຫ້ອງການສາທາເມືອງປາກແບງ, ທີມງານຈາກ ສສສຄ ມີ: ທ່ານ ນາງ ທິບພະຈັນ ອິນທະວົງ ຜູ້ບໍລິຫານໂຄງການ, ທ່ານ ວັນນານ້ອຍ ນິຍົມສິນ ວິຊາການໂຄງການ, ທ່ານ ນາງ ຂັນທະລີ ວຽນນະໃສ ຜູ້ຊ່ວຍການເງິນ, ທ່ານ ແສງເພັດ ຍອດອິນມະນີ ຜູ້ຊ່ວຍໂຄງການພາກສະຫນາມ.
ອຸປະກອນ ຫຼື ສີ່ງອຳນວຍຄວາມສະດວກໃນຫ້ອງໃຫ້ຄຳປຶກສາມີ: ໂຕະ, ຕັ່ງ, ຕູ້ໃສ່ເອກະສານ, ຊັ້ນວາງເຄື່ອງ, ໂພສເຕີລ້າງມື 7 ຂັ້ນຕອນ, ແຜ່ນການຈະເລີນເຕີບໂຕຂອງຮ່າງກາຍໄວໜຸ່ມຊາຍ-ຍິງ, ວິທີການວາງແຜນຄອບຄົວ, ລະບົບສືບພັນເພດຊາຍ-ເພດຍິງ, ແຜ່ນວິທີການດູແລໃນເວລາເປັນປະຈຳເດືອນ, ແຜ່ນຄວາມຮູ້ພື້ນຖານກ່ຽວກັບ HIV/AIDS, ພະຍາດຕິດຕໍ່ທາງເພດສຳພັນເພດຊາຍ – ເພດຍິງ (ພຕພ), ວິທີໃສ່ຖົງຢາງອະນາໄມ, ປ້າຍສະໜັບສະໜູນ ຮອຍຍີ້ມໄວໜຸ່ມ ແລະ ປ້າຍຫ້ອງໃຫ້ຄຳປືກສາ ໄດ້ຕິດຕັ້ງ ແລະ ຈັດວາງສື່ສິ່ງພີມອື່ນໃສ່ຝາທີ່ເໝາະສົມ ຕາມການເຫັນດີຂອງຄະນະອຳນວຍການໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ.
ພາຍຫຼັງທີ່ໄດ້ປັບປຸງຫ້ອງໃຫ້ຄຳປຶກສາສຳເລັດແລ້ວ ທີມງານໄດ້ມີການສົນທະນາແລກປ່ຽນຄວາມຄິດເຫັນ, ຂໍ້ສະເໜີຕ່າງໆ ແລະ ປິດທ້າຍດ້ວຍການຖ່າຍຮູບມອບຮັບ.
ມີຜູ້ເຂົ້າຮ່ວມທັງໝົດ 22 ຄົນ ຍິງ 8 ຄົນ
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ໂຄງການ My Body My future (MBMF)
ຂຽນຂ່າວໂດຍ: ທ. ແສງເພັດ ຍອດອິນມະນີ
ຖ່າຍພາບໂດຍ: ນ.ທິບພະຈັນ ອິນທະວົງ