ກິດຈະກໍາສະໜັບສະໜູນການລ້ຽງໄກ່ ໃຫ້ແກ່ກຸ່ມເປົ້າໝາຍ 4 ບ້ານ

by | ມ.ຖ. 21, 2023

     ໃນ ວັນທີ່ 2 ມິຖຸນາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໃນນາມໂຄງການ ຮ່ວມແຮງຮ່ວມໃຈ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນເຂດທີມີຄວາມສ່ຽງ. ໄດ້ຈັດກິດຈະກໍາສະໜັບສະໜູນການລ້ຽງໄກ່ ໃຫ້ແກ່ກຸ່ມເປົ້າໝາຍ 4 ບ້ານຄື: ບ້ານທ້ຽວ, ບ້ານວຽງສະຫວ່າງ, ບ້ານດົງວຽງ ແລະ ບ້ານໃຫມ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເຊີ່ງໃນນີ້ໄດ້ຮັບກຽດເປັນປະທານຊີ້ນຳຂອງທ່ານ ບຸນມາ ພິລະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງພູຄາ ແລະ ທ່ານ ດຣ ນາງ ສົມປອງ ອາດທອງ ຫົວໜ້າຫ້ອງການສາທາລະນະສຸກແຂວງ, ມີທັງ ອຳນາດການປົກຄອງບ້ານ, ປະຊາຊົນກຸ່ມເປົ້າຫມາຍ, ພະນັກງານລັດຂັ້ນແຂວງ-ຂັ້ນເມືອງ ແລະ ພະນັກງານໂຄງການເຂົ້າຮ່ວມ.
 
ການສະໜັບສະໜູນດັ່ງກ່າວລວມມີ: ພັນໄກ່ລາດພື້ນບ້ານຈຳນວນ 240 ໂຕ, ຫົວອາຫານ ຈຳນວນ 12 ເປົາ, ຢາສັກວັກຊີນ ແລະ ອຸປະກອນຈໍານວນ 12 ຊຸດ ລວມມູນຄ່າທັງໝົດ 27,816,000 ກີບ.
ໄດ້ຮັບທຶນສະໜັບສະໜູນໂດຍສະຫະພາບເອີຣົບໃນ ສປປ ລາວ MOU ກັບກະຊວງສາທາລະນະສຸກ – ກົມຄວບຄຸມພະຍາດຕິດຕໍ່. ຈັດຕັ້ງປະຕິບັດຮ່ວມກັນໂດຍ: ອົງການ Plan ສາກົນ ເຢຍລະມັນ – Plan ລາວ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias), ສະມາຄົມພັດທະນາກະສິກໍາ ແລະສິ່ງແວດລ້ອມແບບຍືນຍົງ (SAEDA), ຮ່ວມມືກັນຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງອື່ນໆ ແລະ ຄະນະສະເພາະກິດ ຂອງລັດຖະບານ, ປະສານງານຜ່ານ LCCO.
#CiSAC-19 Project
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ