ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຖືກເຊີນໃຫ້ເຂົ້າຮ່ວມຈັດບູສ ວາງສະແດງຜົນງານ ແລະ ຮ່ວມປະກອບສ່ວນຈັດກິດຈະກຳ ໃນງານສະເຫຼີມສະຫຼອງວັນ ໄວໜຸ່ມສາກົນ ປະຈຳປີ 2023 ຢູ່ທີ່ ສູນການຄ້າລາວໄອເຕັກມໍ ຕຶກເກົ່າ

by | ສ.ຫ. 15, 2023

ໃນວັນທີ 11 ສິງຫາ 2023, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຖືກເຊີນໃຫ້ເຂົ້າຮ່ວມຈັດບູສ ວາງສະແດງຜົນງານ ແລະ ຮ່ວມປະກອບສ່ວນຈັດກິດຈະກຳ ໃນງານສະເຫຼີມສະຫຼອງວັນ ໄວໜຸ່ມສາກົນ ປະຈຳປີ 2023 ຢູ່ທີ່ ສູນການຄ້າລາວໄອເຕັກມໍ ຕຶກເກົ່າ ຊັ້ນໜຶ່ງ.
ຈຸດປະສົງຂອງງານ ແມ່ນ ເພື່ອເປັນການປຸກຈິດສໍານຶກໃຫ້ທຸກພາກສ່ວນເຫັນເຖິງຄວາມສໍາຄັນຂອງໄວໜຸ່ມທີ່ເປັນແຮງຂັບເຄືອນທີ່ສຳຄັນໃນການພັດທະນາປະເທດ ເຊິ່ງເປັນກຸ່ມປະຊາກອນທີ່ກວມອັດຕາສ່ວນຫຼາຍກວ່າ 60% ຂອງພົນລະເມືອງພາຍໃນປະເທດ ແລະພ້ອມດຽວກັນນັ້ນ ງານປີນີ້ຍັງໄດ້ເນັ້ນໜັກເຖິງສິ່ງແວດລ້ອມໂດຍໄດ້ມີຫົວຂໍ້ ທັກສະສີຂຽວ ເພື່ອເຮັດໃຫ້ຄົນໃນສັງຄົມໂດຍສະເພາະໄວໜຸ່ມໄດ້ຮັບຮູ້ເຖິງບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການຮັກສາສິ່ງແວດລ້ອມ, ເຊີ່ງຕາງໜ້າເຂົ້າຮ່ວມຈັດບູສໃນງານຄັ້ງນີ້ໂດຍ ທ່ານ ດຣ ບົວວັນ ສົມສະນິດ, ທ່ານ ວັນນານ້ອຍ ນິຍົມສິນ, ບໍລິຫານຫ້ອງການ, ທີມງານມີເດຍ ແລະ ນັກສຶກສາຝຶກງານ.
ໃນງານດັ່ງກ່າວ, ແມ່ນໄດ້ມີການສະແດງສິລະປະວັນນະຄະດີ, ການເປົ່າແຄນ, ການໂຕ້ວາທີ, ເວທີສົນທະນາ, ການແຂ່ງຂັນແຕ້ມຮູບ ແລະ ຮ່ວມຫຼິ້ນກິດຈະກຳກັບບັນດາບູສຂອງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ພາກລັດ. ເຊິ່ງມີກິດຈະກຳທີ່ຫຼາກຫຼາຍ ຕະຫຼອດໄລຍະເວລາໜຶ່ງວັນ ໂດຍບູສຂອງ ສສສຄ ແມ່ນໄດ້ມີກິດຈະກຳການຕອບຖາມ, ຖ່າຍຮູບ ແລະ ໂຄສະນາກ່ຽວກັບການບໍລິການດ້ານສຸຂະພາບຈະເລີນພັນແກ່ໄວໜຸ່ມ ພ້ອມທັງແຈກຂອງລາງວັນທີ່ຫຼາກຫຼາຍເຊັ່ນ: ຖົງຢາງອະນາໄມ, ຈອກ, ຕຸກນ້ຳ ເປັນຕົ້ນ ເຊິ່ງມີໄວໜຸ່ມເຂົ້າຮ່ວມຫຼາຍກວ່າ 100 ກວ່າຄົນ.
ຂຽນຂ່າວໂດຍ: ທ. ວັນນານ້ອຍ ນິຍົມສິນ
ຖ່າບພາບໂດຍ: ນ. ວົງນິລັນ ແອງທອງມີ