ສສສຄ ໄດ້ຈັດກອງປະຊຸມປະຖົມມະນິດເທດຫົວໜ້າໜ່ວຍງານ

by | ສ.ຫ. 16, 2023

ໃນວັນທີ 10 ສິງຫາ 2023, ສສສຄ ໄດ້ຈັດກອງປະຊຸມປະຖົມມະນິດເທດຫົວໜ້າໜ່ວຍງານ ທີ່ເປັນຄະນະບໍລິຫານຫ້ອງການ ສສສຄ. ຈຸດປະສົງ ແມ່ນ ເພື່ອເປັນການແນະແນວທາງການເຮັດວຽກໃນຖານະຜູ້ບໍລິຫານຂອງອົງກອນ ແລະ ຊ່ວຍຂັບເຄື່ອນວຽກຂອງໜ່ວຍງານທີ່ຕົນເອງເປັນຫົວໜ້າ. ນໍາພາ ແລະ ອໍານວຍຄວາມສະດວກໂດຍ ດຣ ສຸພົນ ໄຊຍະວົງ, ຜູ້ອໍານວຍການ ສສສຄ ແລະ ເຂົ້າຮ່ວມຫົວໜ້າໜ່ວຍງານ 8 ທ່ານ ທີ່ເປັນທີມບໍລິຫານຫ້ອງການ (Senior Management Team). ລະຫວ່າງກອງປະຊຸມດັ້ງກ່າວ ໄດ້ນໍາສະເໜີ ແລະ ສົນທະນາກັນເຖິງ ຍຸດທະສາດ ແລະ ແຜນງານ ສສສຄ, ໂຄງຮ່າງການຈັດຕັ້ງ. ບົດບາດໜ້າທີ່ ຂອງໜ່ວຍງານ, ແຜນງານໜ່ວຍງານ, ຄວາມຄືບໜ້າ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນ. ຜ່ານການປະຊຸມ ເຫັນວ່າ ຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ແລະມີຄວາມຮູ້ ທີ່ສາມາດນໍາໄປໃຊ້ເພື່ອປະຕິບັດໜ້າທີ່ຂອງຕົວເອງກໍ່ຄືບໍລິຫານໜ່ວຍງານຕົນເອງໄດ້ຕໍ່ໄປ.
————————————
On 10 August 2023, PFHA organized the orientation meeting for Senior Management Team(SMT). The purpose of meeting was to introduce the principle of working as SMT within PFHA in order to leverage PFHA. The meeting facilitated by Dr Souphon Sayavong, Executive Director and participated by 8 head of unit (SMT). During the meeting, there was presentation and discussion on PFHA strategy and program, organizational chart, roles and responsibilities of unit, unit workplan with indicators, progress and lesson learned, etc. Through, the meeting evaluation, the participant said the meeting was useful.
ຂຽນໂດຍ: ດຣ ສຸພົນ ໄຊຍະວົງ, ຜູ້ອໍານວຍການ
ພາບໂດຍ: ນ. ສົມຈິງ ພັນທະສຸກ
ກວດໂດຍ: ທ. ວິລະສິດ ອິນທທະຫວາ