by Webmaster | ພ.ພ. 6, 2025 | ກິດຈະກຳ
ກິດຈະກຳ ຝຶກອົບຮົມ “ເສີມສ້າງທັກສະພື້ນຖານໃນການໃຫ້ຄຳປຶກສາທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ໃຫ້ແກ່ ອາສາສະໝັກ ສສສຄ” ທີ່ເມືອງວັງວຽງ ແຂວງວຽງຈັນ

ໃນວັນທີ 01-04 ພຶດສະພາ 2025 ໜ່ວຍງານໄວໜຸ່ມ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກິດຈະກຳ ຝຶກອົບຮົມ “ເສີມສ້າງທັກສະພື້ນຖານໃນການໃຫ້ຄຳປຶກສາທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ໃຫ້ແກ່ ອາສາສະໝັກ ສສສຄ” ຢູ່ທີ່ ເມືອງວັງວຽງ ແຂວງວຽງຈັນ. ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ” ແມ່ປອດໄພ “, ໃຫ້ກຽດເປັນປະທານເປິດ ແລະ ປິດ ຝຶກອົບຮົມຄັ້ງນີ້ ໂດຍ ທ່ານ ດຣ ສຸພົນ ໄຊຍະວົງ ອຳນວຍການ ສະມາຄົມສົ່ງເສີ່ມສຸຂະພາບຄອບຄົວ. ການຝຶກອົບຮົມຄັ້ງນີ້ແມ່ນມີຄູຝຶກຈາກພະນັກງານ ສສສຄ ເຊິ່ງເປັນອີກ1ບາດກ້າວໃນການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ສສສຄ ທີ່ຈະຊ່ວຍສົ່ງຕໍ່ຄວາມຮູ້ໃຫ້ແກ່ນ້ອງໆອາສາສະໝັກ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 11 ທ່ານ.
ຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ປະກອບມີ: ການໃຫ້ຄວາມຮູ້ພຶ້ນຖານກ່ຽວກັບສຸຂະພາບຈະເລີນພັນ( ການວາງແຜນຄອບຄົວ, ພະຍາດ ພຕພ, ການແຕ່ງດອງກ່ອນໄວອັນຄວນ, ການລຸລູກທີ່ປອດໄພ ), ຄວາມຮູ້ພື້ນຖານໃນການໃຫ້ຄຳປຶກສາທົ່ວໄປ, ທັດສະໃນການໃຫ້ຄຳປຶກສາ, ຂະບວນການ/ຂັ້ນຕອນໃນການໃຫ້ຄຳປຶກສາທົ່ວໄປ. ນອກຈາກນັ້ນຍັງມີການສະແດງບົດບາດສົມມຸດນຳອີກ

ຈຸດປະສົງ:
– ເພື່ອເປັນການເພີ່ມທັກສະພື້ນຖານ ໃນການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ກັບ ອາສາສະມັກ ສສສຄ.
– ເພື່ອໃຫ້ໄວໜຸ່ມທົ່ວໄປ ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ໝັ້ນໃຈໃນການມາຮັບຄໍາປຶກສາຈາກໄວໜຸ່ມ ໂດຍສະເພາະການເຂົ້າມາໃຊ້ບໍລິການກັບຫ້ອງໃຫ້ຄໍາປຶກສາ ຢູ່ໂຮງຮຽນ 10 ແຫ່ງເປົ້າໝາຍຂອງ ແຂວງ ນະຄອນຫລວງວຽງຈັນ ແລະ ຫ້ອງໃຫ້ຄໍາປຶກສາ ຂອງ ສະມາຄົມສົ່ງເສີມສຸຂະພາບຄອບຄົວ.
by Webmaster | ທ.ວ. 8, 2022 | ກິດຈະກຳ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກອງປະຊຸມ “ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ຂັ້ນໂຮງຮຽນ”.
ໃນວັນທີ 22 ພະຈິກ 2022 ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງລະມາມ ແຂວງເຊກອງ, ໄດ້ຈັດກອງປະຊຸມ “ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະຜ່ານມາຂອງໂຄງການ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຫຼືອ ແກ້ວມະນີໃຈ ຮອງພະແນກສຶກສາທິການ ແລະ ກິລາ, ທ່ານ ແສງເພັດ ທາບັນດິດ ອໍານວຍການແຜນງານ ສສສຄ, ທ່ານ ນາງ ທາເຮເລ ຕາມາແງນ ທີ່ປຶກສາດ້ານສຸກຂະພາບຈະເລີນພັນໄວໜຸ່ມ ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ.
ເຊິ່ງໃນກອງປະຊຸມດັ່ງກ່າວ ໄດ້ມີການສົນທະນາແລກປ່ຽນບົດຮຽນຮ່ວມກັນຂອງກຸ່ມອາສາສະໝັກ ຂັ້ນໂຮງຮຽນ 6 ໂຮງຮຽນ, 8 ໂຮງໝໍນ້ອຍເປົ້າໝາຍ, ຫ້ອງການສາທາລະນະສຸກ, ພະແນກສາທາລະນະສຸກ, ຫ້ອງການສຶກສາທິການ ແລະ ກິລາ ແລະ ພະແນກສຶກສາທິການ ແລະ ກິລາວ່າດ້ວຍການແລກປ່ຽນບົດຮຽນການໃຫ້ຄວາມຮູ້ແກ່ນັກຮຽນໃນວຽກງານເພື່ອນສອນເພື່ອນ, ມີຜົນໄດ້ຫຍັງແດ, ມີຂໍ້ຫຍຸ້ງຍາກຄືແນວໃດ, ພ້ອມກັບການວາງແຜນຄວາມຍືນຍົງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເມື່ອໂຄງການສິ້ນສຸດລົງ, ເຊິ່ງຜູ້ເຂົ້າຮ່ວມສະແດງຄວາມຄິດເຫັນ ແລະ ມີການຂຶ້ນນໍາສະເໜີແຜນງານຂອງຕົນ
ຈໍານວນຜູ້ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 38 ທ່ານ
ຈຸດປະສົງ
– ເພື່ອສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ຂັ້ນໂຮງຮຽນ
– ເພື່ອສົນທະນາແລກປ່ຽນບົດຮຽນ ແລະ ແກ້ໄຂບັນຫາ ທີ່ເກີດຂຶ້ນໃນລະຫ່ວາງການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ
– ເພື່ອວາງທິດທາງແຜນການ ທີ່ຈະຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ໃນຕໍ່ໜ້າ.
ຂຽນຂ່າວໂດຍ: ທ. ອະນຸສິດ ອຸວອນ ວິຊາການໂຄງການ REM
ຖ່າຍຮູບໂດຍ: ທ. ຊຽງມອນຈັນ
by Webmaster | ມ.ຖ. 7, 2022 | ກິດຈະກຳ
ໃນວັນທີ 3-5 ມິຖຸນາ 2022 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ພາຍໃຕ້ໂຄງການ “ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ໂດຍຜ່ານການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ” ໄດ້ຈັດ ແຄ້ມສາມັກຄີ ຂື້ນຢູ່ທີ່ ສວນເສືອປ່າ, ແຂວງ ວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 43 ທ່ານ
ຈຸດປະສົງເພື່ອ:
– ເພື່ອເປັນການແລກປ່ຽນ ຮຽນຮູ້ ແລະ ແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ
– ເພື່ອເປັນການສ້າງສາຍສຳພັນ, ເຮັດຄວາມຮູ້ຈັກກັນ ແລະ ຮ່ວມຫຼິ້ນກິດຈະກຳຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ
– ເພື່ອເປັນການໃຫ້ຄວາມຮູ້ ແລະ ບົດຮຽນ ແກ່ຜູ້ເຂົ້າຮ່ວມ (ບົດຮຽນຜູ້ນຳ ຜູ້ຕາມ)
– ເພື່ອເປັນການແລກປ່ຽນບົດຮຽນ ແລະ ກິດຈະກຳຜ່ານມາ ແລະ ເວົ້າເຖິງຄວາມປະທັບໃຈຕໍ່ໂຄງການ
ໂຄງການດັ່ງກ່າວຈັດຂື້ນ ພາຍໃຕ້ແຜນງານ ເຊກາ (CEGGA) ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ສະຫະພາບ ເອີຣົບ ປະຈໍາລາວ.
ຂຽນຂ່າວ ແລະ ຕັດຕໍ່ວີດີໂອໂດຍ: ທ່ານ ນ. ວັນນະສອນ ນຸພາບພະວົງສີ
ຖ່າຍພາບ ແລະ ວີດີໂອ ໂດຍ: ທ່ານ ນ. ນີ່ນ້າ ແສງພະຈັນ