
ສສສຄ ອອກບູດງານ ” 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈບໍລິຈາກເລືອດ “
ໃນວັນທີ່ 17 ມີນາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ມີໂອກາດເຂົ້າຮ່ວມວາງບູດສະແດງ ສສສຄ ໃນງານ “ຂະບວນການຊາວໜຸ່ມອາສາສະມັກບໍລິຈາກເລືອດຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ທີ່ຈັດໂດຍ ສູນກາງຊາວໜຸ່ມ ແລະ ອົງການກາແດງລາວ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງການບໍລິຈາກເລືອດໃນຄັ້ງນີ້ສາມາດຮັບການລະດົມບໍລິຈາກເລືອດທັງໝົດແມ່ນ 495 ຖົງ, ສາມາດຊ່ວຍຊີວິດຄົນໄດ້ເຖິງ 1,485 ຄົນ.
ຈຸດປະສົງ:
– ການເຂົ້າຮ່ວມວາງສະແດງຄັ້ງນີ້ ເພື່ອການໂຄສະນາເຜີຍແຜ່ຫນ້າວຽກຂອງ ສສສຄ ທີ່ສຸມໃສ່
– ເພື່ອໂຄສະນາຫ້ອງໃຫ້ຄຳປຶກສາຂອງ ສສສຄ
– ເພື່ອໃຫ້ຄວາມຮູ້ເລື່ອງສຸຂະພາບຈະເລີນພັນຂອງໄວຫນຸ່ມ
ນອກຈາກນັ້ນພວກເຮົາຍັງໄດ້ແຈກຖົງຢາງອານາໄມອີກດ້ວຍ




ປະຊຸມປະຈຳໄຕມາດທີ່ I ຂອງຄະນະບໍລິຫານງານ ສສສຄ


1. ເພື່ອລາຍງານ ຜົນໄດ້ຮັບ ໃນການຈັດຕັ້ງ ປະຕິບັດວຽກງານ ໃນໄຕມາດທີນຶ່ງ.
2. ເພື່ອສົນທະນາ ແລະ ປຶກສາຫາລື ໃຫ້ເປັນເອກະພາບກັນ ກ່ຽວກັບບັນຫາ ທີ່ກ່ຽວຂ້ອງ ທີ່ຍົກຂຶ້ນມາ ໃນກອງປະຊຸມ



ແຕ່ງພາບໂດຍ: ນາງ ວົງນິລັນ ແອງທອງມີ
# PFHALAOS

ສສສຄ ໄດ້ມອບ – ສົ່ງຂອງລາງວັນໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກຳແຂ່ງຂັນວິດີໂອໃນຫົວຂໍ້ວັນແມ່ຍິງສາກົນ
ວັນທີ 16/3/23 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ສົ່ງ-ມອບຂອງລາງວັນໃຫ້ກັບຜູ້ເຂົ້າແຂ່ງຂັນຖ່າຍວິດີໂອ ໃນຫົວຂໍ້ “ວັນແມ່ຍິງສາກົນ” ນຳທີມໂດຍ ທ່ານນາງ ທິບພະຈັນ ອິນທະວົງ ຜູ້ບໍລິຫານສື່ສານ ແລະ ການຕະຫລາດ.
ສສສຄ ຂໍຂອບໃຈນຳທຸກທ່ານທີ່ໃຫ້ຄວາມສົນໃຈ ແລະ ຫລີ້ນກິດຈະກຳມ່ວນໆນຳພວກເຮົາ.
ຫມາຍເຫດ: ສຳລັບຜູ້ທີ່ໄດ້ລາງວັນທີ່ 1-4 ແມ່ນພວກເຮົາໄດ້ໂອນເງິນໃຫ້
