ກິດຈະກຳ ຝຶກອົບຮົມ ທີ່ເມືອງວັງວຽງ ແຂວງວຽງຈັນ

ກິດຈະກຳ ຝຶກອົບຮົມ ທີ່ເມືອງວັງວຽງ ແຂວງວຽງຈັນ

ກິດຈະກຳ ຝຶກອົບຮົມ “ເສີມສ້າງທັກສະພື້ນຖານໃນການໃຫ້ຄຳປຶກສາທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ໃຫ້ແກ່ ອາສາສະໝັກ ສສສຄ” ທີ່ເມືອງວັງວຽງ ແຂວງວຽງຈັນ
🗓ໃນວັນທີ 01-04 ພຶດສະພາ 2025 ໜ່ວຍງານໄວໜຸ່ມ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກິດຈະກຳ ຝຶກອົບຮົມ “ເສີມສ້າງທັກສະພື້ນຖານໃນການໃຫ້ຄຳປຶກສາທີ່ເປັນມິດປິດລັບ ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ໃຫ້ແກ່ ອາສາສະໝັກ ສສສຄ” ຢູ່ທີ່ ເມືອງວັງວຽງ ແຂວງວຽງຈັນ. ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ” ແມ່ປອດໄພ “, ໃຫ້ກຽດເປັນປະທານເປິດ ແລະ ປິດ ຝຶກອົບຮົມຄັ້ງນີ້ ໂດຍ ທ່ານ ດຣ ສຸພົນ ໄຊຍະວົງ ອຳນວຍການ ສະມາຄົມສົ່ງເສີ່ມສຸຂະພາບຄອບຄົວ. ການຝຶກອົບຮົມຄັ້ງນີ້ແມ່ນມີຄູຝຶກຈາກພະນັກງານ ສສສຄ ເຊິ່ງເປັນອີກ1ບາດກ້າວໃນການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ສສສຄ ທີ່ຈະຊ່ວຍສົ່ງຕໍ່ຄວາມຮູ້ໃຫ້ແກ່ນ້ອງໆອາສາສະໝັກ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 11 ທ່ານ.
ຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ປະກອບມີ: ການໃຫ້ຄວາມຮູ້ພຶ້ນຖານກ່ຽວກັບສຸຂະພາບຈະເລີນພັນ( ການວາງແຜນຄອບຄົວ, ພະຍາດ ພຕພ, ການແຕ່ງດອງກ່ອນໄວອັນຄວນ, ການລຸລູກທີ່ປອດໄພ ), ຄວາມຮູ້ພື້ນຖານໃນການໃຫ້ຄຳປຶກສາທົ່ວໄປ, ທັດສະໃນການໃຫ້ຄຳປຶກສາ, ຂະບວນການ/ຂັ້ນຕອນໃນການໃຫ້ຄຳປຶກສາທົ່ວໄປ. ນອກຈາກນັ້ນຍັງມີການສະແດງບົດບາດສົມມຸດນຳອີກ
📌ຈຸດປະສົງ:
– ເພື່ອເປັນການເພີ່ມທັກສະພື້ນຖານ ໃນການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ກັບ ອາສາສະມັກ ສສສຄ.
– ເພື່ອໃຫ້ໄວໜຸ່ມທົ່ວໄປ ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ໝັ້ນໃຈໃນການມາຮັບຄໍາປຶກສາຈາກໄວໜຸ່ມ ໂດຍສະເພາະການເຂົ້າມາໃຊ້ບໍລິການກັບຫ້ອງໃຫ້ຄໍາປຶກສາ ຢູ່ໂຮງຮຽນ 10 ແຫ່ງເປົ້າໝາຍຂອງ ແຂວງ ນະຄອນຫລວງວຽງຈັນ ແລະ ຫ້ອງໃຫ້ຄໍາປຶກສາ ຂອງ ສະມາຄົມສົ່ງເສີມສຸຂະພາບຄອບຄົວ.
ກອງສະຫຼູບຜົນໄດ້ຮັບ ແລະ ປິດໂຄງການ “ການຄວບຄຸມທາດເຫຼົ້າຢູ່ໃນຊຸມຊົນ”

ກອງສະຫຼູບຜົນໄດ້ຮັບ ແລະ ປິດໂຄງການ “ການຄວບຄຸມທາດເຫຼົ້າຢູ່ໃນຊຸມຊົນ”

ໃນວັນທີ 09 ທັນວາ 2022 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກອງສະຫຼູບຜົນໄດ້ຮັບ ແລະ ປິດໂຄງການ “ການຄວບຄຸມທາດເຫຼົ້າຢູ່ໃນຊຸມຊົນ”. ຢູ່ທີ່ສູນຝຶກອົບຮົມ ສະຫະພັນແມ່ຍິງ, ນະຄອນຫຼວງວຽງຈັນ
 
ເຊີ່ງໃຫ້ກຽດເປັນປະທານໃນງານຄັ້ງນີ້ແມ່ນ ທ່ານ ດຣ ກອນສະໜຸກ ສິງພວງເພັດ ຮອງປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ.
ຈຸດປະສົງຂອງກອງປະຊຸມ:
1. ເພື່ອນຳສະເໜີ ຜົນໄດ້ຮັບ, ຈຸດດີ, ຈຸດອ່ອນ, ສິ່ງທ້າທາຍ, ວິທີແກ້ໄຂ ແລະ ບົດຮຽນ ທີ່ຖອດຖອນໄດ້ຈາກການປະຕິບັດ ໂຄງການໃນປີ 2022
2. ເພື່ອປຶກສາຫາລື ວາງແຜນສຶບຕໍ່ໂຄງການ ເພື່ອໃຫ້ມີມີຄວາມຍືນຍົງ
3. ເພື່ອປິດໂຄງການ “ການຄວບຄຸມທາດເຫຼົ້າໃນຊຸມຊົນ” ຢ່າງເປັນທາງການ
ເຊີ່ງໃນກອງປະຊຸມໄດ້ມີການແລກປ່ຽນບົດຮຽນຫຼັງຈາກດຳເນີນກິດຈະກຳຂອງທັງ 04 ໂຮງໝໍຄື: ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ, ໂຮງໝໍ ເສດຖາທີຣາດ ແລະ ໂຮງໝໍ ແມ່ແລະເດັກ ເກີດໃຫມ່.ຈຳນວນຜູ້ເຂົ້າຮ່ວມທັງໝົດມີ 28 ທ່ານ ຍິງ 18 ທ່ານ
 
ສະໜັບສະໜູນໂດຍ: IOTG-NTO MOVEMENT
ຈັດຕັ້ງປະຕິບັດໂດຍ: ສະມາຄົມສົ່ງເສີມສຸຂະພາບຄອບຄົວ
————————————————————
ຂຽນຂ່າວໂດຍ: ທ. ວິລະສິດ ອິນທະຫວາ
ຖ່າຍພາບໂດຍ: ທ. ວິລະສິດ ອິນທະຫວາ
ກິດຈະກຳເພື່ອນສອນເພື່ອນ

ກິດຈະກຳເພື່ອນສອນເພື່ອນ

ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກອງປະຊຸມ “ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ຂັ້ນໂຮງຮຽນ”.
ໃນວັນທີ 22 ພະຈິກ 2022 ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງລະມາມ ແຂວງເຊກອງ, ໄດ້ຈັດກອງປະຊຸມ “ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະຜ່ານມາຂອງໂຄງການ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຫຼືອ ແກ້ວມະນີໃຈ ຮອງພະແນກສຶກສາທິການ ແລະ ກິລາ, ທ່ານ ແສງເພັດ ທາບັນດິດ ອໍານວຍການແຜນງານ ສສສຄ, ທ່ານ ນາງ ທາເຮເລ ຕາມາແງນ ທີ່ປຶກສາດ້ານສຸກຂະພາບຈະເລີນພັນໄວໜຸ່ມ ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ.
ເຊິ່ງໃນກອງປະຊຸມດັ່ງກ່າວ ໄດ້ມີການສົນທະນາແລກປ່ຽນບົດຮຽນຮ່ວມກັນຂອງກຸ່ມອາສາສະໝັກ ຂັ້ນໂຮງຮຽນ 6 ໂຮງຮຽນ, 8 ໂຮງໝໍນ້ອຍເປົ້າໝາຍ, ຫ້ອງການສາທາລະນະສຸກ, ພະແນກສາທາລະນະສຸກ, ຫ້ອງການສຶກສາທິການ ແລະ ກິລາ ແລະ ພະແນກສຶກສາທິການ ແລະ ກິລາວ່າດ້ວຍການແລກປ່ຽນບົດຮຽນການໃຫ້ຄວາມຮູ້ແກ່ນັກຮຽນໃນວຽກງານເພື່ອນສອນເພື່ອນ, ມີຜົນໄດ້ຫຍັງແດ, ມີຂໍ້ຫຍຸ້ງຍາກຄືແນວໃດ, ພ້ອມກັບການວາງແຜນຄວາມຍືນຍົງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເມື່ອໂຄງການສິ້ນສຸດລົງ, ເຊິ່ງຜູ້ເຂົ້າຮ່ວມສະແດງຄວາມຄິດເຫັນ ແລະ ມີການຂຶ້ນນໍາສະເໜີແຜນງານຂອງຕົນ
ຈໍານວນຜູ້ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 38 ທ່ານ
ຈຸດປະສົງ
– ເພື່ອສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ຂັ້ນໂຮງຮຽນ
– ເພື່ອສົນທະນາແລກປ່ຽນບົດຮຽນ ແລະ ແກ້ໄຂບັນຫາ ທີ່ເກີດຂຶ້ນໃນລະຫ່ວາງການຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ
– ເພື່ອວາງທິດທາງແຜນການ ທີ່ຈະຈັດຕັ້ງປະຕິບັດກິດຈະກໍາເພື່ອນສອນເພື່ອນ ໃນຕໍ່ໜ້າ.
 
ຂຽນຂ່າວໂດຍ: ທ. ອະນຸສິດ ອຸວອນ ວິຊາການໂຄງການ REM
ຖ່າຍຮູບໂດຍ: ທ. ຊຽງມອນຈັນ
ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ

ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ

ໃນວັນທີ 3-5 ມິຖຸນາ 2022 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ພາຍໃຕ້ໂຄງການ “ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ໂດຍຜ່ານການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ” ໄດ້ຈັດ ແຄ້ມສາມັກຄີ ຂື້ນຢູ່ທີ່ ສວນເສືອປ່າ, ແຂວງ ວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 43 ທ່ານ

ຈຸດປະສົງເພື່ອ:

– ເພື່ອເປັນການແລກປ່ຽນ ຮຽນຮູ້ ແລະ ແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ

– ເພື່ອເປັນການສ້າງສາຍສຳພັນ, ເຮັດຄວາມຮູ້ຈັກກັນ ແລະ ຮ່ວມຫຼິ້ນກິດຈະກຳຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ

– ເພື່ອເປັນການໃຫ້ຄວາມຮູ້ ແລະ ບົດຮຽນ ແກ່ຜູ້ເຂົ້າຮ່ວມ (ບົດຮຽນຜູ້ນຳ ຜູ້ຕາມ)

– ເພື່ອເປັນການແລກປ່ຽນບົດຮຽນ ແລະ ກິດຈະກຳຜ່ານມາ ແລະ ເວົ້າເຖິງຄວາມປະທັບໃຈຕໍ່ໂຄງການ

ໂຄງການດັ່ງກ່າວຈັດຂື້ນ ພາຍໃຕ້ແຜນງານ ເຊກາ (CEGGA) ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ສະຫະພາບ ເອີຣົບ ປະຈໍາລາວ.

ຂຽນຂ່າວ ແລະ ຕັດຕໍ່ວີດີໂອໂດຍ: ທ່ານ ນ. ວັນນະສອນ ນຸພາບພະວົງສີ

ຖ່າຍພາບ ແລະ ວີດີໂອ ໂດຍ: ທ່ານ ນ. ນີ່ນ້າ ແສງພະຈັນ

ມອບເຄື່ອງອຸປະກອນການຮຽນໃຫ້ ປະຖົມໂພນຮັງ

ມອບເຄື່ອງອຸປະກອນການຮຽນໃຫ້ ປະຖົມໂພນຮັງ

ໃນວັນທີ 28 ກຸມພາ 2022
ມາດາມ ຈັນສະຫມອນ ສີສຸລາດ ຮອງປະທານ ສສສຄ ພ້ອມດ້ວຍຄະນະ ຕາງໜ້າຫ້ອງການ ສສສຄ ລົງໄປມອບເຄື່ອງບໍລິຈາກ ອຸປະກອນການຮຽນ ໃຫ້ກັບ ນ້ອງໆນັກຮຽນ ໂຮງຮຽນປະຖົມ ສົມບູນ ໂພງຮັງ ຈໍານວນນັກຮຽນທັງຫມົດ 75 ນ້ອງ,​ ຕາງຫນ້າມອບຮັບໂດຍ ທ່ານ ໂຮງ ອິນທະວົງ ນາຍບ້ານບ້ານໂພນຮັງ ແລະ ຄູອາຈານຂອງໂຮງຮຽນໂພນຮັງ

ເຄື່ອງບໍລິຈາກມີ:

– ອຸປະກອນການຮຽນ (ປື້ມ,​ ບິກ,​ ສໍ ຢາງລຶບ,​ ຢາຖູແຂ້ວ,​ ໄມ້ຖູແຂ້ວ,​ ຜ້າເຊັດມື, ແຟບ)​ 80 ຊຸດ.​
– ອຸປະກອນການຮຽນ (ປື້ມ,​ ບິກ,​ ສໍ,​ ບັນທັດ)​ 150ຊຸດ
– ແຜ່ນສອນຫນັງສືພາສາອັງກິນ A-Z
– ຊຸດອຸປະກອນ ສິລະປະ (ເຈ້ຍA4,​ ເຈ້ຍສີ,​ ເຈ້ຍແຂງ,​ ມີດຕັດ,​ ກາວ,​ ສະກັອດ,​ ກະລັບເຟີ)​
– ປື້ມຄູ່ມືການສອນຊັ້ນ ປໍ.​5

ຈຳນວນ: 2,650,000 ກີບ
ຈຸດປະສົງ:
-ເພື່ອມອບເຄື່ອງໃຊ້ອຸປະກອນການຮຽນໃຫ້ກັບນ້ອງໆນັກຮຽນ
– ເພື່ອມອບຄວາມສຸກໃຫ້ແກ່ນ້ອງໆນັກຮຽນທີ່ຢູ່ໃນໂຮງຮຽນດັ່ງກ່າວ

………………………………………………………………………………. ​

ສະໜັບສະໜູນໂດຍ:
ມາດາມ ຈັນສະຫມອນ ສີສຸລາດ
ຂຽນຂ່າວໂດຍ:
ນ. ທິບພະຈັນ ອິນທະວົງ
ຖ່າຍພາບໂດຍ:
ນ. ທິບພະຈັນ ອິນທະວົງ

#Donation
#PFHALAOS

ອົບຮົມການນຳໃຊ້ເຄື່ອງມື: ຊີວີດຂອງທ່ານ ທາງເລືອກຂອງທ່ານ

ອົບຮົມການນຳໃຊ້ເຄື່ອງມື: ຊີວີດຂອງທ່ານ ທາງເລືອກຂອງທ່ານ

ໃນວັນທີ 15-18 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງເຊກອງ ໄດ້ມີການຈັດ ຝຶກອົບຮົມການນຳໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນບ້ານ ຢູ່ທີຫ້ອງປະຊຸມ ຫ້ອງວ່າການປົກຄອງ ເມືອງລະມາມ ແລະ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງ ເຊກອງ. ມີຜູ້ເຂົ້້າຮ່ວມລວມທັງໝົດ 58 ທ່ານ.

ຈຸດປະສົງ:

• ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນບ້ານ

• ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.

• ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນບ້ານ.

#BMZPROJECT#PFHALAOS