Training for HC service providers & DHO staffs on AFHS & SOGIESC

by | ມ.ຖ. 14, 2023

ຝຶກອົບຮົມ “ການໃຫ້ບໍລິການສຸຂະພາບທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ກັບພະນັກງານໂຮງຫມໍນ້ອຍ ແລະ ຜູ້ປະສານງານສາທາເມືອງ Training for HC service providers & DHO staffs on AFHS & SOGIESC
ໃນລະຫວ່າງວັນທີ 15 – 19 ພຶດສະພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມ “ການໃຫ້ບໍລິການສຸຂະພາບທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ແກ່ ຜູ້ປະສານງານຫ້ອງການສາທາລະນະສຸກເມືອງ, ພະນັກງານໂຮງໝໍຊຸມຊົນ ແລະ ພະນັກງານໂຮງໝໍນ້ອຍ 10 ແຫ່ງ ຄື: ໂຮງໝໍນ້ອຍ ນ້ຳພວນ, ໂຮງໝໍນ້ອຍ ນາຊຽງດີ, ໂຮງໝໍນ້ອຍ ໂພນໄຊ, ໂຮງໝໍນ້ອຍ ນ້ຳຕຳ, ໂຮງໝໍນ້ອຍ ນ້ຳພູນ, ໂຮງໝໍນ້ອຍ ຜາຄຳ, ໂຮງໝໍນ້ອຍ ພູວຽງໄຊ, ໂຮງໝໍນ້ອຍ ນາວາງ, ໂຮງໝໍນ້ອຍ ສີບຸນເຮືອງ ແລະ ໂຮງໝໍນ້ອຍ ພູແຊ ທີ່ເປັນເປົ້າໝາຍ ຂອງໂຄງການ “ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ “ ມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ຍິງ 27 ທ່ານ, ຊາຍ 8 ທ່ານ. ເຊິ່ງມີທີມງານຄູຝຶກມາຈາກພາກສ່ວນກະຊວງສາທາລະນະສຸກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ໜ່ວຍງານສົ່ງເສີມສຸຂະພາບ. ຊຸດຝຶກອົບຮົມໃນຄັ້ງນີ້ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບ: ເຍົາວະຊົນໄວໜຸ່ມ ແລະ ຜົນກະທົບ ດ້ານສາທາລະນະສຸກ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ການໃຫ້ບໍລິການດ້ານສຸຂະພາບທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ, ພະຍາດຕິດຕໍ່ ທາງເພດສຳພັນ (ພຕພ-STIs), ການຖືພາ ແລະ ການເກີດລູກ, ການລຸລູກທີ່ບໍ່ປອດໄພ, ການຄຸມກຳເນີດ, HIV ແລະ ທິດສະດີ ຄວາຫຼາກຫຼາຍທາງເພດ. ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຮຸນ ແຂວງ ອຸດົມໄຊ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຈວມ ມະນີ ຮອງຫົວໜ້າຫ້ອງການ ສາທາລະນະສຸກເມືອງຮຸນ.
ຈຸດປະສົງໃນການຝຶກອົບຮົມແມ່ນ:
1) ເພຶ່ອຝຶກອົບຮົມກ່ຽວກັບການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມໃຫ້ກັບພະນັກງານໂຮງຫມໍນ້ອຍ 10 ແຫ່ງ, ພະນັກງານໂຮງໝໍຊຸມຊົນ ແລະ ຜູ້ປະສານງານສາທາເມືອງຮຸນ.
2) ເພຶ່ອໃຫ້ບັນດາພະນັກງານໂຮງຫມໍນ້ອຍ 10 ແຫ່ງໄດ້ທົດລອງການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ
3) ເພຶ່ອໃຫ້ພະນັກງານໂຮງຫມໍນ້ອຍໄດ້ຮູ້ເລື່ອງ SOGIESC
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງຕ່າງປະເທດຟິນແລນ ພາຍໃຕ້ Project My Body My future (MBMF)
ຂຽນຂ່າວໂດຍ: ນ. ວົງນີລັນ ແອງທອງມີ
ຖ່າຍພາບໂດຍ: ນ. ທິບພະຈັນ ອິນທະວົງ