“ ກອງປະຊຸມໃຫຍ່ ຄັ້ງທີ່ IV ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຢູ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ “

by | ສ.ຫ. 15, 2023

“ ກອງປະຊຸມໃຫຍ່ ຄັ້ງທີ່ IV ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຢູ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ “
ໃນວັນທີ 28 ກໍລະກົດ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຢູ່ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ, ໂດຍການເປັນປະທານ ຂອງທ່ານ ນາງ ດຣ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ. ພາຍໃນກອງປະຊຸມໄດ້ມີການຮັບຊົມວິດີໂອ ປະຫວັດຄວາມເປັນມາ ແລະ ພາບລວມຂອງ ສສສຄ, ພ້ອມກັນນັ້ນຍັງໄດ້ມີການລາຍງານ ການເຄື່ອໄຫວວຽກງານ, ຜົນໄດ້ຮັບຂອງການເຮັດວຽກໃນໄລຍະຜ່ານມາ ແລະ ຜ່ານແຜນຍຸດທະສາດ ສສສຄ 2023 – 2028 ໂດຍ ທ່ານ ດຣ ສຸພົນ ໄຊຍະວົງ ຜູ້ອຳນວຍການ ສສສຄ, ລາຍງານການບັນລຸຕົວຊີ້ວັດໂດຍ ທ່ານ ແສງເພັດ ທະບັນດິດ ຜູ້ອຳນວຍການແຜນງານ ສສສຄ, ລາຍງານການເງີນຊັບສິນ ສສສຄ ແລະ ການກວດສອບການເງິນຈາກພາຍນອກໂດຍ ນາງ ເທບອັນສອນ ແສງສະຫວັດ ຜູ້ບໍລິຫານການເງິນ ສສສຄ. ນອກຈາກນັ້ນຍັງໄດ້ຜ່ານກົດລະບຽບ ສສສຄ ສະບັບປັບປຸງ, ຜ່ານນະໂຍບາຍ 11 ນະໂຍບາຍຂອງ ສສສຄ ໂດຍ ທ່ານ ນາງ ດຣ ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ ແລະ ຍັງມີການສົນທະນາແລກປ່ຽນລະຫວ່າງອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ແລະ ສະມາຊິກ ສສສຄ
       ນອກຈາກນັ້ນ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຍັງໄດ້ມີການເລືອກຕັ້ງຄະນະບໍລິຫານງານຊຸດໃຫມ່ (ຊຸດທີ IV) ຂອງສະມະຊິກ ສສສຄ ເຊິ່ງຜົນການເລືອກຄະນະປະທານຊຸດໃຫມ່ມີທັງໝົດ 7 ທ່ານມີດັ່ງນີ້:
1. ທ່ານ ນາງ ດຣ. ຈັນສີ ພິມພະຈັນ ປະທານ ສສສຄ
2. ທ່ານ ດຣ. ກອນສະໜຸກ ສິງພວງເພັດ ຮອງປະທານ ສສສຄ
3. ທ່ານ ນາງ ຈັນສະໝອນ ຈິນດາວົງສີສຸລາດ ຄະນະກຳມະການ
4. ທ່ານ ນາງ ສີອໍາພອນ ສີລັດຕະນະກຸນ ຄະນະກວດກາ
5. ທ່ານ ນາງ ລົດຈະນາ ສຸລິວົງຄໍາ ຄະນະກວດກາ (ຕົວແທນໄວໜຸ່ມ)
6. ທ່ານ ນາງ ດຣ ມະນີສອນ ອຸດົມ ກອງເລຂາ
7. ທ່ານ ນາງ ເມກທິດາ ບູລົມ ກອງເລຂາ (ຕົວແທນໄວໜຸ່ມ)
ໃນກອງປະຊຸມຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມຈາກບັນດາຕາງໜ້າຈາກອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເຊິ່ງມີ ກະຊວງພາຍໃນ 1 ທ່ານ, ກະຊວງສາທາລະນະສຸກ 1 ທ່ານ, ອົງການຈັດຕັ້ງຂອງລັດ 17 ທ່ານ, ອົງການຈັດຕັ້ງທາງສັງຄົມ 10 ທ່ານ, ອົງການຈັດຕັ້ງສາກົນ 11 ທ່ານ, ສະມາຊິກຂອງສະມາຄົມ 30 ທ່ານ, ລວມທັງໝົດ 68 ທ່ານ, ຍິງ 38 ທ່ານ.
ຈຸດປະສົງຂອງກອງປະຊຸມ :
1. ເພື່ອລາຍງານ ການເຄື່ອນໄຫວວຽກງານ ແລະ ຜົນໄດ້ຮັບການຈັດຕັ້ງປະຕິບັດວຽກຂອງ ສສສຄ.
2. ເພື່ອຜ່ານກົດລະບຽບສະບັບປັງປຸງເທື່ອທີ 2 ຂອງ ສສສຄ.
3. ເພື່ອເລືອກຕັ້ງຄະນະບໍລິຫານງານ ຊຸດໃຫມ່ (ຊຸດທີ 4) ຂອງ ສສສຄ.
ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
ຖ່າຍພາບໂດຍ: ນາງ ວົງນີລັນ ແອງທອງມີ ແລະ ທ້າວ ແສງເພັດ ຍອດອິນທະວີໄລ
# PFHALAOS
# ສສສຄ