ທ່ານ ນາງ ດຣ ຈັນສະໝອນ ສີສຸລາດ ຮອງປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ. ມອບອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ນ້ອງນັກຮຽນໃນໂຮງຮຽນ 3 ແຫ່ງໃນເມືອງວຽງພູຄາແຂວງຫຼວງນ້ຳທາ

by | ​ກ.ກ. 27, 2023

ໃນລະຫວ່າງ ວັນທີ່ 21 ກໍລະກົດ 2023 ທ່ານ ນາງ ດຣ ຈັນສະໝອນ ສີສຸລາດ ຮອງປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ. ໄດ້ມອບອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ນ້ອງນັກຮຽນໃນໂຮງຮຽນ 3 ແຫ່ງໃນເມືອງວຽງພູຄາແຂວງຫຼວງນ້ຳທາ ເຊີ່ງມີລາຍລະອຽດດັ່ງນີ້: ອຸປະກອນກິລາ 03 ຊຸດ ແລະ ປື້ມຂຽນ 03 ມັດ ເຊີ່ງຕາງໜ້າຮັບຈາກອຳນວຍການໂຮງຮຽນ ແລະ ນ້ອງນັກຮຽນປະຖົມບ້ານທ້ຽວ, ປະຖົມວຽງສະຫວ່າງ ແລະ ມປ ຊົ່ນເຜົ່າເມືອງ.
 
ພ້ອມກັນນີ້ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ຈຳນວນ 03 ຖົງໃຫຍ່ໃຫ້ກັບໂຮງໝໍຊຸມຊົນເມືອງວຽງພູຄາ ເພື່ອແຈກຍາຍໃຫ້ກັບປະຊາຊົນທີທຸກຈົນ ທີມາໃຊ້ບໍລິການຢູ່ໂຮງໝໍຊຸມຊົນ ຕາງຫນ້າຮັບໂດຍທ່ານ ນາງ ດຮ ສົມປອງ ອາດທອງ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງພູຄາ ແລະ ແພດໝໍ ໃນໂຮງໝໍຊຸມຊົນ. ໃນການເຂົ້າຮ່ວມໂດຍ ທ່ານ ດຣ ບົວນິນ ອິນໃຈ ຄະນະພະແນກສາທາລະນະສຸກແຂວງຫຼວງນ້ຳທາ ແລະ ທີມງານເຂົ້າຮ່ວມ.
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ