” ສສສຄ ເຂົ້າຮ່ວມ ເປັນຄະນະກອງປະຊຸມ ພາກປະຊາຊົນອາຊຽນ ປີ 2023 “

by | ກ.ຍ. 14, 2023

” ສສສຄ ເຂົ້າຮ່ວມ ເປັນຄະນະກອງປະຊຸມ ພາກປະຊາຊົນອາຊຽນ ປີ 2023 “
ໃນວັນທີ 1-3 ກັນຍາ 2023, ສສສຄ ໄດ້ຖືກຄັດເລືອກເປັນຄະນະກໍາມະການ ກອງປະຊຸມພາກປະຊາຄົມອາຊຽນ (ACSC/APF2023) ຝ່າຍລາວ ເຂົ້າຮ່ວມກອງປະຊຸມ ຢູ່ທີ່ ນະຄອນຫຼວງຈາກາຕາ, ປະເທດອີນໂດເນເຊຍ. ຈຸດປະສົງກອງປະຊຸມດັ່ງກ່າວແມ່ນ ເພື່ອສົນທະນາແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບດ້ານຕ່າງໆ ທີ່ເປັນປັນຫາໃນບັນດາປະເທດອາຊຽນ ແລະ ຮ່າງທະແຫຼງການເພື່ອຍື່ນຕໍ່ກອງປະຊຸມ ສຸດຍອດຜູ້ນໍາອາຊຽນ. ຕາງໜ້າເຂົ້າຮ່ວມໂດຍ ທ່ານ ນາງ ດຣ ຈັນສີ ພີມພະຈັນ, ປະທານ ສສສຄ ແລະ ທັງເປັນປະທານຄະນະກໍາມະການອົງການຈັດຕັ້ງສັງຄົມລາວ ແລະ ດຣ ສຸພົນ ໄຊຍະວົງ, ຜູ້ອໍານວຍການ ສສສຄ ແລະ ທັງເປັນ ຄະນະກໍາມະການອົງການຈັດຕັ້ງສັງຄົມລາວ ແລະ ທັງເປັນຫົວໜ້າກຸ່ມສາທາລະນາສຸກ. ກອງປະຊຸມດັ່ງກ່າວຕົວແທນເຂົ້າຮ່ວມຈາກ 11 ປະເທດອາຊຽນ ຈໍານວນຫຼາຍກວ່າ 300 ທ່ານ. ຜ່ານການປະຊຸມໄດ້ຮັບຟັງ ແລະ ສົນທະນາ ການລາຍງານ ສະພາບຫຼາຍຢ່າງຈາກຜູ້ນໍາສະເໜີຈາກຫຼາຍປະເທດ ເຊັ່ນ: ເລື່ອງສິດທິມະນຸດ, ສະພາບດິນຟ້າອາກາດທີ່ກ່ຽວຂ້ອງກັບສິດທິມະນຸດ, ການປົກປ້ອງທາງສັງຄົມ, ເປັນຕົ້ນ. ນອກຈາກນັ້ນ, ຕອນຄໍ່າຂອງມື້ສຸດທ້າຍ ຍັງມີງານສັງສັນເພື່ອຄວາມສາມັກຄີ ເປີດໂອກາດໃຫ້ ແຕ່ລະປະເທດໄດ້ສະແດງເອກະລັກ ແລະ ວັດທະນະທໍາຂອງຕົວເອງ ເຊິ່ງລາວເຮົາໄດ້ ສະແດງໂຊຟ້ອນລໍາວົງປະກອບເພງ ເຢັນສະບາຍຊາວນາ ແລະ ລໍາສາລະວັນ.
—————————————————–
On 1-3 September 23, PFHA was selected to join the Lao ACSC/APF 2023 Committee in Jarkata, Indonesia. The purpose of ACSC/APF 2023 was to discuss all challenges among ASEAN Country Member related to Human Right and draft the statement to submit to ASEAN Summit 2023. Represented by Dr Chansy Phimphachanh, PFHA president and also on behalf of CSOs Lao President and Dr Souphon Sayavong, Executive Director and also on behalf of CSO’s committee. There were more than 300 participants from 11 ASEAN Member States. During that, there were lot of issues related to human rights e.g. labor, climate change, etc being presented, discussed and recommended. In addition, the evening of last day, there was also culture show from each countries which Laos showing Laolamvong with Yen Sabai Sao Na Song and Lamvong Salavan.
ຂຽນ, ກວດ ແລະ ພາບໂດຍ: ດຣ ສຸພົນ ໄຊຍະວົງ