ກິດຈະກໍາຝຶກອົບຮົມ ການປູກຜັກຕາມລະດູ, ການເຮັດຝຸ່ນບົ່ມ ແລະ ການລ້ຽງໄກ່ ໃຫ້ແກ່ນັກຮຽນ-ຄູອາຈານ ແລະ ປະຊາຊົນຊຸມຊົນເປົ້າໝາຍໂຄງການໃນ 4 ບ້ານເທດສະບານ ເມືອງວຽງພູຄາ ແຂວງຫຼວງນ້ຳທາ

by | ມ.ຖ. 21, 2023

ໃນລະຫວ່າງ ວັນທີ່ 5-6 ມິຖຸນາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໃນນາມໂຄງການ ຮ່ວມແຮງຮ່ວມໃຈ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນເຂດທີມີຄວາມສ່ຽງ. ໄດ້ຈັດກິດຈະກໍາຝຶກອົບຮົມ ການປູກຜັກຕາມລະດູ, ການເຮັດຝຸ່ນບົ່ມ ແລະ ການລ້ຽງໄກ່ ໃຫ້ແກ່ນັກຮຽນ-ຄູອາຈານ ແລະ ປະຊາຊົນຊຸມຊົນເປົ້າໝາຍໂຄງການໃນ 4 ບ້ານເທດສະບານ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຮັບກຽດເປັນປະທານຊຸດອົບຮົມໂດຍທ່ານ ສົມຫວັງ ພົມມະນີສອນ ຮອງຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ ແລະ ທ່ານ ແສງເພັດ ທະບັນດິດ ຜຸ້ບໍລິຫານແຜນງານ ສສສຄ. ເຊີ່ງມີຜູ້ເຂົ້າຮ່ວມຈາກຊຸມຊົນເປົ້າໝາຍ 4ບ້ານ, ອຳນາດການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນຈາກ ໂຮງຮຽນ ມປາຍຊົນເຜົ່າ – ມສ ເທດສະບານເມືອງເຂົ້າຮ່ວມຈໍານວນ 51 ຄົນ ເປັນຍິງ 28 ຄົນ. ໃນການຝຶກອົບຮົມໄດ້ຮຽນຮູ້ດ້ານທິດສະດີ ແລະ ການປະຕິບັດຕົວຈິງໃນການເຮັດໜານຜັກ-ຝຸ່ນບົ່ມ ແລະ ການສັກຢາວັກຊີນໃຫ້ໄກ່ ໂດຍການເປັນຄູຝຶກຈາກ ວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງວຽງພູຄາ.

 
 
 
ໄດ້ຮັບທຶນສະໜັບສະໜູນໂດຍສະຫະພາບເອີຣົບໃນ ສປປ ລາວ MOU ກັບກະຊວງສາທາລະນະສຸກ – ກົມຄວບຄຸມພະຍາດຕິດຕໍ່. ຈັດຕັ້ງປະຕິບັດຮ່ວມກັນໂດຍ: ອົງການ Plan ສາກົນ ເຢຍລະມັນ – Plan ລາວ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias), ສະມາຄົມພັດທະນາກະສິກໍາ ແລະສິ່ງແວດລ້ອມແບບຍືນຍົງ (SAEDA), ຮ່ວມມືກັນຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງອື່ນໆ ແລະ ຄະນະສະເພາະກິດ ຂອງລັດຖະບານ, ປະສານງານຜ່ານ LCCO.
#CiSAC-19 Project
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ