ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ໄດ້ຈັດຝຶກອົບຮົມ “ພຶດຕິກຳທີ່ໜ້າສົນໃຈ ແລະ ສິ່ງທີ່ໄວໜຸ່ມຄວນຮູ້” ໃຫ້ກັບອາສາສະໝັກ ສສສຄ ຈຳນວນ 21 ຄົນ ທີ່ເມືອງວັງວຽງ ແຂວງວຽງຈັນ.

by | ​ກ.ກ. 27, 2023

📅 ວັນທີ 21 – 23 ກໍລະກົດ 2023. ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ໄດ້ຈັດຝຶກອົບຮົມ “ພຶດຕິກຳທີ່ໜ້າສົນໃຈ ແລະ ສິ່ງທີ່ໄວໜຸ່ມຄວນຮູ້” ໃຫ້ກັບອາສາສະໝັກ ສສສຄ ຈຳນວນ 21 ຄົນ ທີ່ເມືອງວັງວຽງ ແຂວງວຽງຈັນ.
ຈຸດປະສົງ:
– ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ກ່ຽວກັບເລື່ອງສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ
– ເພື່ອໃຫ້ໄວໜຸ່ມໄດ້ຮັບຮູ້ເຖິງພຶດຕິກຳ ແລະ ການປ່ຽນແປງຂອງຕົວເອງຈາກໄວເດັກສູ່ການເປັນໄວໜຸ່ມ
– ເພື່ອສ້າງຄວາມສາມັກຄີ ແລະ ສາຍສຳພັນທີ່ດີຕໍ່ທີມອາສາ ສສສຄ
ພາຍໃນການຝຶກອົບຮົມໄວໜຸ່ມໄດ້ມີການແລກປ່ຽນທັດສະນະຄະຕີ, ຄວາມເຊື່ອຂອງຕົວເອງກ່ຽວກັບເລື່ອງສຸຂະພາບທາງເພດໃນແຕ່ລະຂົງເຂດມີຄວາມແຕກຕ່າງກັນໄປ, ມີການໄດ້ສຳຫຼວດຄຸນຄ່າຂອງຕົນເອງ, ຄວາມເຂົ້າໃຈກ່ຽວກັບເລື່ອງສຸຂະພາບຈະເລີນພັນ, ຄວາມແຕກຕ່າງ ແລະ ຄືກັນດ້ານພຶດຕິກຳເລື່ອງເພດ, ໄດ້ຮຽນຮູ້ອົງປະກອບຫຼັກເລື່ອງທາງເພດມີຫຍັງເປັນຕົ້ນ.
ຜູ້ເຂົ້າຮ່ວມທັງໝົດ: 29 ທ່ານ, ຍິງ 18 ທ່ານ
ພາຍໃຕ້ໂຄງການ “ແມ່ປອດໄພ”
ສະຖານທີ່: ໂຮງແຮມຝຶກປະຕິບັດ ເມືອງວັງວຽງ ແຂວງວຽງຈັນ
ຂຽນຂ່າວໂດຍ: ທ ວິລະສິດ ອິນທະຫວາ
ຖ່າຍພາບໂດຍ: ທ ແສງເພັດ ຍອດອິນມະນີ ແລະ ນ ວົງນິລັນ ແອງທອງມີ