“ ສສສຄ ມອບຖົງຫ່ວງໄຍເພື່ອຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ຫຼວງພະບາງ “

by | ສ.ຫ. 31, 2023

“ ສສສຄ ມອບຖົງຫ່ວງໄຍເພື່ອຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ຫຼວງພະບາງ “
📅ໃນວັນທີ 17 ສິງຫາ 2023 ເວລາ 11:00 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ສຳເລັດ ການໄປມອບເຄື່ອງ ຫລື ເອີ້ນວ່າຖົງຫ່ວງໄຍ (ໃນໜື່ງຖົງ ປະກອບມີ: ເຂົ້າສານ, ໝາກເຜັດ, ປາກະປ໋ອງ, ເຂົ້າໜົມ, ນົມ, ໝີ່, ຢາຖູແຂ້ວ, ນໍ້າປາ, ເກືອ, ກະທຽມ, ກະປິ, ສະບູ ແລະ ນໍ້າຕານ) ຈໍານວນ 240 ຖົງ, ລວມມູນຄ່າປະມານ 14,280,000 ກີບ, ເພື່ອຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອລ້າ ຈາກບຸກຄົນຜູ້ທີ່ມີນໍ້າໃຈ ບໍລິຈາກສົມທັບກັບ ຮອງປະທານ ສສສຄ ກໍ່ຄື ທ່ານ ນາງ ຈັນສະໝອນ ຈິນດາວົງສີສຸລາດ ທີ່ເປັນຜູ້ຊີ້ນຳ ແລະ ນໍາພາໃນການບໍລິຈາກ.
ໃນການມອບເຄື່ອງຄັ້ງນີ້, ຕາງໜ້າ ສສສຄ ມອບໂດຍ ທ່ານ ນາງ ດຣ.ຈັນສີ ພິມພະຈັນ ປະທານ ສສສຄ ພ້ອມດ້ວຍຄະນະ ໄດ້ສຳເລັດການໄປມອບຖົງຫ່ວງໄຍ ໃຫ້ແກ່ສະມາຄົມອອບໂລດ ເພື່ອນຳຖົງຫ່ວງໄຍ ເຫຼົ່ານີ້ໄປມອບຕໍ່ ໃຫ້ກັບສອງແຂວງພາກໃຕ້ ທີ່ໄດ້ປະສົບກັບໄພນໍ້າຖ້ວມ.
ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກຖົງຫ່ວງໄຍ ໃນຄັ້ງນີ້ດ້ວຍ.
🎯ຈຸດປະສົງ:
1. ເພື່ອມອບຖົງຫ່ວງໄຍ ຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມ
2. ເພື່ອຂັບເຄື່ອນ ວຽກງານບໍລິຈາກ ຂອງສະມາຄົມ ໃຫ້ປະສົບຜົນສຳເລັດ ໃນປີ 2023
ໝາຍເຫດ: ສຳລັບພາກສວ່ນໃດ ທີ່ສົນໃຈຢາກຮ່ວມບໍລິຈາກຖົງຫ່ວງໄຍ ສາມາດຮ່ວມສົມທົບກັບ ສສສຄ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພຢູ່ 4 ແຂວງພາກໃຕ້ ແລະ ນອກຈາກນີ້ ພວກເຮົາຍັງຮັບບໍລິຈາກ ຖົງຊຸດຜ້າອ້ອມ ແລະ ເຄື່ອງອື່ນໆ. ທ່ານສາມາດບໍລິຈາກໄດ້ທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຮືອນເລກທີ່ 449 ຮ່ອມ 8 ຫຼື ໄດ້ທີ່ເລກບັນທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ.
KIP 01012 0000 3351 71001
BATH 09212 0200 3351 71001
DOLLA 01012 0100 3351 71001
📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ
🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ