ສະມາຄົມ ສົ່ງເສີມສູຂະພາບຄອບຄົວ ໄດ້ເຂົ້າຮ່ວມ “ກອງປະຊຸມເຜີຍແຜ່ຜົນສຳເລັດໃນການຈັດຕັ້ງປະຕິບັດ ແລະ ປິດໂຄງການ ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມລາວ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດ ໂຄວິດ-19 (CiSAC-19)”

by | ສ.ຫ. 31, 2023

ສະມາຄົມ ສົ່ງເສີມສູຂະພາບຄອບຄົວ ໄດ້ເຂົ້າຮ່ວມ “ກອງປະຊຸມເຜີຍແຜ່ຜົນສຳເລັດໃນການຈັດຕັ້ງປະຕິບັດ ແລະ ປິດໂຄງການ ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມລາວ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດ ໂຄວິດ-19 (CiSAC-19)”
ໃນວັນທີ່ 24 ສິງຫາ 2023 ສສສຄ ໄດ້ເຂົ້າຮ່ວມ ກອງປະຊຸມພິທີປິດໂຄງການດັ່ງກ່າວ, ມີຈຳນວນ 22 ອົງການຈັດຕັ້ງສັງຄົມ (CSO) ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບເປັນເວລາ 3 ປີ. ເຊີ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ອີນ່າ, ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ , ທ່ານນາງ ແຄໂຣລ ໂມແທນສັນ ອໍານວຍການ ອົງການແພລນ ສາກົນ ປະຈໍາ ສປປ ລາວ ແລະ ທ່ານ ນາງ ດຣ ຈັນສີ ພິມມະຈັນ ຫົວໜ້າຄະນະກຳມະການອົງການຈັດຕັ້ງສັງຄົມລາວ (LCCC). ໃນພິທີປິດດັ່ງກ່າວ ແຕ່ລະສະມາຄົມໄດ້ຕັ້ງໂຕະວາງສະແດງຜົນງານຂອງຕົນເອງ ເພື່ອໃຫ້ແຂກທີ່ເຂົ້າຮ່ວມໃນງານໄດ້ຍ້ຽມຊົມ ແລະ ອຸດໜຸນຜະລິດຕະພັນທີ່ເປັນຂອງກຸ່ມເປົ້າໝາຍໂຄງການ ພ້ອມກັນນີ້ຍັງໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ທຸກສະມາຄົມທີ່ໄດ້ຈັດຕັ້ງປະຕິບັດໂຄງການ ຈາກກະຊວງສາທາລະນະສຸກ ກົມຄວບຄຸມພະຍາດຕິດຕໍ່ອີກດ້ວຍ.
ໂຄງການ CiSAC ໄດ້ຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA), ສະມາຄົມສູຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAS) ແລະ ອົງການແພລນ ສາກົນ ປະຈໍາ ສປປ ລາວ ພາຍໃຕ້ການຊີ້ນຳ ແລະ ຫ້ອງການປະສານງານອົງການຈັດຕັ້ງສັງຄົມ (LCCO).
ການໃຫ້ທຶນຂອງໂຄງການ CISAC ແມ່ນສ່ວນຫນຶ່ງຂອງທີມງານເອີຣົບຕອບໂຕ້ພະຍາດໂຄວິດ, ສະຫນອງໂດຍສະຫະພາບເອີຣົບ ເພື່ອແນໃສ່ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອຫຼຸດຜ່ອນຜົນກະທົບດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມ ຈາກພະຍາດລະບາດ ແລະ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບບັນດາອົງການຈັດຕັ້ງສັງຄົມ.
#ໄດ້ຮັບທຶນສະໜັບສະໜູນໂດຍສະຫະພາບເອີຣົບໃນ ສປປ ລາວ MOU ກັບກະຊວງສາທາລະນະສຸກ – ກົມຄວບຄຸມພະຍາດຕິດຕໍ່. ຈັດຕັ້ງປະຕິບັດຮ່ວມກັນໂດຍ: ອົງການ Plan ສາກົນ ເຢຍລະມັນ – Plan ລາວ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias), ສະມາຄົມພັດທະນາກະສິກໍາ ແລະສິ່ງແວດລ້ອມແບບຍືນຍົງ (SAEDA), ຮ່ວມມືກັນຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງອື່ນໆ ແລະ ຄະນະສະເພາະກິດ ຂອງລັດຖະບານ, ປະສານງານຜ່ານ LCCO.
#CiSAC-19 Project
ຂຽນໂດຍ: ທ່ານ ນາງ ນ້ອຍນິລັນ ສຸວັນຍະວົງ
ພາບໂດຍ: ທ່ານ ນາງ ວົງນີິລັນ ແອງທອງມີ