ຝຶກອົບຮົມ “ການຈັດຕັ້ງປະຕິບັດກິດຈະກໍາການກວດພະຍາດເຄື່ອນທີ່ໃຫ້ກັບຜູ້ໃຫ້ບໍລິການດ້ານສຸຂະພາບຂັ້ນໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ”.

ຝຶກອົບຮົມ “ການຈັດຕັ້ງປະຕິບັດກິດຈະກໍາການກວດພະຍາດເຄື່ອນທີ່ໃຫ້ກັບຜູ້ໃຫ້ບໍລິການດ້ານສຸຂະພາບຂັ້ນໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ”.

ວັນທີ 30 ພຶດສະພາ – 02 ມິຖຸນາ 2023. ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮ່ວມກັບ ພະແນກສາທາລະນະສຸກແຂວງບໍ່ແກ້ວ, ຫ້ອງການສາທາລະນະສຸກເມືອງຜາອຸດົມ, ເມືອງ ປາກທາ, ແຂວງ ບໍ່ແກ້ວ ໄດ້ຈັດຝຶກອົບຮົມຄືນກ່ຽວກັບ “ການຈັດຕັ້ງປະຕິບັດກິດຈະກໍາການກວດພະຍາດເຄື່ອນທີ່ໃຫ້ກັບຜູ້ໃຫ້ບໍລິການດ້ານສຸຂະພາບຂັ້ນໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ”. ຜູ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ແມ່ນມາຈາກສາທາລະນະສຸກເມືອງ ແລະ ໂຮງໝໍຊຸມຊົນເມືອງ ຜາອຸດົມ, ສາທາລະນະສຸກເມືອງ ແລະ ໂຮງໝໍຊຸມຊົນເມືອງ ປາກທາ ພ້ອມດ້ວຍ ໂຮງໝໍນ້ອຍເປົ້າໝາຍ 10 ແຫ່ງ ທີ່ເປັນຄູ່ຮ່ວມງານ ຂອງໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ (RESPOND).
ໃຫ້ກຽດເປັນປະທານໃນການເປີດ-ປິດ ກອງປະຊຸມໂດຍ ທ່ານ ດຣ. ບຸນເລື່ອນ ສິດສົມພູ, ຫົວຫນ້າ ຫ້ອງການສາທາລະນະສຸກເມືອງ ຜາອຸດົມ ແລະ ການເປັນປະທານຮ່ວມໂດຍ ທ່ານ ດຣ. ນາງ ສຸດທິສຸກ ອິນທະວິໄລ, ຮອງອໍານວຍການ ສສສຄ.
ກິດຈະກໍາການຝຶກອົບຮົມແມ່ນມີສອງພາກ: ພາກທິດສະດີ ແມ່ນຈັດຢູ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ ຜາອຸດົມ, ແຂວງບໍ່ແກ້ວ ແລະ ພາກປະຕິບັດຕົວຈິງ ໄດ້ຈັດຕັ້ງປະຕິບັດຢູ່ທີ່ ບ້ານຖິ່ນແກ້ວ, ເມືອງ ຜາອຸດົມ, ມີປະຊາຊົນພາຍໃນບ້ານຈໍານວນ 97 ຄົນໄດ້ເຂົ້າຮັບການກວດສຸຂະພາບ.
ຜູ້ເຂົ້າຮ່ວມທັງໝົດ: 27 ທ່ານ, ຍິງ 22 ທ່ານ
ພາຍໃຕ້ໂຄງການ “RESPOND”
ສະຖານທີ່: ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ
🎯ຈຸດປະສົງ:
• ເພື່ອເສີມສ້າງ ຄວາມອາດສາມາດ ໃນການຈັດຕັ້ງ ປະຕິບັດກິດຈະກໍາ ການກວດພະຍາດເຄື່ອນທີ່ (Mobile Clinic) ໃຫ້ກັບໂຮງໝໍນ້ອຍ ທີ່ເປັນເປົ້າໝາຍ ຂອງໂຄງການ
• ເພື່ອເສີມສ້າງຄວາມອາດສາມາດ ທາງດ້ານວິຊາການໂດຍສະເພາະແມ່ນການວາງແຜນຄອບຄົວແບບຊົ່ວຄາວ, ໄລຍະຍາວ (ຢາຝັງ, ຮ່ວງອະນາໄມ)ໃຫ້ກັບຂັ້ນເມືອງ ແລະ ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ.
ຂຽນຂ່າວໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ
ຖ່າຍພາບໂດຍ: ທ. ຄໍາແສນ ຫຼວງລາດ
ນ້ອງທີມ Icy Delight ຈາກໂຮງຮຽນ ກຽດຕິສັກ ນານາຊາດ ໄດ້ຮວບຮວມເງິນຈາກການເຮັດກິດຈະກຳຂາຍເຄື່ອງຫາລາຍໄດ້ໃນໂຮງຮຽນ ໃນພາກສ່ວນວິຊາ business ແລະ ຈາກເງິນຂອງນ້ອງໆເອງ ໄດ້ມາບໍລິຈາກໃຫ້ກັບທີມງານ ສສສຄ

ນ້ອງທີມ Icy Delight ຈາກໂຮງຮຽນ ກຽດຕິສັກ ນານາຊາດ ໄດ້ຮວບຮວມເງິນຈາກການເຮັດກິດຈະກຳຂາຍເຄື່ອງຫາລາຍໄດ້ໃນໂຮງຮຽນ ໃນພາກສ່ວນວິຊາ business ແລະ ຈາກເງິນຂອງນ້ອງໆເອງ ໄດ້ມາບໍລິຈາກໃຫ້ກັບທີມງານ ສສສຄ

ໃນວັນທີ 2 ມິຖູນາ 2023 📅
ນ້ອງໆທີມ Icy Delight ຈາກໂຮງຮຽນ ກຽດຕິສັກ ນານາຊາດ ໄດ້ຮວບຮວມເງິນຈາກການເຮັດກິດຈະກຳຂາຍເຄື່ອງຫາລາຍໄດ້ໃນໂຮງຮຽນ ໃນພາກສ່ວນວິຊາ business ແລະ ຈາກເງິນຂອງນ້ອງໆເອງ ໄດ້ມາບໍລິຈາກໃຫ້ກັບທີມງານ ສສສຄ
ເຊິ່ງນຳພາທີມໂດຍ ອາຈານ Anna Olarte Marquez ແລະ ນ້ອງໆນັກຮຽນ ແລະ ຕາງຫນ້າຮັບໂດຍ ທ່ານນາງ ຈິນຕະນາ ຄຳມຸງຄຸນ ຈາກ ສສສຄ. ຈຳນວນງົບປະມານທີ່ບໍລິຈາກແມ່ນ 2,500,000 ກີບ, ເຊີ່ງງົບປະມານດັ່ງກ່າວແມ່ນນ້ອງໆມີຈຸດປະສົງຢາກບໍລິຈາກໃຫ້ກັບເດັກນ້ອຍຢູ່ເຂດຊົນນະບົດ, ແຕ່ຈາກວ່ານ້ອງໆ ບໍ່ສະດວກຈະເດີນທາງໄປບໍລິຈາກດ້ວຍຕົນເອງ ຈື່ງມາໃຫ້ ສສສຄເຮົາເປັນຕົວແທນໃນການໄປມອບຕໍ່ໃຫ້ ເຊີ່ງຈຳນວນເງິນດັ່ງກ່າວ ທີມງານຈະໄດ້ຊື້ເຄື່ອງໃຊ້ທີ່ຈຳເປັນສຳລັບໄວຫນຸ່ມເຊັ່ນ: ສະບູ, ແຟັບ, ຜ້າອະນາໄມ, ຢາຖູແຂ້ວ, ໄມ້ຖູແຂ້ວ, ແລ້ວໄປບໍລິຈາກໃຫ້ນ້ອງໆ ໃນ 30 ບ້ານເປົ້າຫມາຍ ຢູ່ທີ່ ເມືອງຮຸນ ແລະ ເມືອງປາກແບງ ແຂວງອຸດົມໄຊ.
Orientation of Village Health Volunteers (VHV) on AFHS and referrals

Orientation of Village Health Volunteers (VHV) on AFHS and referrals

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງຮຸນ ແຂວງ ອຸດົມໄຊ Orientation of Village Health Volunteers (VHV) on AFHS and referrals
ໃນລະຫວ່າງວັນທີ 22-31 ພຶດສະພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຮຸນ ພາຍໃຕ້ໂຄງການ “ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ My Body My Future “ໄດ້ລົງໄປສະໜັບສະໜູນທີມງານໂຮງໝໍນ້ອຍໄດ້ຈັດຕັ້ງປະຕິບັດກິດຈະກຳ “ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ແກ່ ອສບ 15 ບ້ານເປົ້າໝາຍເມືອງຮຸນ ຄື: ອສບ ບ້ານ ຈັນໄຕ, ບ້ານ ແຟນ, ບ້ານ ສົມພອນ, ບ້ານ ໜອງປາ, ບ້ານ ແກ້ວ, ບ້ານ ມົກຫຼັກ, ບ້ານ ນ້ຳຫນື່ງ, ບ້ານ ໂພນໄຊ, ບ້ານມົກພອດດ ບ້ານກອນເທີຍ, ບ້ານ ຜາຄຳ, ບ້ານ ມົກກະຈອກ, ບ້ານ ຕາດຕະແລ, ບ້ານ ນາວາງ, ບ້ານ ນ້ຳໝ້ຽງ. ທີ່ເປັນບ້ານເປົ້າໝາຍຂອງໂຄງການ.
ຈຸດປະສົງໃນການຈັດຕັ້ງກິດຈະກຳຄັ້ງນີ້ແມ່ນໄດ້ເຜີຍແຜ່ໃຫ້ຄວາມຮູ້ເລື່ອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມເຊັ່ນ: ການຈະເລີນເຕີບໂຕຂອງຮ່າງກ່າຍຍິງ-ຊາຍ, ລະບົບສືບພັນຍິງ-ຊາຍ, ວິທີ່ການວາງແຜນຄອບຄົວ, ວິທີດູແລຮັກສາເວລາເປັນປະຈຳເດືອນ, ວິທີໃສ່ຖົງຢ່າງອະນາໄມ, ພະຍາດຕິດຕໍ່ທາງເພດສຳພັນຍິງ-ຊາຍ, ຄວາມຮູ້ພື້ນຖານກ່ຽວກັບ HIV/AIDS ແລະ ແນະນຳສະຖານທີ່ການບໍລິການຫ້ອງໃຫ້ຄຳປຶກສາທີ່ເປັນມິດແກ່ໄວໜຸ່ມ. ເພື່ອໃຫ້ ອສບ 15 ບ້ານເປົ້າໝາຍສາມາດນຳເອົາບົດຮຽນໄປສົ່ງຕໍ່ ແລະ ແນະນຳໃຫ້ໄວໜຸ່ມຢູ່ບ້ານຂອງຕົນມາໃຊ້ບໍລິການຫ້ອງໃຫ້ຄຳປຶກສາຢູ່ໂຮງໝໍນ້ອຍ.
ເຊິ່ງທີມງານລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ມີຄະນະຫ້ອງການສາທາລະນະສຸກ, ວິຊາການໜ່ວຍງານລະບາດ, ວິຊາການໜ່ວຍງານແມ່ ແລະ ເດັກ, ປະສູດພະຍາດຍິງ ໂຮງໝໍຊຸມຊົນເມືອງຮຸນ, ຜູ້ປະສານງານພາກສະໜາມ ສສສຄ ແລະ ທີມງານໂຮງໝໍນ້ອຍ 10 ແຫ່ງເມືງຮຸນ. ມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ ຍິງ 23 ທ່ານ, ຊາຍ 33 ທ່ານ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ Project My Body My future (MBMF)
 ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
 ຖ່າຍພາບໂດຍ: ນາງ ວົງນີລັນ ແອງທອງມີ
# PFHALAOS
# MBMF Project
ການຝຶກອົບຮົມທົບທວນຄືນ ການດູແລເດັກເກີດໃໝ່ ແລະ ລົງຕິດຕາມຊຸກຍູ້ການປັບປຸງສະຖານທີ່ການບໍລີການ ໂຮງໝໍນ້ອຍ

ການຝຶກອົບຮົມທົບທວນຄືນ ການດູແລເດັກເກີດໃໝ່ ແລະ ລົງຕິດຕາມຊຸກຍູ້ການປັບປຸງສະຖານທີ່ການບໍລີການ ໂຮງໝໍນ້ອຍ

ການຝຶກອົບຮົມທົບທວນຄືນ ການດູແລເດັກເກີດໃໝ່ ແລະ ລົງຕິດຕາມຊຸກຍູ້ການປັບປຸງສະຖານທີ່ການບໍລີການ ໂຮງໝໍນ້ອຍ
ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ທີມງານຄູຝຶກ ຈາກກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດກິດຈະກໍາ ຝຶກອົບຮົມທົບທວນຄືນ ກ່ຽວກັບ ການດູແລເດັກເກີດໃໝ່ໃຫ້ແກ່ພະນັກງານແພດ ໂຮງໝໍນ້ອຍ 9 ແຫ່ງ ທີ່ເມືອງໃໝ່, ເມືອງສໍາພັນ ແລະ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງມີ ໂຮງໝໍນອ້ຍ ມູຈິກາງ, ໂຮງໝໍນອ້ຍ, ໂຮງໝໍນອ້ຍ ລາວເລວ, ໂຮງໝໍນອ້ຍ ປາກແພ, ໂຮງໝໍນອ້ຍ ໂພນໄຊ, ໂຮງໝໍນອ້ຍ ກິ່ວກະຈໍາ, ໂຮງໝໍນອ້ຍ ລະຮາງໃຫຍ່, ໂຮງໝໍນອ້ຍ ກົກງີ້ວ, ໂຮງໝໍນອ້ຍ ລາດຊາງ, ໂຮງໝໍນອ້ຍບວມພັນ, ຫຼັງຈາກຝຶກອົບຮົມແລ້ວ ແມ່ນໄດ້ລົງ ຕິດຕາມຊຸກຍູ້ທີມງານ ໃນສະຖານທີ່ການບໍລິການ ແລະ ໄດ້ລົງໄປຢ້ຽມຢາມບ້ານຂອງຜູ້ມາຮັບການບໍລິການ ທີ່ໂຮງໝໍນອ້ຍ
ຈຸດປະສົງແມ່ນ
– ເພື່ອເປັນການເພີ່ມທັກສະການຊ່ວຍເກີດໃຫ້ພະນັກງານໂຮງໝໍນ້ອຍໄດ້ມີຄວາມຊໍ່ານານ ເພີ່ມຂື້ນກວ່າເກົ່າ ແລະ ເພີ່ມຄຸນນະພາບການບໍລິການ ລະຫວ່າງຜູ້ໃຫ້ບໍລິການ ກັບຜູ້ມາໃຊ້ບໍລິການ
– ເພື່ອເຮັດໃຫ້ສະຖານທີ່ບໍລິການມີຄວາມສະອາດ, ຄວາມປອດໄພ, ຄວາມພ້ອມ, ຄວາມເປັນມິດຕໍ່ແມ່ແລະເດັກ ແລະ ການເຄົາລົບນັບຖືຕໍ່ຜູ້ມາໃຊ້ບໍລິການຢູ່ໂຮງໝໍນ້ອຍ
– ເພື່ອເຮັດໃຫ້ຊຸມຊົນມີຄວາມເຊື່ອໝັ້ນໃນການໃຫ້ບໍລິການຂອງແພດໝໍ ແລະ ເຮັດໃຫ້ຊຸມຊົນເຂົ້າມາໃຊ້ບໍລິການຢູ່ສະຖານທີ່ໃຫ້ບໍລິການ ຫຼື ໂຮງໝໍນ້ອຍຫຼາຍຂຶ້ນ ເຊັ່ນ: ມາຝາກທ້ອງ, ເກີດລູກ, ກວດຫຼັງເກີດ, ສັກຢາ ແລະ ອື່ນໆ, ທີມງານໄດ້ລົງໄປຢ້ຽມຢາມ, ແນະນຳ, ປັບປຸງ ແກ້ໄຂບັນຫາ ແລະ ຍັງນຳພາພະນັກງານໂຮງໝໍນ້ອຍຈັດສັນສະຖານທີ່ ສາທິດການເກິດລູກໂດຍນຳໃຊ້ຫຸ່ນ Mama Natali
ນໍາພາທີມໂດຍ ດຣ ບົວວັນ ສົມສະໜິດ ຈາກ ສະມາຄົມສົ່ງເສີມສຸຂະພາບຄອບຄົວ, ທີມຄູຝຶກ ຈາກກະຊວງສາທາລະນະສຸກ, ພະນັກງານ ອົງການ ແຄສາກົນ ປະຈຳລາວ ແລະ ທີມງານໂຮງໝໍນອ້ຍ 12 ທ່ານ. ໂດຍມີຜູ້ເຂົ້າຮ່ວມທັງໝົດ: 21 ທ່ານ /ຍິງ 16 ທ່ານ, ການລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຊ່ວຍເຫຼືອຈາກ ອົງການແຄ ສາກົນ ປະຈຳລາວ. ພາຍໃຕ້ ໂຄງການ “ໂພຊະນາການ 1000 ວັນທຳອິດຂອງຊິວິດ”.
ຂຽນໂດຍ: ດຣ ບົວວັນ ສົມສະໜິດ
ພາບໂດຍ: ດຣ ບົວວັນ ສົມສະໜິດ ແລະ ທີມງານ ອົງການແຄ ສາກົນປະຈໍາລາວ
ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Orientation of Village Health Volunteers (VHV) on AFHS and referrals

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Orientation of Village Health Volunteers (VHV) on AFHS and referrals

ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ ໃຫ້ແກ່ ອສບ 15 ບ້ານເປົ້າໝາຍ ຢູ່ເມືອງປາກແບງ Orientation of Village Health Volunteers (VHV) on AFHS and referrals
ໃນລະຫວ່າງວັນທີ 16-23 ພຶດສະພາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງປາກແບງ ພາຍໃຕ້ໂຄງການ ຮ່າງກາຍຂອງຂ້ອຍ ອະນາຄົດຂອງຂ້ອຍ ໄດ້ລົງໄປສະໜັບສະໜູນທີມງານໂຮງໝໍນ້ອຍໄດ້ຈັດຕັ້ງປະຕິບັດກິດຈະກຳ “ເຜີຍແຜ່ເລື່ອງສຸຂະພາບຈະເລີນພັນ, ການໃຫ້ບໍລິການທີ່ເປັນມິດປິດລັບແກ່ໄວໜຸ່ມ” ໃຫ້ແກ່ ອສບ 15 ບ້ານເປົ້າໝາຍເມືອງປາກແບງ ຄື: ອສບ ບ້ານ ດອນແຈ້ງ, ບ້ານ ຄົກກະ, ບ້ານ ປາກແບງ, ບ້ານ ສຸກໄຊ, ບ້ານ ຄຳ, ບ້ານ ງ່ອນ, ບ້ານ ໄຊຊະນະ, ບ້ານ ຈອມແລງໃຫ່ຍ, ບ້ານ ກອນລາງ, ບ້ານ ມົກໂຄກາງ, ບ້ານ ພູຫຼວງ, ບ້ານ ລ້ອງຢອງ, ບ້ານ ຕອງ, ບ້ານ ພູຫຸງ ແລະ ອສບ ບ້ານ ມົກແຫວນ ທີ່ເປັນບ້ານເປົ້າໝາຍຂອງໂຄງການ.
ໃນກິດຈະກຳແມ່ນໄດ້ເຜີຍແຜ່ ໃຫ້ຄວາມຮູ້ເລື່ອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ວິທີດູແລຮັກສາເວລາເປັນປະຈຳເດືອນ, ຄວາມຮູ້ພື້ນຖານກ່ຽວກັບ HIV/AIDS ດັ່ງນີ້: ເສັ້ນທາງການຕິດຕໍ່, ວິທີການປ້ອງກັນ ແລະ ທີ່ບໍ່ສາມາດຕິດຕໍ່ໄດ້, ໃຫ້ຄວາມຮູ້ກ່ຽວກັບວິທີການວາງແຜນຄອບຄົວ, ເພື່ອແນະນຳສະຖານທີ່ການບໍລິການໃຫ້ຄຳປຶກສາທີ່ເປັນມິດແກ່ໄວໜຸ່ນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນດີຂອງແມ່ຍິງຖືພາຜູ້ທີ່ໄດ້ຝາກທ້ອງຢູ່ສະຖານທີ່ບໍລິການກັບແພດໝໍ ແລະ ຄວາມສ່ຽງຕໍ່ຜູ້ບໍ່ໄປຝາກທ້ອງ
ເຊິ່ງທີມງານລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ຈາກ ຫ້ອງການສາທາລະນະສຸກເມືອງ ຫົວໜ້າໜ່ວຍງານສົ່ງເສີມສູຂະພາບ, ປະສູດພະຍາດຍິງ ໂຮງໝໍຊຸມຊົນເມືອງປາກແບງ, ວິຊາການປິ່ນປົ່ວ ໂຮງໝໍຊູມຊົນເມືອງ, ຜູ້ປະສານງານພາກສະໜາມ ສສສຄ ແລະ ທີມງານໂຮງໝໍນ້ອຍ 6 ແຫ່ງເມືອງປາກແບງ.
 ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ເປັນຍິງ 16 ທ່ານ, ຊາຍ 29 ທ່ານ.
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ Project My Body My future (MBMF)
 ຂຽນຂ່າວໂດຍ: ທ. ແສງເພັດ ຍອດອິນມະນີ
 ຖ່າຍພາບໂດຍ: ທ. ແສງເພັດ ຍອດອິນມະນີ
# PFHALAOS
# MBMF Project