“ ການກວດພະຍາດເຄື່ອນທີ່ແລະການໃຫ້ສຸຂະສຶກສາ ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ, ແຂວງ ຫຼວງນໍ້າທາ “

“ ການກວດພະຍາດເຄື່ອນທີ່ແລະການໃຫ້ສຸຂະສຶກສາ ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ, ແຂວງ ຫຼວງນໍ້າທາ “

“ ການກວດພະຍາດເຄື່ອນທີ່ແລະການໃຫ້ສຸຂະສຶກສາ
ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ,
ແຂວງ ຫຼວງນໍ້າທາ “
ໃນວັນທີ 22/09/2023 ທີ່ຜ່ານມາ, ສະມາຄົມສົ່ງເສີມສຸຂະພາບຄອບຄົວຮ່ວມກັບສາທາລະນະສຸກເມືອງວຽງພູຄາ,ໂຮງໝໍຊຸມຊົນເມືອງ, ໂຮງໝໍນ້ອຍນໍ້າຟ້າ, ໂຮງໝໍນ້ອຍນໍ້າເງິນ ໄດ້ຈັດຕັ້ງປະຕິບັດກິດຈະກໍາ ການກວດພະຍາດເຄື່ອນທີ່ ແລະ ການໃຫ້ສຸຂະສຶກສາໃຫ້ແກ່ນັກຮຽນຊັ້ນມໍ1 ຫາ ມໍ7 ຂອງໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ, ແຂວງ ຫຼວງນໍ້າທາ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອາຈານ ສິງ ລໍວັນກູ້ ຫົວໜ້າອໍານວຍການໂຮງຮຽນມັດທະຍົມສົມບູນເທດສະບານເມືອງວຽງພູຄາ ແລະ ທ່ານ ນາງ ດຣ. ສຸດທິສຸກ ອິນທະວິໄລ ຮອງອໍານວຍການ ສສສຄ.
 
ຈຸດປະສົງຂອງການເຮັດກິດຈະກໍາຄັ້ງນີ້້ແມ່ນເພື່ອເຮັດການກວດພະຍາດ, ການໃຫ້ຄວາມຮູ້ພື້ນຖານໃນການປ້ອງກັນພະຍາດທີ່ກ່ຽວຂ້ອງກັບສຸຂະພາບຈະເລີນພັນເຊັ່ນ: ພະຍາດຕິດຕໍ່ທາງເພດສໍາພັນ, ພະຍາດHIV/AIDS, ການວາງແຜນຄອບຄົວ, ການເບິ່ງແຍງຕົນເອງເວລາເປັນປະຈໍາເດືອນ ແລະ ການປ່ຽນແປງທາງຮ່າງກາຍຂອງໄວໜຸ່ມ.
ຜູ້ເຂົ້າຮ່ວມກິດຈະກໍາສຸຂະສຶກສາທັງໝົດ 579 ທ່ານ, ເປັນຍິງ 295 ທ່ານ, ຊາຍ 284 ທ່ານ ທີ່ປະກອບດ້ວຍ: ທ່ານໝໍຈາກຫ້ອງການສາທາ, ໂຮງໝໍນ້ອຍ 2 ແຫ່ງ, ພະນັກງານ ສສສຄ, ນັກຮຽນ ແລະ ຄູອາຈານຢູ່ພາຍໃນໂຮງຮຽນ ເຊິ່ງໃນນີ້ມີຜູ້ເຂົ້າຮັບການກວດພະຍາດທົ່ວໄປ ແມ່ນຈໍານວນ 35 ທ່ານ, ຍິງ 21 ທ່ານ, ມາຮັບຄໍາປຶກສາກ່ຽວກັບການເປັນປະຈໍາເດືອນ 4 ທ່ານ ແລະ ການວາງແຜນຄອບຄົວ 1 ທ່ານໂດຍເປັນທ່ານຍິງທັງໝົດ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນວາງແຜນຄອບຄົວສາກົນ( IPPF )
“ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ໃຫ້ແກ່ພະນັກງານຂັ້ນເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ ທີ່ແຂວງ ຫຼວງນໍ້າທາ “

“ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ໃຫ້ແກ່ພະນັກງານຂັ້ນເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ ທີ່ແຂວງ ຫຼວງນໍ້າທາ “

“ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ໃຫ້ແກ່ພະນັກງານຂັ້ນເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ ທີ່ແຂວງ ຫຼວງນໍ້າທາ “
ໃນວັນທີ 18-20/09/2023 ທີ່ຜ່ານມາ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ(ສສສຄ), ພາຍໃຕ້ໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ(RESPOND) ໄດ້ຈັດຕັ້ງປະຕິບັດການຝຶກອົບຮົມໃນຫົວຂໍ້ “ ການຝຶກອົບຮົມການປ້ອນຂໍ້ມູນ ແລະ ນຳໃຊ້ຂໍ້ມູນໃນລະບົບ DHIS2 ” ທີ່ພະແນກສາທາລະນະສຸກແຂວງ ຫຼວງນໍ້າທາ.ໃຫ້ກຽດເປັນປະທານໃນການຝຶກອົບຮົມຄັ້ງນີ້ໂດຍ ທ່ານ ດຣ. ຕຽງສະໝອນ ພອນປະເສີດ, ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ແລະ ທ່ານ ນາງ ດຣ. ສຸດທິສຸກ ອິນທະວິໄລ, ຮອງອໍານວຍການ ສສສຄ ເປັນປະທານຮ່ວມ. ມີການເຂົ້າຮ່ວມຈັດຕັ້ງປະຕິບັດກິດຈະກໍາໂດຍ ວິຊາການ ໂຄງການ ຂອງ ສສສຄ 3 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເສີມສ້າງຄວາມອາດສາມາດກ່ຽວກັບການນໍາໃຊ້, ການປ້ອນຂໍ້ມູນເຂົ້າໃນລະບົບ DHIS2 ໃຫ້ກັບພະນັກງານສາທາລະນະສຸກຂັ້ນເມືອງ, ໂຮງໝໍນ້ອຍເປົ້າໝາຍຂອງໂຄງການ ເພື່ອໃຫ້ເຂົາເຈົ້າສາມາດເຮັດການປ້ອນຂໍ້ມູນເຂົ້າໃນລະບົບ DHIS2 ໄດ້ຢ່າງຖືກຕ້ອງ ແລະ ທັນຕາມເວລາທີ່ກໍານົດໄວ້.
ມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ, ເປັນຍິງ 24 ທ່ານ, ຊາຍ 17 ທ່ານ ເຊິ່ງມາຈາກພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນວາງແຜນຄອບຄົວສາກົນ. ພາຍໃຕ້ໂຄງການ ” ເຊື່ອມສານແມ່ປອດໄພແລະໂຄງການຕອບສະໜອງ(RESPOND).
ຂຽນໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ, ວິຊາການແຜນງານ ສສສຄ.
ຖ່າຍພາບໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ, ວິຊາການແຜນງານ ສສສຄ.
ກວດໂດຍ: ທ່ານ ແສງເພັດ ທະບັນດິດ, ອໍານວຍການແຜນງານ ສສສຄ.
“ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ແລະ ຢາສາມັນພື້ນຖານ ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ “

“ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ແລະ ຢາສາມັນພື້ນຖານ ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ “

“ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ແລະ ຢາສາມັນພື້ນຖານ ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ “
ໃນວັນທີ 21/9/2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮັບບໍລິຈາກມຸ້ງ ຈໍານວນ 60 ດາງ (ຂະໜາດ 3×4 ແມັດ), ຢາສາມັນພື້ນຖານ, ເຄື່ອງນຸ່ງຫົ່ມ, ຕຸກກະຕາ ແລະ ເກີບ. ລວມມູນຄ່າ 7,170,000 ກີບ, ເພື່ອມອບໃຫ້ແກ່ໂຮງຮຽນ ມ.ປາຍ ຊົນເຜົ່າ ເມືອງວຽງພູຄາ ແຂວງຫລວງນໍ້າທາ. ຕາງຫນ້າມອບ ໂດຍ ທ່ານ ນາງ ດຣ ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ ແລະ ທ່ານ ນາງ ດຣ ສົມປອງ ອາດທອງ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງພູຄາ ແລະ ທີມງານເຂົ້າຮ່ວມ.
 ຈຸດປະສົງ:
– ເພື່ອສະໜັບສະໜູນ ແລະ ສົ່ງເສີມ ການຮັກສາສຸຂະພາບ ຂອງນັກຮຽນ ທີ່ຕ້ອງການຄວາມຊ່ວຍເຫລືອ
– ເພື່ອໃຫ້ນັກຮຽນ ຮູ້ຮັກສາສຸຂະພາບ ແລະ ປ້ອງກັນຕົວເອງ ຈາກພະຍາດໄຂ້ເລືອດອອກ, ໄຂ້ຍຸງລາຍ ແລະ ປາດສະຈາກການເຈັບປ່ວຍ ຈາກພະຍາດອື່ນໆ.
ລາຍຊື່ຜູ້ບໍລິຈາກ:
1. ທ່ານ ອາທະນາມ ຫລວງສຸດທິບ (ບໍລິຈາກມຸ້ງ 35 ດາງ+ຢາ)
2. ທ່ານ ນາງ ສິຣິພອນ ວົງສົມບັດ (ບໍລິຈາກມຸ້ງ 10 ດາງ)
3. ທ່ານ ນາງ ຫລ້ານ້ອຍ ກາວັນ (ບໍລິຈາກມຸ້ງ 10 ດາງ)
4. ດຣ.ສຸດທິສຸກ ອິນທະວິໄລ (ບໍລິຈາກມຸ້ງ 5 ດາງ)
5. ທ່ານ ນາງ ແບະ (ບໍລິຈາກຢາສາມັນພື້ນຖານ)
6. ທ່ານ ນາງ ຕິວຄຳ (ບໍລິຈາກຢາສາມັນພື້ນຖານ)
7. ທ່ານ ນາງ ນຶ່ງ (ບໍລິຈາກ ກິບໜີບຜົມ, ກະເປົາ, ຕຸກະຕາ)
ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກມຸ້ງ ແລະ ຢາສາມັນພຶ້ນຖານ ໃນຄັ້ງນີ້ດ້ວຍ.
ໝາຍເຫດ: ສຳລັບພາກສວ່ນໃດ ທີ່ສົນໃຈຢາກຮ່ວມບໍລິຈາກຖົງຊຸດຜ້າອ້ອມ ແລະ ເຄື່ອງອື່ນໆ. ທ່ານສາມາດບໍລິຈາກໄດ້ທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຮືອນເລກທີ່ 449 ຮ່ອມ 8 ຫຼື ໄດ້ທີ່ເລກບັນທີ່ ສະມາຄົມສົ່ງເສີມສຸຂະພາບຄອບຄົວ.
KIP 01012 0000 3351 71001
BATH 09212 0200 3351 71001
DOLLA 01012 0100 3351 71001
ການລົງສະໜັບສະໜູນປັບປຸງຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 10 ແຫ່ງ ເມືອງຮຸນ ແຂວງອຸດົມໄຊ.

ການລົງສະໜັບສະໜູນປັບປຸງຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 10 ແຫ່ງ ເມືອງຮຸນ ແຂວງອຸດົມໄຊ.

ການລົງສະໜັບສະໜູນປັບປຸງຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 10 ແຫ່ງ ເມືອງຮຸນ ແຂວງອຸດົມໄຊ.
ໃນລະຫວ່າງວັນທີ 07-11 ກັນຍາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຮຸນ ແຂວງອຸດົມໄຊ ໄດ້ລົງຈັດຕັ້ງກິດຈະກຳສະໜັບສະໜູນປັບປຸງຫ້ອງໃຫ້ຄຳທີ່ເປັນມິດປິດລັບແກ່ໄວໜຸ່ມພາຍໃນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 9 ແຫ່ງພາຍໃນ ເມືອງຮຸນ ຄື: ໂຮງໝໍຊຸມຊົນເມືອງຮຸນ, ໂຮງໝໍນ້ອຍໂພນໄຊ, ຮໝນ ນ້ຳພວນ, ຮໝນ ນາຊຽງດີ, ຮໝນ ສີບຸນເຮືອງ, ຮໝນ ພູແຊ, ຮໝນ ນາວາງ, ຮໝນ ນ້ຳພູນ, ຮໝນ ພູວຽງໄຊ ແລະ ຮໝນ ຜາຄຳ
ຈຸດປະສົງ:
– ເພື່ອປັບປຸງຫ້ອງໃຫ້ຄຳປຶກສາໃຫ້ກັບໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ.
– ເພື່ອສະໜັບສະໜູນອຸປະກອນ ແລະ ສື່ສິ່ງພີມທີ່ຈຳເປັນໃນຫ້ອງໃຫ້ຄຳປຶກສາ, ເປັນສີ່ງຈູງໃຈໃຫ້ໄວຫນຸ່ມຮູ້ສຶກສະບາຍໃຈທີ່ຈະມາໃຊ້ບໍລິການ.
– ເພື່ອເຮັດໃຫ້ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍໄດ້ມີຫ້ອງໃຫ້ຄຳປຶກສາທີ່ເປັນມິດປິດລັບແກ່ໄວໜຸ່ມ.
ທີມງານທີ່ລົງຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ປະກອບມີ: ທ່ານ ນ. ຈັນທາ ສຸກັນທາ ວິຊາການ ຫນ່ວຍງານແມ່ ແລະ ເດັກ ຫ້ອງການສາທາເມືອງຮຸນ, ທີມງານຈາກ ສສສຄ ມີ: ທ່ານ ນາງ ທິບພະຈັນ ອິນທະວົງ ຜູ້ບໍລິຫານໂຄງການ, ທ່ານ ວັນນານ້ອຍ ນິຍົມສິນ ວິຊາການໂຄງການ, ທ່ານ ນາງ ຂັນທະລີ ວຽນນະໃສ ຜູ້ຊ່ວຍການເງິນ, ທ່ານ ນ. ວົງນິລັນ ແອງທອງມີ ຜູ້ຊ່ວຍໂຄງການພາກສະຫນາມ.
ອຸປະກອນ ຫຼື ສີ່ງອຳນວຍຄວາມສະດວກໃນຫ້ອງໃຫ້ຄຳປຶກສາມີ: ໂຕະ, ຕັ່ງ, ຕູ້ໃສ່ເອກະສານ, ຊັ້ນວາງເຄື່ອງ, ໂພສເຕີລ້າງມື 7 ຂັ້ນຕອນ, ແຜ່ນການຈະເລີນເຕີບໂຕຂອງຮ່າງກາຍໄວໜຸ່ມຊາຍ-ຍິງ, ວິທີການວາງແຜນຄອບຄົວ, ລະບົບສືບພັນເພດຊາຍ-ເພດຍິງ, ແຜ່ນວິທີການດູແລໃນເວລາເປັນປະຈຳເດືອນ, ແຜ່ນຄວາມຮູ້ພື້ນຖານກ່ຽວກັບ HIV/AIDS, ພະຍາດຕິດຕໍ່ທາງເພດສຳພັນເພດຊາຍ – ເພດຍິງ (ພຕພ), ວິທີໃສ່ຖົງຢາງອະນາໄມ, ປ້າຍສະໜັບສະໜູນ ຮອຍຍີ້ມໄວໜຸ່ມ ແລະ ປ້າຍຫ້ອງໃຫ້ຄຳປືກສາ ໄດ້ຕິດຕັ້ງ ແລະ ຈັດວາງສື່ສິ່ງພີມອື່ນໃສ່ຝາທີ່ເໝາະສົມ ຕາມການເຫັນດີຂອງຄະນະອຳນວຍການໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ.
ພາຍຫຼັງທີ່ໄດ້ປັບປຸງຫ້ອງໃຫ້ຄຳປຶກສາສຳເລັດແລ້ວ ທີມງານໄດ້ມີການສົນທະນາແລກປ່ຽນຄວາມຄິດເຫັນ, ຂໍ້ສະເໜີຕ່າງໆ ແລະ ປິດທ້າຍດ້ວຍການຖ່າຍຮູບມອບຮັບ.
ມີຜູ້ເຂົ້າຮ່ວມທັງໝົດ 26 ຄົນ ຍິງ 17 ຄົນ
ໃຫ້ທຶນສະໜັບສະໜູນໂດຍ: Plan Finland & ກະຊວງການຕ່າງປະເທດຟິນແລນ
ພາຍໃຕ້ໂຄງການ My Body My future (MBMF)
ຂຽນຂ່າວໂດຍ: ນ. ວົງນິລັນ ແອງທອງມີ
ຖ່າຍພາບໂດຍ: ນ.ທິບພະຈັນ ອິນທະວົງ
“ລົງຕິດຕາມສະຫນັບສະຫນູນການຊີ້ນໍາຂອງພະນັກງານ ສສສຄ ໃຫ້ກັບສະຖານທີບໍລິການ” ທີ່ເມືອງງາ, ແຂວງອຸດົມໄຊ 08 ສຸກສາລາ/ໂຮງໝໍນ້ອຍ

“ລົງຕິດຕາມສະຫນັບສະຫນູນການຊີ້ນໍາຂອງພະນັກງານ ສສສຄ ໃຫ້ກັບສະຖານທີບໍລິການ” ທີ່ເມືອງງາ, ແຂວງອຸດົມໄຊ 08 ສຸກສາລາ/ໂຮງໝໍນ້ອຍ

🗓️ ໃນວັນທີ 28 ສິງຫາ ຫາ 3 ກັນຍາ 2023 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ “ລົງຕິດຕາມສະຫນັບສະຫນູນການຊີ້ນໍາຂອງພະນັກງານ ສສສຄ ໃຫ້ກັບສະຖານທີບໍລິການ” ທີ່ເມືອງງາ, ແຂວງອຸດົມໄຊ 08 ສຸກສາລາ/ໂຮງໝໍນ້ອຍ (ຫ້ວຍໄລ່, ນາຄົກ, ນາຊານ, ນາເໝຶອງ, ບ້ານແກ່ວ, ແສນຈອດ, ລາດຫານ, ລາດຄະມູນ) ຈຸດປະສົງແມ່ນ ເພື່ອເປັນການລົງຢ້ຽມຢາມໂຮງໝໍນ້ອຍ ແລະ ຕິດຕາມຄວາມຄືບຫນ້າຂອງໂຄງການ “ແມ່ປອດໄພ”.
ທີມງານໄດ້ລົງໄປຢ້ຽມຢາມ ແລະ ສໍາພາດ ພະນັກງານໂຮງໝໍນ້ອຍ ເຊິ່ງ ພາກລັດນໍາພາໂດຍ: ດຣ ແພງດີ ຄຳແກ້ວມະນີ ຊິນຳວຽກສົ່ງເສີມສຸຂະພາບ ແລະ ຍັງທັງເປັນຜູ້ປະສານງານໂຄງການ “ແມ່ປອດໄພ”
ສ່ວນທາງສະມາຄົມ ນໍາພາໂດຍ ດຣ ແສງສະໄໝ ສ່ຽນສິລິບຸດ, ວິຊາການ ສສສຄ ພ້ອມກັບທີມງານ 2 ທ່ານ. ໂດຍມີຜູ້ເຂົ້າຮ່ວມທັງໝົດ 68 ທ່ານ ຈາກ ເປັນຍິງ 41 ທ່ານ, ຊາຍ 27 ທ່ານ. ການລົງເຮັດກິດຈະກຳຄັ້ງນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການວາງແຜນຄອບຄົວສາກົນ (IPPF). ພາຍໃຕ້ ໂຄງການ “ແມ່ປອດໄພ” (SAFEMOTHERHOOD PROJECT).
ຂຽນໂດຍ: ທ. ວິລະສິດ ອິນທະຫວາ
ຖ່າບພາບໂດຍ: ທ. ວິລະສິດ ອິນທະຫວາ