
ຮັບຢາ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ຈາກ IPPF




ໃນວັນທີ 28 ກຸມພາ 2022
ມາດາມ ຈັນສະຫມອນ ສີສຸລາດ ຮອງປະທານ ສສສຄ ພ້ອມດ້ວຍຄະນະ ຕາງໜ້າຫ້ອງການ ສສສຄ ລົງໄປມອບເຄື່ອງບໍລິຈາກ ອຸປະກອນການຮຽນ ໃຫ້ກັບ ນ້ອງໆນັກຮຽນ ໂຮງຮຽນປະຖົມ ສົມບູນ ໂພງຮັງ ຈໍານວນນັກຮຽນທັງຫມົດ 75 ນ້ອງ, ຕາງຫນ້າມອບຮັບໂດຍ ທ່ານ ໂຮງ ອິນທະວົງ ນາຍບ້ານບ້ານໂພນຮັງ ແລະ ຄູອາຈານຂອງໂຮງຮຽນໂພນຮັງ
ເຄື່ອງບໍລິຈາກມີ:
– ອຸປະກອນການຮຽນ (ປື້ມ, ບິກ, ສໍ ຢາງລຶບ, ຢາຖູແຂ້ວ, ໄມ້ຖູແຂ້ວ, ຜ້າເຊັດມື, ແຟບ) 80 ຊຸດ.
– ອຸປະກອນການຮຽນ (ປື້ມ, ບິກ, ສໍ, ບັນທັດ) 150ຊຸດ
– ແຜ່ນສອນຫນັງສືພາສາອັງກິນ A-Z
– ຊຸດອຸປະກອນ ສິລະປະ (ເຈ້ຍA4, ເຈ້ຍສີ, ເຈ້ຍແຂງ, ມີດຕັດ, ກາວ, ສະກັອດ, ກະລັບເຟີ)
– ປື້ມຄູ່ມືການສອນຊັ້ນ ປໍ.5
ຈຳນວນ: 2,650,000 ກີບ
ຈຸດປະສົງ:
-ເພື່ອມອບເຄື່ອງໃຊ້ອຸປະກອນການຮຽນໃຫ້ກັບນ້ອງໆນັກຮຽນ
– ເພື່ອມອບຄວາມສຸກໃຫ້ແກ່ນ້ອງໆນັກຮຽນທີ່ຢູ່ໃນໂຮງຮຽນດັ່ງກ່າວ
……………………………………………………………………………….
ສະໜັບສະໜູນໂດຍ:
ມາດາມ ຈັນສະຫມອນ ສີສຸລາດ
ຂຽນຂ່າວໂດຍ:
ນ. ທິບພະຈັນ ອິນທະວົງ
ຖ່າຍພາບໂດຍ:
ນ. ທິບພະຈັນ ອິນທະວົງ
ໃນວັນທີ 15-18 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງເຊກອງ ໄດ້ມີການຈັດ ຝຶກອົບຮົມການນຳໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນບ້ານ ຢູ່ທີຫ້ອງປະຊຸມ ຫ້ອງວ່າການປົກຄອງ ເມືອງລະມາມ ແລະ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງ ເຊກອງ. ມີຜູ້ເຂົ້້າຮ່ວມລວມທັງໝົດ 58 ທ່ານ.
ຈຸດປະສົງ:
• ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນບ້ານ
• ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.
• ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນບ້ານ.
ໃນວັນທີ 15-24 ກຸມພາ 2022 ທີມງານສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ທີມງານຂັ້ນເມືອງຮຸນ ໂດຍມີ ຄະນະບໍລິຫານຫ້ອງການ, ປະສູດ, ແມ່ ແລະ ເດັກ, ອາຫານ ແລະ ຢາ, ນຳ້ສະອາດ ແລະ ສຸຂະພິບານ ໄດ້ມີການລົງຈັດຕັ້ງປະຕິບັດກິດຈະກຳ ຊຸກຍູ້ຕິດຕາມເພື່ອນແທ້ໂຮງໝໍນ້ອຍ 10 ແຫ່ງ ( ໂຮງໝໍນ້ອຍນ້ໍາຕໍາ, ໂພນໄຊ, ນາຊຽງດີ, ນຳ້ພວນ, ນຳ້ພູນ, ຜາຄຳ, ພູວຽງໄຊ, ພູແຊ, ສີບຸນເຮືອງ, ນາວາງ), ເມືອງຮຸນ, ແຂວງ ອຸດົມໄຊ
ຈຸດປະສົງ:
• ເພຶ່ອເປັນການເພີ່ມທັກສະ, ຄວາມຮູ້ ກ່ຽວກັບ ເພື່ອນແທ້ໂຮງໝໍນ້ອຍ ເພື່ອເພີ່ມຄຸນນະພາບການ ບໍລິການ ລະຫວ່າງ ຜູ້ໃຫ້ບໍລິການ ກັບ ຜູ້ມາໃຊ້ບໍລິການ, ເຮັດໃຫ້ສະຖານທີ່ການບໍລິການສາທາລະນະສຸກມີຄວາມສະອາດຂຶ້ນ ເພື່ອເຮັດໃຫ້ຊຸມຊົນເຊື້ອໝັ້ນໃນການບໍລິການຂອງແພດໝໍ ແລະ ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ໂດຍສະເພາະແມ່ນໂຮງໝໍນ້ອຍທັງ 10 ແຫ່ງເປົ້າໝາຍ ຢູ່ເມືອງຮຸນ, ແຂວງອຸດົມໄຊ
• ເພື່ອສົນທະນາ ປຶກສາຫາລື ກ່ຽວກັບສະພາບທົ່ວໄປຂອງໂຮງໝໍນ້ອຍ, ສະພາບບັນຫາສຸຂະພາບຂອງປະຊາຊົນ ແລະ ການບໍລິການແມ່ແລະເດັກ ແລະ ການເກີດລູກໃນໂຮງໝໍນ້ອຍດັ່ງກ່າວ
• ເພື່ອວິເຄາະ “ຕົ້ນໄມ້ແຫ່ງຄວາມຫວັງ ຂອງໂຮງໝໍນ້ອຍ” ຈັດລຽງບັນຫາ-ຫາວິທີການແກ້ໄຂ ທີ່ເປັນບູລິມະສິດ (ສ້າງແຜນການແກ້ໄຂບັນຫາຂອງໂຮງໝໍນ້ອຍ)
• ເພື່ອນຳພາໂຮງໝໍນ້ອຍລົງມືແກ້ໄຂບັນຫາທີ່ເຮັດໄດ້ ເຊັ່ນ ການເຮັດອະນາໄມ, ການຈັດສະຖານທີ່, ການກວດ ແລະ ຈັດເກັບມ້ຽນເຄື່ອງມື, ອຸປະກອນຮັບໃຊ້ຕ່າງໆ, ການຈັດມ້ຽນເອກະສານ, ການເຮັດການອະເຊື້ອ+ການປະສົມນ້ຳຢາ Chlorine 0.5%, ສະພາບຫ້ອງນໍ້າ ແລະ ການຊົມໃຊ້ນໍ້າ ແລະ ການກຳຈັດຂີ້ເຫຍື້ອຕ່າງໆ
• ເພື່ອສາທິດ ແລະ ຝຶກຫັດການຊ່ວຍເກີດລູກ ດ້ວຍ MamaNatali ຝຶກຫັດການໃຫ້ຄຳປຶກສາ ແລະ ແນະນຳແມ່ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ການດູແລເດັກນ້ອຍໃນ1,000 ວັນທຳອິດ
#NUTRITON1000DAYSPROJECT#PFHALAOS