by post_editor | ກ.ພ. 21, 2022 | ຂ່າວສານ
ໃນວັນທີ 21 ກຸມພາ 2022
ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ໄດ້ມອບຢາ Misoprostol 0.2mg (blister) ໃຫ້ໂຮງໝໍ 4 ແຫ່ງ ໃນນະຄອນຫຼວງວຽງຈັນ. ທ່ານ ນາງ. ສົມຈິງ ພັນທະສຸກ ຫົວຫນ້າບໍລິຫານຫ້ອງການ ແລະ ຜູ້ຊ່ວຍບຸກຄະລາກອນ ພ້ອມຄະນະ ຕາງໜ້າຫ້ອງການ ສສສຄ ໄດ້ໄປມອບຢາ Misoprostol 0.2mg (blister) ຈຳນວນ 99 ກັບ ໃຫ້ແກ່ ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ ເຊີ່ງເປັນຕາງໜ້າຈາກແຕ່ລະໂຮງໝໍທີ່ມາຮັບຢານຳພວກເຮົາມີດັ່ງນີ້:
1. ດຣ ຕຸ້ຍ ຈັນທະລັງສີ ຮອງອໍານວຍການ ໂຮງໝໍແມ່ ແລະ ເດັກເກີດໃຫມ່ໜອງພະຍາ
2. ດຣ ສົມສະຫນຸກ ສິນລາວົງໄຊ ຄະນະພະແນກການຢາ ໂຮງໝໍມິດຕະພາບ (150ຕຽງ)
3. ດຣ ສຸລິນນາ ລັດຕະນະ ຫົວຫນ້າພະແນກສຸກເສິນ ແລະ ດຣ ແສງທະວີ ໄຊທອງປານ ຮອງຫົວຫນ້າພະແນກສຸກເສິນພ້ອມດ້ວຍຄະນະພະແນກສຸກເສິນ ໂຮງໝໍມະໂຫສົດ
4. ດຣ ຫວັງນະຄອນ ດິດຕະພົງ ຫົວໜ້າອໍານວຍການ ໂຮງໝໍເຊດຖາທິຣາດ
ຈຸດປະສົງ:
– ເພື່ອແຈກຢາຍໃຫ້ໂຮງໝໍເປົ໋າໝາຍ 4 ແຫ່ງ ໃນການນໍາໃຊ້ເຂົ້າໃນການປີ່ນປົວໃຫ້ກັບຄົນເຈັບ
– ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່/ແມ່ຍິງ
ຢູ່ທີ່: ໂຮງໝໍ 4 ແຫ່ງຄື:
1. ໂຮງໝໍແມ່ ແລະ ເດັກເກີດໃໝ່ໜອງພະຍາ (250ກ່ອງ)
2. ໂຮງໝໍ ມິດຕະພາບ ( 150 ຕຽງ ) (250ກ່ອງ)
3. ໂຮງໝໍ ມະໂຫສົດ (250ກ່ອງ)
4. ໂຮງໝໍເຊດສາທິຣາດ (240ກ່ອງ)
ສະໜັບສະໜູນໂດຍ:
ສະຫະພັນວາງແຜນຄອບຄົວສາກົນ (IPPF)
ຂຽນຂ່າວໂດຍ: ນ. ທິບພະຈັນ ອິນທະວົງ
ຖ່າຍພາບໂດຍ: ນ. ທິບພະຈັນ ອິນທະວົງ
#IPPF #PFHALAOS
by post_editor | ກ.ພ. 20, 2022 | ກິດຈະກຳ, ຂ່າວສານ
ໃນວັນທີ 18 ກຸມພາ 2022 ດຣ.ຈັນສີ ພິມພະຈັນ ປະທານ ສະມາຄົມ ສົ່ງເສີມສຸຂະພາບຄອບຄົວ, ໃນນາມ ປະທານ ຄະນະປະສານງານ ອົງການຈັດຕັ້ງ ສັງຄົມລາວ ຕາງໜ້າໃຫ້ ຄະນະປະສານງານ ອົງການຈັດຕັ້ງສັງຄົມໄປພົບປະ ລາຍງານວຽກງານ ແລະ ແຜນຂອງ CSOs ລາວ ໃຫ້ແກ່ຫົວໜ້າ ກົມບໍລິຫານລັດ ກະຊວງພາຍໃນ ພ້ອມທັງ ມອບບົດລາຍງານ ສະຫຼຸບຜົນງານ 6 ເດືອນ ທ້າຍປີຜ່ານມາ ແລະ ແຜນຕໍ່ຫນ້າສຳລັບປີ 2022. ນອກຈາກນັ້ນ, ຍັງໄດ້ມອບ ເສື້ອ ຄະນະສະເພາະກິດຂັ້ນສູນກາງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ Covid 19
by post_editor | ກ.ພ. 17, 2022 | ຂ່າວສານ
ໃນວັນທີ່ 9-11 ກຸມພາ 2022.
ສະມາຄົມສົ່ງເສີມສຸຂະພາບຄອບຄົວຮ່ວມກັບພະແນກສາທາລະນະສຸກແຂວງ,ຫ້ອງການສາທາເມືອງ,ຫ້ອງການສຶກສາທິການແລະກິລາເມືອງ ໄດ້ຈັດຕັ້ງປະຕິບັດກິດຈະກຳໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19 ໃນ 4 ໂຮງຮຽນເປົ້າຫມາຍໃນເມືອງລອງໄດ້ແກ່. ມສ ບ້ານສະ, ມສ ປຸ່ງຊາຍ, ປະຖົມຈ່າຍີ້ແລະປະຖົມຫ້ວຍກຸ້ມ. ໃນກິດຈະກຳແມ່ນໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ,ການປ້ອງກັນ ແລະ ສາທິດວິທີການໃສ່ຜ້າອັດປາກ,ການລ້າງມືຕາມຂັ້ນຕອນ.
ພາຍໃຕ້ແຜນງານໂຄງການຊີແຊັກ-19.
ໂຄງການນີ້ ໄດ້ຮັບທຶນສະໜັບສະໜຸນໂດຍ ສະຫະພາບເອີຣົບ European Union in Laos ແລະ ປະສານງານໂດຍຜ່ານທາງ ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ – Lao CSO Coordination Office – LCCO ແລະ ຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືນຍົງ (SAEDA LAO) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAs Laos) ແລະ ອົງການແພລນປະຈໍາ ສປປລາວ Plan International Laos.
by post_editor | ກ.ພ. 15, 2022 | ຂ່າວສານ
- 5. ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ
ທ່ານຮູ້ບໍ່ວ່າການໃສ່ຖົງຢາງອະນາໄມແມ່ນມີຜົນດີຫຼາຍຢ່າງ, ດັ່ງລຸ່ມນີ້:
- ປ້ອງກັນການຖືພາ
ຈຸດປະສົງອັນດັບທຳອິດຂອງການໃຊ້ຖົງຢາງອະນາໄມ ກໍ່ເພື່ອປ້ອງກັນຄວາມຜິດພາດສໍາລັບຄູ່ນອນທີ່ບໍ່ຕ້ອງການທີ່ຈະມີລູກ ຫຼື ປ້ອງກັນການຖືພາກ່ອນໄວອັນຄວນນັ້ນເອງ. ຈື່ງເລືອກໃຊ້ຖົງຢາງອະນາໄມເພື່ອຄຸມກຳເນີດ. ເນື່ອງຈາກວ່າໃນປັດຈຸບັນ ຕ້ອງຍອມຮັບວ່າ ມີຜູ້ທີ່ໃຊ້ຊີວິດຄູ່ແບບຢູ່ກ່ອນແຕ່ງຈຳນວນຫຼາຍ
- ປ້ອງກັນການຕິດເຊື້ອ
ນອກຈາກຈະມີປະໂຫຍດໃນການຄຸມກໍາເນີດແລ້ວ ຖົງຢາງອະນາໄມກໍ່ຍັງເປັນອຸປະກອນທີ່ສາມາດຊ່ວຍປ້ອງກັນການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນຈາກຄູ່ຮ່ວມເພດໄດ້. ເນື່ອງຈາກວ່າມີພະຍາດຕິດຕໍ່ທາງເພດສໍາພັນຫຼາຍຊະນິດເຊັ່ນ: ໂລກເອດສ, ກາມະໂລກ, ໜອງໃນ ແລະ ຊີຟີລິສ.
ຖົງຢາງອະນາໄມສ່ວນໃຫຍ່ຈະມີສານຫຼໍ່ລື່ນທີ່ເອີ້ນວ່າ “ຊີລິໂຄນ ອອຍ” ຢູ່ໃນນັ້ນ, ເຊິ່ງຈະຊ່ວຍຫຼຸດຜ່ອນອາການເຈັບປວດໃນລະຫວ່າງການຮ່ວມເພດ. ໂດຍອົງການອາຫານ ແລະ ຢາ ກຳນົດໃຫ້ປະລິມານ ຊິລິໂຄນ ອອຍແມ່ນ 150-500 ມິລິກຼາມຕໍ່ຖົງຢາງອະນາໄມ 1 ຖົງ.
- ເພີ່ມຄວາມເພີດເພີນທາງເພດ
ປະຈຸບັນ ຖົງຢາງອະນາໄມຈະມີຫຼາກຫຼາຍຮູບແບບ, ນອກຈາກຈະມີສີ, ມີກິ່ນ ແລະ ລົດຊາດໃຫ້ເລືອກຕາມຄວາມມັກຂອງແຕ່ລະຄົນແລ້ວ. ກໍຍັງມີເນື້ອສຳພັດທີ່ຫຼາກຫຼາຍ ເພື່ອເປັນລູກຫຼີ້ນໃນການເພີດເພີນທາງເພດໃຫ້ກັບຄູ່ຮ່ວມເພດ
- ບໍ່ເປິເປື້ອນ
ນອກຈາກປະໂຫຍດຂ້າງເທິງແລ້ວ ເຫດຜົນທີ່ຄູ່ຮັກຫຼາຍຄູ່ ເລືອກໃຊ້ຖົງຢາງອະນາໄມໃນເວລາມີເພດສຳພັນ ກໍ່ຍ້ອນວ່າມັນຈະຊ່ວຍໃຫ້ບໍ່ເປິເປື້ອນໃນເວລາທີ່ຜູ້ຊາຍເກີດການຫຼັ່ງນໍ້າອະສຸຈິນັ້ນເອງ.
ຂໍ້ມູນອ້າງອີງ:
https://www.sanook.com/men/19145/
#PFHALAO
#WomensRights4Health
#CSurge
by post_editor | ກ.ພ. 15, 2022 | ຂ່າວສານ
ໃນວັນທີ 7-11 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບ ຮ່ວມກັບ ພະແນກສາທາລະນະສຸກ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ. ໄດ້ຈັດ ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນໂຮງຮຽນ. ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງ ແລະ ຫ້ອງປະຊຸມສູນ ICT ມສ ເມືອງດາກຈຶງ ແຂວງເຊກອງ, ລວມທັງໝົດ 51 ທ່ານ.
ຈຸດປະສົງ:
- ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນໂຮງຮຽນ
- ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.
- ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນໂຮງຮຽນ.
#BMZProject
#PFHALAOS




by post_editor | ກ.ພ. 15, 2022 | ຂ່າວສານ
ສສສຄ ເຮົາຂໍເປັນສ່ວນໜື່ງໃນການຊ່ວຍສະໜັບສະໜູນ ການໃຊ້ຖົງຢາງອະນາໄມ ໃນການຫຼຸດຜ່ອນການຕິດເຊື້ອພະຍາດ ພຕພ ແລະ ຫຼຸດຜ່ອນການຖືພາແບບບໍ່ພ້ອມ
ຂໍຂອບໃຈ ຮ້ານອາຫານຫຼັງບ້ານ ທີ່ມີໄອເດຍດີໆ ເອົາຖົງຢາງອະນາໄມໄປແຈກໃຫ້ລູກຄ້າຂອງທ່ານ
#PFHA
#Condom