ການໂຕ້ວາທີ ຂັ້ນໂຮງຮຽນ ໃນ 2 ເມືອງ ເປົ້າໝາຍຂອງໂຄງການ

ການໂຕ້ວາທີ ຂັ້ນໂຮງຮຽນ ໃນ 2 ເມືອງ ເປົ້າໝາຍຂອງໂຄງການ

ໃນວັນທີ 31 ມັງກອນ 2022 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ອົງການ ແຄຣ໌ ນານາຊາດ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມກິດຈະກໍາການໂຕ້ວາທີ ຂັ້ນໂຮງຮຽນ ໃນ 2 ເມືອງ ເປົ້າໝາຍຂອງໂຄງການ ຄື: ເມືອງ ລະມາມ ແລະ ເມືອງ ດາກຈຶງ ແຂວງ ເຊກອງ. ພາຍໃຕ້ໂຄງການ ປັບປຸງສຸຂະພາບຈະເລີນພັນເພື່ອຫຼຸດຜ່ອນການແຕ່ງງານກ່ອນໄວອັນຄວນໃນຊຸມຊົນ ຊົນເຜົ່າເຂດຫ່າງໄກສອກຫຼີກ ໃນ ສປປ ລາວ. ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ລະມາມ ແຂວງເຊກອງ. ເຊິ່ງມີຜູ້ເຂົ້້າຮ່ວມທັງໝົດ 24 ທ່ານ.

ຈຸດປະສົງ:

  • ເພື່ອປຶກສາຫາລືກ່ຽວກັບການກໍານົດຫົວຂໍ້, ການກໍານົດເວລາ, ສະຖານທີ່ ແລະ ຮູບແບບການໂຕ້ວາທີ.
  • ເພື່ອກໍານົດເງື່ອນໄຂຂອງບຸກຄົນທີ່ຈະເຂົ້າຮ່ວມໂຕ້ວາທີ, ຄະນະກໍາມະການຕັດສິນ, ປະທານ, ຜູ້ເຂົ້າຮ່ວມຮັບຟັງ.
  • ເພື່ອປຶກສາຫາລືກ່ຽວກັບການກໍານົດຂອງຂວັນລາງວັນໃຫ້ກັບຜູ້ແຂ່ງຂັນ ແລະ ສິດຜົນປະໂຫຍດ ທີ່ຜູ້ເຂົ້າແຂ່ງຂັນຄວນຈະໄດ້ຮັບ.
  • ເພື່ອແບ່ງສາຍການແຂ່ງຂັນ ແລະ ໂຈກສະຫຼາກການແຂ່ງຂັນ

#BMZProject

#PFHALAOS

No photo description available.May be an image of 10 people, people sitting, people standing and indoorMay be an image of 6 people, people standing and indoorMay be an image of 2 people, people standing and indoorMay be an image of 15 people and indoorMay be an image of 5 people, people standing and indoor