ໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19

ໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19

ໃນວັນທີ່ 9-11 ກຸມພາ 2022.

ສະມາຄົມສົ່ງເສີມສຸຂະພາບຄອບຄົວຮ່ວມກັບພະແນກສາທາລະນະສຸກແຂວງ,ຫ້ອງການສາທາເມືອງ,ຫ້ອງການສຶກສາທິການແລະກິລາເມືອງ ໄດ້ຈັດຕັ້ງປະຕິບັດກິດຈະກຳໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19 ໃນ 4 ໂຮງຮຽນເປົ້າຫມາຍໃນເມືອງລອງໄດ້ແກ່. ມສ ບ້ານສະ, ມສ ປຸ່ງຊາຍ, ປະຖົມຈ່າຍີ້ແລະປະຖົມຫ້ວຍກຸ້ມ. ໃນກິດຈະກຳແມ່ນໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ,ການປ້ອງກັນ ແລະ ສາທິດວິທີການໃສ່ຜ້າອັດປາກ,ການລ້າງມືຕາມຂັ້ນຕອນ.

ພາຍໃຕ້ແຜນງານໂຄງການຊີແຊັກ-19.

ໂຄງການນີ້ ໄດ້ຮັບທຶນສະໜັບສະໜຸນໂດຍ ສະຫະພາບເອີຣົບ European Union in Laos ແລະ ປະສານງານໂດຍຜ່ານທາງ ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ – Lao CSO Coordination Office – LCCO ແລະ ຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືນຍົງ (SAEDA LAO) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAs Laos) ແລະ ອົງການແພລນປະຈໍາ ສປປລາວ Plan International Laos.

ຊີວິດຂອງທ່ານ ທາງເລືອກຂອງທ່ານ

ຊີວິດຂອງທ່ານ ທາງເລືອກຂອງທ່ານ

ໃນວັນທີ 7-11 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບ ຮ່ວມກັບ ພະແນກສາທາລະນະສຸກ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ. ໄດ້ຈັດ ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນໂຮງຮຽນ. ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງ ແລະ ຫ້ອງປະຊຸມສູນ ICT ມສ ເມືອງດາກຈຶງ ແຂວງເຊກອງ, ລວມທັງໝົດ 51 ທ່ານ.

ຈຸດປະສົງ:

• ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນໂຮງຮຽນ

• ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.

• ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນໂຮງຮຽນ.