ສສສຄ ອອກບູດງານ ” 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈບໍລິຈາກເລືອດ “

ສສສຄ ອອກບູດງານ ” 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈບໍລິຈາກເລືອດ “

ໃນວັນທີ່ 17 ມີນາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ມີໂອກາດເຂົ້າຮ່ວມວາງບູດສະແດງ ສສສຄ ໃນງານ “ຂະບວນການຊາວໜຸ່ມອາສາສະມັກບໍລິຈາກເລືອດຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ທີ່ຈັດໂດຍ ສູນກາງຊາວໜຸ່ມ ແລະ ອົງການກາແດງລາວ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງການບໍລິຈາກເລືອດໃນຄັ້ງນີ້ສາມາດຮັບການລະດົມບໍລິຈາກເລືອດທັງໝົດແມ່ນ 495 ຖົງ, ສາມາດຊ່ວຍຊີວິດຄົນໄດ້ເຖິງ 1,485 ຄົນ.
ຈຸດປະສົງ:
– ການເຂົ້າຮ່ວມວາງສະແດງຄັ້ງນີ້ ເພື່ອການໂຄສະນາເຜີຍແຜ່ຫນ້າວຽກຂອງ ສສສຄ ທີ່ສຸມໃສ່
– ເພື່ອໂຄສະນາຫ້ອງໃຫ້ຄຳປຶກສາຂອງ ສສສຄ
– ເພື່ອໃຫ້ຄວາມຮູ້ເລື່ອງສຸຂະພາບຈະເລີນພັນຂອງໄວຫນຸ່ມ
ນອກຈາກນັ້ນພວກເຮົາຍັງໄດ້ແຈກຖົງຢາງອານາໄມອີກດ້ວຍ
📝ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
🕵🏻ກວດແກ້ໂດຍ: ນາງ ທິບພະຈັນ ອິນທະວົງ
📸ຖ່າຍຮູບໂດຍ: ນາງ ວົງນີລັນ ແອງທອງມີ
ປະຊຸມປະຈຳໄຕມາດທີ່ I ຂອງຄະນະບໍລິຫານງານ ສສສຄ

ປະຊຸມປະຈຳໄຕມາດທີ່ I ຂອງຄະນະບໍລິຫານງານ ສສສຄ

📅ໃນວັນທີ 20 ມີນາ 2023 ເວລາ 9:00 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ມີການຈັດປະຊຸມ ປະຈຳໄຕມາດທີ່ໜື່ງຂອງ ຄະນະບໍລິຫານງານ ສສສຄ, ພາຍໃຕ້ການນໍາພາຂອງ ດຣ ຈັນສີ ພິມພະຈັນ ປະທານ ສສສຄ, ພາຍຫລັງປະທານ ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການ, ດຣ. ສຸພົນ ໄຊຍະວົງ ຜູ້ອຳນວຍການ ສສສຄ ໄດ້ຜ່ານວາລະກອງປະຊຸມ ແລະ ນຳສະເໜີ ຜົນໄດ້ຮັບ ໃນການຈັດ ຕັ້ງປະຕິບັດໃນໄຕມາດ1, ພ້ອມດ້ວຍ ທີມງານ ສສສຄ.
🎯ຈຸດປະສົງ:
1. ເພື່ອລາຍງານ ຜົນໄດ້ຮັບ ໃນການຈັດຕັ້ງ ປະຕິບັດວຽກງານ ໃນໄຕມາດທີນຶ່ງ.
2. ເພື່ອສົນທະນາ ແລະ ປຶກສາຫາລື ໃຫ້ເປັນເອກະພາບກັນ ກ່ຽວກັບບັນຫາ ທີ່ກ່ຽວຂ້ອງ ທີ່ຍົກຂຶ້ນມາ ໃນກອງປະຊຸມ
📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ
🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ
📸ຖ່າຍຮູບໂດຍ: ນາງ ທິບພະຈັນ ອິນທະວົງ
ແຕ່ງພາບໂດຍ: ນາງ ວົງນິລັນ ແອງທອງມີ
# PFHALAOS
ສສສຄ ໄດ້ມອບ – ສົ່ງຂອງລາງວັນໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກຳແຂ່ງຂັນວິດີໂອໃນຫົວຂໍ້ວັນແມ່ຍິງສາກົນ

ສສສຄ ໄດ້ມອບ – ສົ່ງຂອງລາງວັນໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກຳແຂ່ງຂັນວິດີໂອໃນຫົວຂໍ້ວັນແມ່ຍິງສາກົນ

ວັນທີ 16/3/23 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ສົ່ງ-ມອບຂອງລາງວັນໃຫ້ກັບຜູ້ເຂົ້າແຂ່ງຂັນຖ່າຍວິດີໂອ ໃນຫົວຂໍ້ “ວັນແມ່ຍິງສາກົນ” ນຳທີມໂດຍ ທ່ານນາງ ທິບພະຈັນ ອິນທະວົງ ຜູ້ບໍລິຫານສື່ສານ ແລະ ການຕະຫລາດ.
ສສສຄ ຂໍຂອບໃຈນຳທຸກທ່ານທີ່ໃຫ້ຄວາມສົນໃຈ ແລະ ຫລີ້ນກິດຈະກຳມ່ວນໆນຳພວກເຮົາ.
ຫມາຍເຫດ: ສຳລັບຜູ້ທີ່ໄດ້ລາງວັນທີ່ 1-4 ແມ່ນພວກເຮົາໄດ້ໂອນເງິນໃຫ້