ສົ່ງລົດໄຟຟ້າ BYD E2 ຕໍ່ໃຫ້ ສສສຄ ສາຂາບໍ່ແກ້ວ

ສົ່ງລົດໄຟຟ້າ BYD E2 ຕໍ່ໃຫ້ ສສສຄ ສາຂາບໍ່ແກ້ວ

ໃນວັນທີ່ 27 ກຸມພາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ສາຂາແຂວງບໍ່ແກ້ວ ໄດ້ຮັບລົດໄຟຟ້າ BYD E2 ຈຳນວນ 1 ຄັນ ໂດຍຜ່ານສະມາຄົມສົ່ງເສີມສຸຂະພາບຄອບຄົວ ນະຄອນຫຼວງວຽງຈັນ ໂດຍການໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກບໍລິສັດ ເຄບີ ແຄັບປີທັລ ຮ່ວມກັບ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ, ໃນມູນຄ່າ 35, 000, 000 KRW ( 35,000,000 ວອນ ).
 ຕ່າງໜ້າມອບ – ຮັບໂດຍທ່ານ ອານຸສິນ ສັກປະເສີດ ອໍານວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ ສາຂາແຂວງບໍ່ແກ້ວ ແລະ ມອບໂດຍ ທ່ານ ຄຳແສນ ຫຼວງລາດ ຜູ້ຊ່ວຍບໍລິຫານຫ້ອງການ ສສສຄ ນະຄອນຫຼວງວຽງຈັນ. ທ່ານ ອານຸສິນ ໄດ້ກ່າວວ່າຮູ້ສຶກຍິນດີຫຼາຍທີ່ໄດ້ຮັບການຊ່ວຍເຫຼືອລົດໃນຄັ້ງນີ້ ຕ້ອງຂອບໃຈມາຍັງນຳບໍລິສັດ ແລະ ສສສຄ ນະຄອນຫຼວງ ທີ່ເລັ່ງເຫັນຄວາມສຳຄັນ. ລົດຄັນດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນວຽກງານບໍລິຫານຫ້ອງການ ເພື່ອເປັນການຊ່ວຍປະຫຍັດເລື່ອງຄ່າໃຊ້ຈ່າຍໂດຍສະເພາະກໍ່ແມ່ນຄ່ານ້ຳມັນ ແລະ ຍັງເປັນການອະນຸລັກສະພາບແວດລ້ອມ ນໍາໃຊ້ພະລັງງານທີ່ສະອາດ ອີກດ້ວຍ.
—————————————————————-
✍️ຂຽນຂ່າວໂດຍ: ທ້າວ ຄຳແສນ ຫຼວງລາດ
📝ກວດແກ້ໂດຍ: ນາງ ທິບພະຈັນ ອິນທະວົງ
📷ຖ່າຍພາບໂດຍ: ທ້າວ ສິນທະວິໄລ ທອງອ້ວນ
ຮັບຢາ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ຈາກ IPPF

ຮັບຢາ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ຈາກ IPPF

ໃນວັນທີ 27 ກຸມພາ 2023 ທີ່ຜ່ານມາ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ໄປຮັບຢາ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ, ຢາດັ່ງກ່າວມີມູນຄ່າລວມປະມານ 124,400 ໂດລາສະຫະລັດ ທີ່ສາງທ່ານາແລ້ງ ສປປ ລາວ, ເຊິ່ງໄດ້ຮັບ ການສະໜັບສະໜູນ ແລະ ຊ່ວຍເຫລືອລ້າຈາກ ສະຫະພັນວາງແຜນຄອບຄົວສາກົນ (IPPF), ສສສຄ ໄດ້ຮັບກຽດ ໃນການເປັນຂົວຕໍ່ ການນໍາໄປບໍລິຈາກ ໃຫ້ແກ່ ໂຮງໝໍນ້ອຍ ໃນແຂວງເປົ້າໝາຍໂຄງການ ຂອງ ສສສຄ ແລະ 4 ໂຮງໝໍສູນກາງ ຢູ່ນະຄອນຫລວງວຽງຈັນ.
ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງ ສະຫະພັນວາງແຜນຄອບຄົວສາກົນ (KoPHW, KOFIH,…) ແລະ ຮູ້ສຶກດີໃຈຫຼາຍ ທີ່ໄດ້ເປັນສວ່ນຫນື່ງ ໃນການຮັບມອບ ຢາ ແລະ ອຸປະກອນ ເຊິ່ງໄດ້ປະກອບສ່ວນ ໃນການດູແລ ສຸຂະພາບ ແມ່ ແລະ ເດັກ ໃນເຂດຊຸມຊົນ ຫ່າງໄກສອກຫລີກ ໃຫ້ສາມາດເຂົ້າເຖິງ ການບໍລິການ ທີ່ມີຄຸນນະພາບ ແລະ ຢານໍາໃຊ້ທີ່ພຽງພໍ.
🎯ຈຸດປະສົງ:
1. ເພື່ອນຳເຂົ້າຢາ ຈາກປະເທດ ເດັນມາກ ແລະ ປະເທດຈີນ
2. ເພື່ອມອບຢາ ແລະ ອຸປະກອນ ທີ່ຈຳເປັນ ໃຫ້ກັບໂຮງຫມໍນ້ອຍ ໃນກຸ່ມເປົ້າຫມາຍ
———————————————
📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ
🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ
📸ຖ່າຍຮູບໂດຍ: ທິບພະຈັນ ອິນທະວົງ