ມອບຢາ ແລະ ອຸປະກອນການແພດສຳລັບແມ່ ແລະ ເດັກ ໃຫ້ແກ່ 4 ໂຮງໝໍສູນກາງ ນະຄອນຫຼວງວຽງຈັນ ລວມມູນຄ່າກວ່າ 1,753,210,000 ກີບ

ມອບຢາ ແລະ ອຸປະກອນການແພດສຳລັບແມ່ ແລະ ເດັກ ໃຫ້ແກ່ 4 ໂຮງໝໍສູນກາງ ນະຄອນຫຼວງວຽງຈັນ ລວມມູນຄ່າກວ່າ 1,753,210,000 ກີບ

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ສຳເລັດ ການໄປມອບຢາຈໍານວນຫນຶ່ງ ທີ່ນໍາໃຊ້ເຂົ້າ ໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ໃຫ້ 4 ໂຮງໝໍສູນກາງ ນະຄອນຫຼວງວຽງຈັນ.

 

ເຊິ່ງຢາດັ່ງກ່າວ ມີມູນຄ່າລວມ ປະມານ 1,753,210,000 ກີບ, ເຊິ່ງໄດ້ຮັບ ການສະໜັບສະໜູນ ແລະ ຊ່ວຍເຫລືອລ້າຈາກ ສະຫະພັນວາງແຜນຄອບຄົວສາກົນ IPPF ແລະ (KoPHW, KOFIH, Community Chest of Korea)

ຕາງໜ້າ ສສສຄ ດຣ ສຸດທິສຸກ ອິນທະວິໄລ ຮອງອຳນວຍການ ສສສຄ ໄດ້ສຳເລັດການໄປມອບຢາ ໃຫ້ແກ່ 4 ໂຮງໝໍສູນກາງ ຢູ່ນະຄອນຫລວງວຽງຈັນຄື:

📅 ໃນວັນທີ 7 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍເສດຖາ ຕາງໜ້າຮັບໂດຍ ທ່ານ ດຣ ວໍລະຈິດ ທິບພະກຸນ ຮອງອຳນວຍການໂຮງໝໍ

📅 ໃນວັນທີ 9 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍແມ່ ແລະ ເດັກ ໜອງພະຍາ ຕາງໜ້າຮັບໂດຍ ທ່ານ ດຣ ຕຸ້ຍ ຈັນທະລັງສີ ຮອງອຳນວຍການໂຮງໝໍ

📅 ໃນວັນທີ 10 ມີນາ 2023 ໄດ້ໄປມອບຢາໃຫ້ແກ່ ໂຮງໝໍມະໂຫສົດ ຕາງໜ້າຮັບໂດຍ ທ່ານ ດຣ ນາງ ໃຈສະຫວັນ ທໍາມະວົງ ຕາງໜ້າພະແນກບໍລິຫານ ແລະ ແຜນການ,  ໂຮງໝໍມິດຕະພາບ ຕາງໜ້າຮັບໂດຍ ທ່ານ ດຣ ເກດມະນີ ເພັດສິລິແສງ ຮອງອຳນວຍການໂຮງໝໍ

ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກຢາ ໃນຄັ້ງນີ້.

🎯ຈຸດປະສົງ:

  1. ເພື່ອມອບຢາ ທີ່ນໍາໃຊ້ເຂົ້າໃນວຽກງານ ການດູແລສຸຂະພາບ ແມ່ ແລະ ເດັກ ໃຫ້ກັບ 4 ໂຮງໝໍສູນກາງ
  2. ເພື່ອໃຫ້ໂຮງໝໍ ແຈກຢາຍຢາຟຣີ ໃຫ້ກັບຜູ້ມາໃຊ້ບໍລິການ ກ່ຽວກັບແມ່ ແລະ ເດັກ.

                                 ———————————————

📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ

🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ

📸ຖ່າຍຮູບໂດຍ: ນາງ ທິບພະຈັນ ອິນທະວົງ

ແຕ່ງຮູບພາບໂດຍ: ນາງ ວົງນິລັນ ແອງທອງມີ

#PFHALAOS

#IPPF

#KoPHW

#KOFIH

#Community Chest of Korea

ລົງຢ້ຽມຍາມ 5 ໂຮງຮຽນໃນ ນະຄອນຫຼວງວຽງຈັນ

ລົງຢ້ຽມຍາມ 5 ໂຮງຮຽນໃນ ນະຄອນຫຼວງວຽງຈັນ

ໃນລະຫວ່າງ ວັນທີ 27-28 ກຸມພາ ຫາ 6 ມີນາ 2023, ທີມງານ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ສໍາເລັດ ການລົງຢ້ຽມຢາມ 5 ໂຮງຮຽນຄື: ໂຮງຮຽນ ມສ ຕານມີໄຊ, ມສ ດອນໜູນ, ມປ ບ້ານຫອ້ມ, ມສ ຈັນທະບູລີ ແລະ ໂຮງຮຽນ ມສ ສິມມະໂນ, ນໍາພາທີມໂດຍ ດຣ ບົວວັນ ສົມສະໜິດ ຜູ້ບໍລິຫານ ວິຊາການ /ບໍລິການສຸຂະພາບ , ໂດຍມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ ເປັນຍິງ 24 ທ່ານ, ຊາຍ 13 ທ່ານ ໃນຄັ້ງນີ້.
 
📌ຈຸດປະສົງ:
1. ເພື່ອເຂົ້າພົບ ອໍານວຍການ, ຄະນະ ອາຈານ ແລະ ອາສາສະໝັກ 10 ໂຮງຮຽນມັດທະຍົມ ໃນນະຄອນຫຼວງ, ເພື່ອທົບທວນຄືນ ກາານຈັດຕັ້ງປະຕິບັດກິດຈະກໍາ ໃນວຽກງານ ການສ້າງຄວາມອາດສາມາດ ກ່ຽວກັບສຸຂະພາບຈະເລີນພັນ ໃຫ້ກັບໄວໜຸ່ມ
2. ເພື່ອສົນທະນາ ແລະ ວາງແຜນ ໃນການດໍາເນີນວຽກງານ ການໃຫ້ຄໍາປຶກສາ ແກ່ໄວໜຸ່ມ ແລະ ການເປັນເຄື່ອຄ່າຍໃນການສົ່ງຕໍ່.
3. ເພື່ອຂໍການແຕ່ງຕັ້ງ ຜູ້ປະສານງານຫຼັກ ຂອງວຽກງານການໃຫ້ຄໍາປຶກສາ(ອາຈານ ແລະ ອາສາສະໝັັັັັັກ)
ໃນການລົງເຄື່ອນໄຫວກິດຈະກຳຄັ້ງນີ້ ແມ່ນໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ໜ່ວຍງານ ໄວໜຸ່ມ ແລະ ໜ່ວຍງານ ມີເດຍ ຂອງ ສະມາຄົມສົ່ງເສີມສຸຂະພາບຄອບຄົວ .
————————————————
✍️ຂຽນໂດຍ: ດຣ ບົວວັນ ສົມສະໜິດ
📷ຖ່າຍພາບໂດຍ: ທ່ານ ນ ວົງນິລັນ ແອງທອງມີ ແລະ ທ່ານ ວິລະສິດ ອິນທະຫວາ