ໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19

ໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19

ໃນວັນທີ່ 9-11 ກຸມພາ 2022.

ສະມາຄົມສົ່ງເສີມສຸຂະພາບຄອບຄົວຮ່ວມກັບພະແນກສາທາລະນະສຸກແຂວງ,ຫ້ອງການສາທາເມືອງ,ຫ້ອງການສຶກສາທິການແລະກິລາເມືອງ ໄດ້ຈັດຕັ້ງປະຕິບັດກິດຈະກຳໂຄສະນາແລະປູກຈິດສຳນຶກເພື່ອປ້ອງກັນກະຍາດໂຄວິດ19 ໃນ 4 ໂຮງຮຽນເປົ້າຫມາຍໃນເມືອງລອງໄດ້ແກ່. ມສ ບ້ານສະ, ມສ ປຸ່ງຊາຍ, ປະຖົມຈ່າຍີ້ແລະປະຖົມຫ້ວຍກຸ້ມ. ໃນກິດຈະກຳແມ່ນໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ,ການປ້ອງກັນ ແລະ ສາທິດວິທີການໃສ່ຜ້າອັດປາກ,ການລ້າງມືຕາມຂັ້ນຕອນ.

ພາຍໃຕ້ແຜນງານໂຄງການຊີແຊັກ-19.

ໂຄງການນີ້ ໄດ້ຮັບທຶນສະໜັບສະໜຸນໂດຍ ສະຫະພາບເອີຣົບ European Union in Laos ແລະ ປະສານງານໂດຍຜ່ານທາງ ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ – Lao CSO Coordination Office – LCCO ແລະ ຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືນຍົງ (SAEDA LAO) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAs Laos) ແລະ ອົງການແພລນປະຈໍາ ສປປລາວ Plan International Laos.

ຊີວິດຂອງທ່ານ ທາງເລືອກຂອງທ່ານ

ຊີວິດຂອງທ່ານ ທາງເລືອກຂອງທ່ານ

ໃນວັນທີ 7-11 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບ ຮ່ວມກັບ ພະແນກສາທາລະນະສຸກ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ. ໄດ້ຈັດ ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນໂຮງຮຽນ. ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງ ແລະ ຫ້ອງປະຊຸມສູນ ICT ມສ ເມືອງດາກຈຶງ ແຂວງເຊກອງ, ລວມທັງໝົດ 51 ທ່ານ.

ຈຸດປະສົງ:

• ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນໂຮງຮຽນ

• ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.

• ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນໂຮງຮຽນ.

ເພື່ອປ້ອງກັນການຕິດເຊື້ອ ແລະ ແຜ່ກະຈາຍເຊື້ອພະຍາດໃຫ້ຜູ້ອື່ນ.

ເພື່ອປ້ອງກັນການຕິດເຊື້ອ ແລະ ແຜ່ກະຈາຍເຊື້ອພະຍາດໃຫ້ຜູ້ອື່ນ.

ທ່ານຮູ້ບໍ່ວ່າວິຖີຊີວິດແບບໃໝ່ ແມ່ນແນວໃດ?

ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ພະຍາດໂຄວິດ-19 ເຮັດໃຫ້ພວກເຮົາຕ້ອງໄດ້ປ່ຽນຮູບແບບການໃຊ້ຊີວິດແບບໃໝ່, ເພື່ອປ້ອງກັນການຕິດເຊື້ອ ແລະ ແຜ່ກະຈາຍເຊື້ອພະຍາດໃຫ້ຜູ້ອື່ນ.

ວິຖິຊີວິດໃຫມ່ (New Normal) ເປັນແນວທາງທີ່ຫຼາຍໆຄົນຕ້ອງປັບປ່ຽນພຶດຕິກຳ ໃນໄລຍະການແຜ່ລະບາດຂອງພະຍາດໂຄ

ວິດ -19 ເຮັດໃຫ້ເຮົາຕ້ອງປັບປ່ຽນຮູບແບບວິຖີຊີວິດໄປພ້ອມກັນທົ່ວໂລກ ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ເພາະເຮົາບໍ່ຮູ້ວ່າເຊື້ອໄວຣັສໂຕນີ້ຍັງຈະຢູ່ໃນໂລກເຮົາອີກດົນປານໃດ. ແຕ່ເມື່ອມາພິຈາລະນາເຖິງ New Normal ທີ່ເກີດຂື້ນໃນສັງຄົມໃນໄລຍະນີ້ ຄົງຈະໜີບໍ່ພົ້ນ ປະເດັນເຫຼົ່ານີ້ຄື:

  1. ໝັ່ນລ້າງມືເລື້ອຍໆ
  2. ລ້າງມືດ້ວຍຢາຂ້າເຊື້ອ
  3. ໃຊ້ສະບູລ້າງມື
  4. ໃສ່ຜ້າອັດປາກ-ອັດດັງ
  5. ຫຼີກລ້ຽງສະຖານທີ່ແອອັດ
  6. ຫຼີກລ່ຽງການຈັບມື-ຖືແຂນກັນ
  7. ເຮັດທຸລະກຳ/ຕິດຕໍ່ສື່ສານລວມທັງເຊັກອິນ-ເຊັກເອົ້າເມື່ອເຂົ້າພັກໂຮງແຮມ, ຫາກເປັນໄປໄດ້ຄວນເຮັດຜ່ານທາງອອນລາຍ
  8. ການເຮັດວຽກຕ່າງໆ ຄວນຮັກສາໄລຍະຫ່າງ ຫຼື work from home ໃຫ້ໄດ້ຫຼາຍຂື້ນ

ຂໍ້ມູນອ້າງອີງ:

  • ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ
  • ຈາກອົງການອານາໄມໂລກ WHO

#PFHALAO

#WomensRights4Health

#CSurge

5ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ

5ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ

  1. 5. ຂໍ້ດີ ຂອງການໃສ່ຖົງຢ່າງອະນາໄມ ເວລາມີເພດສໍາພັນ

ທ່ານຮູ້ບໍ່ວ່າການໃສ່ຖົງຢາງອະນາໄມແມ່ນມີຜົນດີຫຼາຍຢ່າງ, ດັ່ງລຸ່ມນີ້:

  1. ປ້ອງກັນການຖືພາ

ຈຸດປະສົງອັນດັບທຳອິດຂອງການໃຊ້ຖົງຢາງອະນາໄມ ກໍ່ເພື່ອປ້ອງກັນຄວາມຜິດພາດສໍາລັບຄູ່ນອນທີ່ບໍ່ຕ້ອງການທີ່ຈະມີລູກ ຫຼື ປ້ອງກັນການຖືພາກ່ອນໄວອັນຄວນນັ້ນເອງ. ຈື່ງເລືອກໃຊ້ຖົງຢາງອະນາໄມເພື່ອຄຸມກຳເນີດ. ເນື່ອງຈາກວ່າໃນປັດຈຸບັນ ຕ້ອງຍອມຮັບວ່າ ມີຜູ້ທີ່ໃຊ້ຊີວິດຄູ່ແບບຢູ່ກ່ອນແຕ່ງຈຳນວນຫຼາຍ

  1. ປ້ອງກັນການຕິດເຊື້ອ

ນອກຈາກຈະມີປະໂຫຍດໃນການຄຸມກໍາເນີດແລ້ວ ຖົງຢາງອະນາໄມກໍ່ຍັງເປັນອຸປະກອນທີ່ສາມາດຊ່ວຍປ້ອງກັນການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນຈາກຄູ່ຮ່ວມເພດໄດ້. ເນື່ອງຈາກວ່າມີພະຍາດຕິດຕໍ່ທາງເພດສໍາພັນຫຼາຍຊະນິດເຊັ່ນ: ໂລກເອດສ, ກາມະໂລກ, ໜອງໃນ ແລະ ຊີຟີລິສ.

  • ຫຼຸດອາການເຈັບ

ຖົງຢາງອະນາໄມສ່ວນໃຫຍ່ຈະມີສານຫຼໍ່ລື່ນທີ່ເອີ້ນວ່າ “ຊີລິໂຄນ ອອຍ” ຢູ່ໃນນັ້ນ, ເຊິ່ງຈະຊ່ວຍຫຼຸດຜ່ອນອາການເຈັບປວດໃນລະຫວ່າງການຮ່ວມເພດ. ໂດຍອົງການອາຫານ ແລະ ຢາ ກຳນົດໃຫ້ປະລິມານ ຊິລິໂຄນ ອອຍແມ່ນ 150-500 ມິລິກຼາມຕໍ່ຖົງຢາງອະນາໄມ 1 ຖົງ.

  1. ເພີ່ມຄວາມເພີດເພີນທາງເພດ

ປະຈຸບັນ ຖົງຢາງອະນາໄມຈະມີຫຼາກຫຼາຍຮູບແບບ, ນອກຈາກຈະມີສີ, ມີກິ່ນ ແລະ ລົດຊາດໃຫ້ເລືອກຕາມຄວາມມັກຂອງແຕ່ລະຄົນແລ້ວ. ກໍຍັງມີເນື້ອສຳພັດທີ່ຫຼາກຫຼາຍ ເພື່ອເປັນລູກຫຼີ້ນໃນການເພີດເພີນທາງເພດໃຫ້ກັບຄູ່ຮ່ວມເພດ

  1. ບໍ່ເປິເປື້ອນ

ນອກຈາກປະໂຫຍດຂ້າງເທິງແລ້ວ ເຫດຜົນທີ່ຄູ່ຮັກຫຼາຍຄູ່ ເລືອກໃຊ້ຖົງຢາງອະນາໄມໃນເວລາມີເພດສຳພັນ ກໍ່ຍ້ອນວ່າມັນຈະຊ່ວຍໃຫ້ບໍ່ເປິເປື້ອນໃນເວລາທີ່ຜູ້ຊາຍເກີດການຫຼັ່ງນໍ້າອະສຸຈິນັ້ນເອງ.

ຂໍ້ມູນອ້າງອີງ:

https://www.sanook.com/men/19145/

#PFHALAO

#WomensRights4Health

#CSurge

ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ”

ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ”

ໃນວັນທີ 7-11 ກຸມພາ 2022 ສະມາຄົມສົ່ງເສີມສຸຂະພາບ ຮ່ວມກັບ ພະແນກສາທາລະນະສຸກ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ. ໄດ້ຈັດ ກິດຈະກຳ ຝຶກອົບຮົມການໃຊ້ເຄື່ອງມື “ຊີວິດຂອງທ່ານ ທາງເລືອກຂອງທ່ານ” ໂດຍຜ່ານຂະບວນການສຶກສາແບບເພື່ອນສອນເພື່ອນ ດ້ານສິດທິ ແລະ ສຸຂະພາບຈະເລີນພັນທາງເພດ ໃຫ້ກັບອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ ຂັ້ນໂຮງຮຽນ. ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງ ແລະ ຫ້ອງປະຊຸມສູນ ICT ມສ ເມືອງດາກຈຶງ ແຂວງເຊກອງ, ລວມທັງໝົດ 51 ທ່ານ.

ຈຸດປະສົງ:

  • ເພື່ອຝຶກອົບຮົມການນໍາໃຊ້ເຄື່ອງມືສື່ສານ “ຊີວິດຂອງທ່ານ ທາງເລືອກຂອງທາງ” ໂດຍຜ່ານການສຶກສາແບບເພື່ອນສອນເພື່ອນ ທາງດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານເພດ ໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນໂຮງຮຽນ
  • ເພື່ອສ້າງຄວາມອາດສາມາດໃນການສະແດງອອກຂອງອາສາສະໝັກຜູ້ໃຫ້ຄໍາປຶກສາ ແລະ ນັກປຸກລະດົມເພື່ອນສອນເພື່ອນ.
  • ເພື່ອໃຫ້ອາສາສະໝັກເພື່ອສອນເພື່ອນວາງແຜນໃນການເປັນຜູ້ອໍານວຍຄວາມສະດວກໃຫ້ກັບອາສາສະໝັກນັກຮຽນຮູ້ເພື່ອສອນເພື່ອນ ຢູ່ຂັ້ນໂຮງຮຽນ.

#BMZProject

#PFHALAOS

May be an image of 7 people, people standing, people sitting and indoorMay be an image of 8 people, people standing and people sittingMay be an image of 13 people, people standing, people sitting and indoorMay be an image of 6 people and people standing